alert - warning

This page has not been translated into Lao. Visit the Lao page for resources in that language.

Fact Sheets

In an effort to keep FEMA.gov current, please see the content archive for information prior to January 20, 2025.

FEMA ແລະລັດ Arkansas ໄດ້ເປີດໃຊ້ການຊ່ວຍເຫຼືອທີ່ພັກອາໄສຊົ່ວຄາວ (TSA) ສໍາລັບຊາວເມືອງ Arkansas ທີ່ຖືກຍົກຍ້າຍໂດຍພະຍຸຮ້າຍແຮງທີ່ຜ່ານມາໃນເຂດ Baxter, Boone, Fulton, Madison ແລະ Marion.

illustration of page of paper Release Date:

FEMA ເຕືອນຜູ້ລອດຊີວິດຈາກໄພພິບັດໃນລັດ Arkansas ທີ່ໄດ້ຮັບການຊ່ວຍເຫຼືອໄພພິບັດຈາກລັດຖະບານກາງຫຼັງຈາກພະຍຸຮ້າຍແຮງໃນວັນທີ 24-27 ເດືອນພຶດສະພາເພື່ອນໍາໃຊ້ກອງທຶນເພື່ອຈຸດປະສົງຂອງພວກເຂົາແລະເກັບຮັກສາໃບຮັບເງິນໄວ້ເປັນເວລາສາມປີ

illustration of page of paper Release Date:

ຜູ້ອາໄສຢູ່ໃນລັດເທນເນສຊີທີ່ໄດ້ຮັບຜົນກະທົບຈາກພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນບໍ່ດົນມານີ້ມີເວລາຮອດວັນອັງຄານທີ 6 ມິຖຸນາ 2023 ທີ່ຈະສະໝັກຂໍເງິນຊ່ວຍເຫຼືອດ້ານໄພພິບັດຈາກ FEMA. ນີ້ແມ່ນຄຳຕອບສຳລັບຄຳຖາມທີ່ຖາມກັນເປັນປະຈຳ:

illustration of page of paper Release Date:

ການກໍາຈັດຂີ່ເຫຍື້ອອອກຈາກສະຖານທີ່ທີ່ເປັນຊັບສິນສ່ວນຕົວ ແມ່ນເປັນຄວາມຮັບຜິດຊອບຂອງເຈົ້າຂອງຊັບສິນ ແລະ ໂດຍທົ່ວໄປແລ້ວ, ແມ່ນຈະບໍ່ມີສິດໄດ້ຮັບເງິນທົດແທນຄືນພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະຂອງ FEMA. ບາງຄັ້ງ, FEMA ອາດຈະພິຈາລະນາວ່າ ການກໍາຈັດຂີ່ເຫຍື້ອອອກຈາກຊັບສິນສ່ວນຕົວ ມີສິດທີ່ຈະໄດ້ຮັບທຶນສະນັບສະໜູນໂຄງການ. ແຕ່ຕ້ອງມີປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈນັ້ນ. ປັດໄຈເຫຼົ່ານັ້ນແມ່ນອີງໃສ່ຄວາມຮຸນແຮງຂອງໄພພິບັດ ແລະ ເສດຂີ່ເຫຍື້ອໃນຊັບສິນສ່ວນຕົວກະຈ່າຍອອກໄປຈົນກາຍເປັນໄພທີ່ກະທົບຕໍ່ສຸຂະພາບ, ຄວາມປອດໄພຂອງປະຊາຊົນ ຫຼື ການຟື້ນຕົວທາງດ້ານເສດຖະກິດຂອງຊຸມຊົນ ຫຼື ບໍ່. ໃນກໍລະນີດັ່ງກ່າວ, FEMA ເຮັດວຽກຮ່ວມກັບລັດ ແລະ ທ້ອງຖິ່ນ ເພື່ອກໍານົດພື້ນທີ່ສະເພາະທີ່ກໍາຈັດຂີ່ເຫຍື້ອຈາກຊັບສິນສ່ວນຕົວມີສິດໄດ້ຮັບເງິນທຶນ. ໃນກໍລະນີດັ່ງກ່າວ, ການກໍາຈັດຂີ່ເຫຍື້ອຈະຕ້ອງເປັນປະໂຫຍດຕໍ່ສາທາລະນະ, ບໍ່ແມ່ນພຽງແຕ່ເປັນປະໂຫຍດສະເພາະຕົວບຸກຄົນ ຫຼື ກຸ່ມຄົນໃນຂອບເຂດທີ່ຈຳກັດ.

illustration of page of paper Release Date:

ສູນຟື້ນຟູໄພພິບັດເປັນສູນບໍລິການຄົບວົງຈອນທີ່ຜູ້ລອດຊີວິດຈາກໄພພິບັດສາມາດຮັບເອົາຂໍ້ມູນແລະຄຳແນະນຳກ່ຽວກັບຊຸມຊົນ, ໜ່ວຍງານຕ່າງໆຂອງ ລັດ ແລະລັດຖະບານກາງ ແລະການຊ່ວຍເຫຼືອຕ່າງໆທີ່ມີຢູ່. ເປັນສູນທີ່ທຸກຄົນສາມາດເຂົ້າເຖິງໄດ້, ລວມທັງຜູ້ພິການ ແລະ ຜູ້ທີ່ມີຄວາມຕ້ອງການເລື່ອງການເຂົ້າເຖິງສະຖານທີ່ແລະຜູ້ມີບັນຫາດ້ານການເຄື່ອນໄຫວອື່ນໆ.

illustration of page of paper Release Date:

ສຳລັບຄອບຄົວແລະຄົວເຮືອນທີ່ໄດ້ຮັບຜົນກະທົບຈາກພາຍຸມໍລະສຸມແລະພາຍຸທໍນາໂດ້ທີ່ເກີດຂຶ້ນໃນຊ່ວງວັນທີ 31 ມີນາ ຫາ 1 ເມສາ 2023, ໂຄງການສຳລັບບຸກຄົນແລະຄົວເຮືອນຂອງ FEMA ແມ່ນໂຄງການດຽວທີ່ຊ່ວຍເຫຼືອດ້ານການເງິນເມື່ອເກີດໄພພິບັດ. ແຕ່ໂຄງການນີ້ກໍມີຂໍ້ຈຳກັດ. ເປັນໂຄງການທີ່ຢື່ນມືມາຊ່ວຍເພື່ອຟື້ນຟູທໍ່ນັ້ນ, ບໍ່ແມ່ນວ່າຈະໃຫ້ເງິນຊົດເຊຍສຳລັບທຸກສິ່ງທຸກຢ່າງທີ່ສູນເສຍໄປ.

illustration of page of paper Release Date:

ຜູ້ເຊົ່າໃນເຄົາຕີ້ Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton and Wayne ທີ່ເຮືອນຫຼືຊັບສິນຖືກທຳລາຍໂດຍພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນລະຫວ່າງວັນທີ 31 ມີນາ ຫາ ວັນທີ 1 ເມສາ 2023 ສາມາດສະໝັກຂໍເງິນຊ່ວຍເຫຼືອດ້ານໄພພິບັດຂອງ FEMA ໄດ້.

illustration of page of paper Release Date:

ວິຕົກກັງວົນ. ນັ້ນໝາຍຄວາມວ່າ FEMA ອາດຈະຕ້ອງການຂໍ້ມູນເພີ່ມເຕີມ. ຖ້າທ່ານບໍ່ເຫັນດີກັບການຕັດສິນຂອງ FEMA ກ່ຽວກັບໃບສະໝັກຂອງທ່ານ, ທ່ານສາມາດຍື່ນອຸທອນໄດ້ ເຊິ່ງເປັນສິດຂອງທ່ານ.

illustration of page of paper Release Date:

ຖ້າທ່ານອາໄສຢູ່ໃນ Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ຫຼື Wayne County ແລະ ໄດ້ຮັບຜົນກະທົບຈາກພະຍຸຮ້າຍແຮງ, ລົມສາຍກົງ ແລະ ພະຍຸທໍນາໂດທີ່ເກີດຂຶ້ນໃນ ວັນທີ 31 ມີນາ - 1 ເມສາ 2023, FEMA ອາດຈະ ສາມາດຊ່ວຍຄ່າໃຊ້ຈ່າຍໃນການຢູ່ຊົ່ວຄາວ, ການສ້ອມແປງເຮືອນພື້ນຖານ ແລະ/ຫຼື ຄວາມຕ້ອງການດ້ານໄພພິບັດທີ່ຈຳເປັນອື່ນໆ ທີ່ບໍ່ໄດ້ຮັບການຄຸ້ມຄອງໂດຍປະກັນໄພ.

illustration of page of paper Release Date: