ຖ້າທ່ານໄດ້ຮັບຈົດໝາຍຈາກ FEMA ທີ່ລະບຸວ່າທ່ານບໍ່ມີສິດໄດ້ຮັບການຊ່ວຍເຫຼືອ, ຢ່າຟ້າວຕົກໃຈ ຫຼື

Release Date:
ເດືອນເມສາ 14, 2023

ວິຕົກກັງວົນ. ນັ້ນໝາຍຄວາມວ່າ FEMA ອາດຈະຕ້ອງການຂໍ້ມູນເພີ່ມເຕີມ. ຖ້າທ່ານບໍ່ເຫັນດີກັບການຕັດສິນຂອງ FEMA ກ່ຽວກັບໃບສະໝັກຂອງທ່ານ, ທ່ານສາມາດຍື່ນອຸທອນໄດ້ ເຊິ່ງເປັນສິດຂອງທ່ານ.

FEMA ໃຫ້ການຊ່ວຍເຫຼືອດ້ານການເງິນແກ່ບຸກຄົນ ແລະ ຄົວເຮືອນທີ່ມີສິດ ໂດຍມີຄ່າໃຊ້ຈ່າຍທີ່ກ່ຽວກັບໄພພິບັດທີ່ບໍ່ມີປະກັນ ຫຼື ຕ່ຳກວ່າຄ່າປະກັນ. ຕາມກົດໝາຍ, ໂຄງການສ່ວນບຸກຄົນ ແລະ ຄົວເຮືອນຂອງ FEMA ບໍ່ສາມາດໃຫ້ເງິນຊ່ວຍເຫຼືອແກ່ທ່ານໄດ້ ເມື່ອການຊ່ວຍເຫຼືອຈາກແຫຼ່ງອື່ນ - ການປະກັນໄພ, ການລະດົມທຶນຈາກຜູ້ຄົນ ຫຼື ການຊ່ວຍເຫຼືອດ້ານການເງິນຈາກອົງການອາສາສະມັກ ໄດ້ຄວບຄຸມຄ່າໃຊ້ຈ່າຍສໍາລັບຄວາມຕ້ອງການທີ່ກ່ຽວຂ້ອງກັບໄພພິບັດດຽວກັນ.

ຖ້າການປະກັນໄພຂອງທ່ານບໍ່ຄວບຄຸມການສູນເສຍທັງໝົດຂອງທ່ານ ຫຼື ການຕັ້ງຖິ່ນຖານທີ່ຢູ່ຂອງທ່ານເກີດລ້າຊ້າ, ທ່ານອາດຈະມີສິດທີ່ຈະໄດ້ຮັບຄວາມຊ່ວຍເຫຼືອສໍາລັບຄວາມຕ້ອງການທີ່ບໍ່ໄດ້ຮັບການສະໜອງ.

ຖ້າທ່ານຖືກຕັດສິນວ່າບໍ່ມີສິດໄດ້ຮັບການຊ່ວຍເຫຼືອ, FEMA ຈະສົ່ງຈົດໝາຍໃຫ້ ເພື່ອອະທິບາຍສາເຫດວ່າເປັນຫຍັງທ່ານຈຶ່ງບໍ່ຜ່ານເກນ. ນີ້ເປັນໂອກາດໃຫ້ທ່ານອຸທອນຄຳຕັດສິນໄດ້.

ຂະບວນການອຸທອນ

  • ການອຸທອນ ແມ່ນການຮ້ອງຂໍເປັນລາຍລັກອັກສອນຕໍ່ FEMA ເພື່ອກວດສອບໃບຄໍາຮ້ອງຂອງທ່ານ. ນອກຈາກນີ້ຍັງເປັນໂອກາດທີ່ຈະສະໜອງຂໍ້ມູນໃໝ່ ຫຼື ຂໍ້ມູນເພີ່ມເຕີມທີ່ບໍ່ເຄີຍສົ່ງມາກ່ອນໜ້ານີ້ ເຊິ່ງອາດສົ່ງຜົນຕໍ່ການຕັດສິນໃຈຂອງ FEMA. ທ່ານສາມາດຍື່ນອຸທອນຄຳຕັດສິນໃດໆຂອງ FEMA ທີ່ກ່ຽວກັບການສະໝັກຂໍຮັບຄວາມຊ່ວຍເຫຼືອສ່ວນບຸກຄົນໄດ້. ຍົກຕົວຢ່າງ, ທ່ານອາດຈະຂໍອຸທອນການຕັດສິນຄຸນສົມບັດເບື້ອງຕົ້ນຂອງທ່ານ,ຈໍານວນ ຫຼື ປະເພດຂອງການຊ່ວຍເຫຼືອທີ່ FEMA ສະໝອງໃຫ້, ການສະໝັກລ້າຊ້າ, ການຮ້ອງຂໍຄືນເງິນ ຫຼື ການປະຕິເສດການຊ່ວຍເຫຼືອດ້ານທີ່ຢູ່ອາໄສຊົ່ວຄາວຢ່າງຕໍ່ເນື່ອງ.
  • ຄວນສົ່ງຄຳອຸທອນໄປໃຫ້ FEMA ພາຍໃນ 60 ວັນ ນັບຈາກວັນທີຢູ່ໃນຈົດໝາຍຕັດສິນ. ໃນຈົດໝາຍອຸທອນທີ່ລົງວັນທີ ແລະ ລົງນາມແລ້ວ, ໃຫ້ອະທິບາຍວ່າເປັນຫຍັງທ່ານຈຶ່ງບໍ່ເຫັນດີກັບຄຳຕັດສິນ. ຕ້ອງຢ່າລືມໃສ່ສິ່ງຕໍ່ໄປນີ້:
  •  ຊື່່ເຕັມຂອງຜູ້ສະໝັກ, ທີ່ຢູ່ປະຈຸບັນ ແລະ ທີ່ຢູ່ອາໄສທີ່ໄດ້ຮັບຜົນເສຍຫາຍ
  • ໃນທຸກໆຫນ້າ, ໃຫ້ໃສ່ໝາຍເລກຄໍາໃບສະມັກ FEMA ເກົ້າຕົວເລກຂອງຜູ້ສະຫມັກ         

(ຢູ່ທີ່ຂ້າງເທິງຂອງຈົດໝາຍຢັ້ງຢືນ)

  • ໝາຍເລກປະກາດໄພພິບັດຂອງ FEMA: DR-4701-TN
  • ລາຍເຊັນຂອງຜູ້ສະໝັກ ແລະ ວັນທີ
  • ຖ້າທ່ານເລືອກທີ່ຈະໃຫ້ຜູ້ອື່ນສົ່ງຄຳອຸທອນໃນນາມຂອງທ່ານ, ຈົດໝາຍອຸທອນຈະຕ້ອງຖືກລົງນາມໂດຍບຸກ ຄົນນັ້ນ. ລວມທັງຂຽນຂໍ້ຄວາມລົງນາມມອບອຳນາດຂອງທ່ານອະນຸຍາດໃຫ້ບຸກຄົນນັ້ນເຮັດການອຸທອນໃນນາມຂອງທ່ານເເທນ.
  • ສົ່ງຈົດໝາຍອຸທອນຂອງທ່ານໄປທີ່:

FEMA Individuals & Households Program

National Processing Service Center

P.O. Box 10055

Hyattsville, MD 20782-8055

  • ຈົດໝາຍອຸທອນ ແລະ ເອກະສານສະໜັບສະໜູນຍັງສາມາດອັບໂຫຼດລົງໃສ່ບັນຊີຂອງທ່ານເທິງເວັບໄຊຕ໌ DisasterAssistance.gov ຫຼື ທ່ານສາມາດແຟັກຈົດໝາຍຂອງທ່ານໄປທີ່ 800-827-8112.

ຖ້າ​ຫາກ​ວ່າ​ທ່ານ​ບໍ່​ໄດ້​ສະ​ໝັກ​ຂໍ​ການ​ຊ່ວຍ​ເຫຼືອ ​ແຕ່​ວ່າ​ທ່ານ​ໄດ້​ຮັບ​ຈົດ​ໝາຍ​ຈາກ FEMA​, ກະລຸນາໂທ​ໄປຫາ​ສາຍ​ດ່ວນ​ການ​ຊ່ວຍ​ເຫຼືອ​ໄພ​ພິ​ບັດ​ທີ່ໝາຍເລກໂທລະສັບ 800-621-3362​. ຖ້າທ່ານເຊື່ອວ່າ ທ່ານຕົກເປັນເຫຍື່ອຂອງການຫຼອກລວງ, ໃຫ້ລາຍງານທັນທີຕໍ່ຕຳຫຼວດພາຍໃນທ້ອງຖິ່ນ. ຜູ້ເສຍຫາຍຍັງສາມາດຍື່ນເລື່ອງຮ້ອງຮຽນການສໍ້ໂກງກັບສຳນັກ ງານໄອຍະການທົ່ວໄປຂອງລັດເທນເນສຊີ ໄດ້ທີ່:https://www.tn.gov/content/tn/attorneygeneral/working-for-tennessee/consumer/file-a-complaint.html.

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະFacebook.com/FEMA.

Tags:
ອັບເດດຫຼ້າສຸດ