ຄຳຖາມທີ່ຖາມກັນເປັນປະຈຳກ່ຽວກັບເງິນຊ່ວຍເຫຼືອດ້ານໄພພິບັດຂອງ FEMA

Release Date:
May 1, 2023

ຜູ້ອາໄສຢູ່ໃນລັດເທນເນສຊີທີ່ໄດ້ຮັບຜົນກະທົບຈາກພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນບໍ່ດົນມານີ້ມີເວລາຮອດວັນອັງຄານທີ 6 ມິຖຸນາ 2023 ທີ່ຈະສະໝັກຂໍເງິນຊ່ວຍເຫຼືອດ້ານໄພພິບັດຈາກ FEMA. ນີ້ແມ່ນຄຳຕອບສຳລັບຄຳຖາມທີ່ຖາມກັນເປັນປະຈຳ:

ຖາມ: ຖ້າຂ້າພະເຈົ້າໄດ້ຮັບຄວາມເສຍຫາຍຈາກພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນໃນຊ່ວງວັນທີ 31 ມີນາ ຫາ 1 ເມສາ 2023, ຂ້າພະເຈົ້າຈະມີສິດໄດ້ຮັບເງິນຊ່ວຍເຫຼືອຈາກ FEMA ບໍ?

ຕອບ: ຖ້າເຮືອນຫຼັກທີ່ທ່ານອາໄສຢູ່ໄດ້ຮັບຄວາມເສຍຫາຍແລະທ່ານອາໄສຢູ່ໃນ 10 ເຄົາຕີ້ທີ່ຖຶກກຳນົດໃຫ້ໄດ້ຮັບການຊ່ວຍເຫຼືອສ່ວນບຸກຄົນຈາກ FEMA, ທ່ານອາດມີສິດໄດ້ຮັບເງິນຊ່ວຍເຫຼືອນີ້ຈາກ FEMA. 10 ເຄົາຕີ້ດັ່ງກ່າວ ໄດ້ແກ່: Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ແລະ Wayne.

ຖາມຂ້າພະເຈົ້າສະໝັກກັບທາງ FEMA ແລະ ໄດ້ຮັບແຈ້ງວ່າຂ້າພະເຈົ້າບໍ່ມີສິດໄດ້ຮັບການຊ່ວຍເຫຼືອ. ນັ້ນໝາຍຄວາມວ່າຂ້າພະເຈົ້າບໍ່ສາມາດຄາດຫວັງທີ່ຈະໄດ້ຮັບການຊ່ວຍເຫຼືອໃດໆຈາກທາງ FEMA ແມ່ນ ຫຼື ບໍ່?

ຕອບ: ບໍ່ແມ່ນ. ນັ້ນໝາຍຄວາມວ່າທ່ານມີເວລາ 60 ມື້ ນັບຈາກວັນທີທີ່ໄດ້ຮັບຮອງໃນຈົດໝາຍ FEMA ຂອງທ່ານ ເພື່ອສົ່ງຄໍາອຸທອນເປັນລາຍລັກອັກສອນ. ໃຫ້ທ່ານອ່ານຈົດໝາຍຢ່າງລະອຽດ ແລະ ລະມັດລະວັງ; ໂດຍອະທິບາຍວ່າ: ໂປຼແກຼມໃດທີ່ທ່ານອາດຈະມີສິດໄດ້ຮັບ. ໃນຈົດໝາຍຂອງທ່ານທີ່ຂໍໃຫ້ໜ່ວຍງານພິຈາລະນາການຕັດສິນໃຈໃໝ່, ໃຫ້ທ່ານລວບລວມເອກະສານ ຫຼື ຂໍ້ມູນທີ່ທາງ FEMA ຮ້ອງຂໍ. ຖ້າຫາກທ່ານຕ້ອງການປຶກສາກັບຜູ້ຊ່ຽວຊານກ່ອນທີ່ທ່ານຈະຂຽນຈົດໝາຍ, ໃຫ້ໄປທີ່ສູນຟື້ນຟູໄພພິບັດ (Disaster Recovery Center) ທີ່ໃກ້ບ້ານທີ່ສຸດ ຫຼື ໂທຫາສາຍດ່ວນຂອງ FEMA ທີ່ເບີ 800-621-3362. ຜູ້ຊ່ຽວຊານທີ່ຢູ່ສູນຟື້ນຟູ ຍັງສາມາດສົ່ງເອກະສານທີ່ທ່ານຮ້ອງຂໍໄປຫາສູນດຳເນີນການ FEMA ໄດ້. ເພື່ອຊອກຫາສູນຟື້ນຟູໄພພິບັດທີ່ຢູ່ໃກ້ບ້ານທ່ານ, ສາມາດຊອກຫາໄດ້ທີ່ເວັບໄຊຕ໌ https://egateway.fema.gov/ESF6/DRCLocator.

ຖາມ: ຂ້າພະເຈົ້າບໍ່ສາມາດສ້າງເຮືອນຄືນໃໝ່ໄດ້ຈາກເງິນທີ່ທາງ FEMA ສະເໜີໃຫ້. ເປັນຫຍັງທາງ FEMA ຈຶ່ງສະເໜີໃຫ້ຂ້າພະເຈົ້ານ້ອຍໆແບບນີ້?

ຕອບ: ການຊ່ວຍເຫຼືອຂອງ FEMA ບໍ່ຄືກັນກັບປະກັນໄພ. ຕາມກົດໝາຍແລ້ວ, FEMA ບໍ່ສາມາດສະໜອງທຶນສໍາລັບຄ່າໃຊ້ຈ່າຍໄດ້ ເມື່ອແຫຼ່ງເງິນອື່ນໆ ເຊັ່ນ: ການປະກັນໄພ, ການລະດົມທຶນຈາກປະຊາຊົນ ຫຼື ການຊ່ວຍເຫຼືອທາງດ້ານການເງິນຈາກໜ່ວຍງານອາສາສະມັກໄດ້ກວມເອົາຄ່າໃຊ້ຈ່າຍເຫຼົ່ານັ້ນສໍາລັບຄວາມຕ້ອງການທີ່ກ່ຽວຂ້ອງກັບໄພພິບັດດຽວກັນ. ເວົ້າອີກແບບໜຶ່ງກໍ່ຄື  FEMA ບໍ່ສາມາດຈ່າຍຄ່າສ້ອມແປງເຮືອນໄດ້ ຖ້າຫາກວ່າທ່ານໄດ້ຮັບເງິນຈາກບໍລິສັດປະກັນໄພຂອງທ່ານສໍາລັບການສ້ອມແປງເຮືອນແລ້ວ. FEMA ຈະບໍ່ໃຫ້ເງິນທົດແທນສໍາລັບລາຍທີ່ເສຍຫາຍ ຫຼື ການຊ່ວຍເຫຼືອກັບລາຍການທີ່ບໍ່ຈໍາເປັນ. ເງິນຊ່ວຍເຫຼືອ FEMA ແມ່ນເງິນທຶນສໍາລັບການສ້ອມແປງທີ່ຈໍາເປັນ ເພື່ອເຮັດໃຫ້ເຮືອນແຂງແຮງ ແລະ ປອດໄພ, ເຂົ້າຢູ່ໄດ້ ແລະ ໃຊ້ງານໄດ້. ເຊິ່ງລາຍການທີ່ຈຳເປັນນັ້ນປະກອບມີ ​ຫ້ອງ​ນ້ຳ, ຫຼັງ​ຄາ, ສາທາລະນະນຸປະໂພກທີ່​ຈຳເປັນ, ປ່ອງ​ຢ້ຽມ ແລະ​ ປະ​ຕູ.

ຖາມ: ການຈ່າຍຊົດເຊີຍຈາກການປະກັນໄພຂອງຂ້າພະເຈົ້າ ບໍ່ໄດ້ຕອບສະໜອງຕາມຄວາມຕ້ອງການທັງໝົດຂອງຂ້າພະເຈົ້າ ເພື່ອຊ່ວຍໃຫ້ຂ້າພະເຈົ້າຟື້ນຕົວຈາກໄພພິບັດນີ້. ຂ້າພະເຈົ້າສາມາດຂໍຄວາມຊ່ວຍເຫຼືອເພີ່ມເຕີມຈາກ FEMA ໄດ້ບໍ?

ຕອບ: ໄດ້, ທ່ານສາມາດສະໝັກກັບ FEMA ເພື່ອຂໍການຊ່ວຍເຫຼືອເພີ່ມເຕີມໄດ້. ຖ້າທ່ານໄດ້ຮັບຄ່າຊົດເຊີຍສູງສຸດຈາກບໍລິສັດປະກັນໄພຂອງທ່ານແລ້ວ ແລະ ຍັງມີຄວາມຕ້ອງການທີ່ກ່ຽວຂ້ອງກັບໄພພິບັດທີ່ຍັງບໍ່ໄດ້ຮັບການຕອບສະໜອງ, ໃຫ້ທ່ານຂຽນໃບຄຳຮ້ອງຂໍໄປຫາ FEMA ແລະ ອະທິບາຍຄວາມຕ້ອງການຂອງທ່ານ. ພ້ອມທັງເອກະສານການຊໍາລະເງິນຈາກບໍລິສັດປະກັນໄພຂອງທ່ານນຳ.

ຖາມ: ການຊ່ວຍເຫຼືອຈາກໄພພິບັດຕ້ອງຈ່າຍເງິນຄືນບໍ?

ຕອບ: ອັນນີ້ຂຶ້ນກັບປະເພດຂອງການຊ່ວຍເຫຼືອທີ່ທ່ານໄດ້ຮັບ. ຖ້າມີຄວາມລ່າຊ້າໃນການຊຳລະເລື່ອງປະກັນໄພຂອງທ່ານ, ເງິນທຶນຂອງທາງ FEMA ໃດໆ ຈະເປັນເງິນລ່ວງຫນ້າທີ່ຕ້ອງຊໍາລະຄືນ ເມື່ອທ່ານໄດ້ຮັບເງິນຂອງທ່ານແລ້ວ. ເນື່ອງຈາກການຊ່ວຍເຫຼືອຈາກທາງ FEMA ຈຳກັດ ແລະ ຄວບຄຸມເອົາສະເພາະຄວາມຕ້ອງການຂັ້ນພື້ນຖານສຳລັບສິ່ງຈຳເປັນທີ່ສຳຄັນທີ່ສຸດ, ການຊ່ວຍເຫຼືອໄພພິບັດສ່ວນໃຫຍ່ຈາກລັດຖະບານກາງ ຈຶ່ງສະເໜີໃຫ້ຜ່ານເງິນກູ້ຢືມເງິນສຳລັບຜູ້ປະສົບໄພພິບັດດ້ວຍອັດຕາດອກເບ້ຍຕໍ່າຈາກ ກອງອຳນວຍການທຸລະກິດຂະໜາດນ້ອຍຂອງສະຫະລັດ  (U.S. Small Business Administration). ແລະ ຕ້ອງຊຳລະຄືນເງິນກູ້ SBA ເຫຼົ່ານັ້ນ.

ຖາມ: ຫຼາຍໆຄົນໃນຄົວເຮືອນຂອງຂ້າພະເຈົ້າສາມາດຍື່ນຂໍຄວາມຊ່ວຍເຫຼືອຈາກທາງ FEMA ແຍກກັນໄດ້ບໍ?

ຕອບ: ບໍ່ໄດ້, ທ່ານສາມາດສົ່ງໄດ້ພຽງແຕ່ຄົນດຽວ (ໜຶ່ງໃບສະໝັກ) ສໍາລັບແຕ່ລະຄົວເຮືອນ.

ຖາມ: ຖ້າຂ້າພະເຈົ້າບໍ່ແມ່ນພົນລະເມືອງສະຫະລັດ, ຄົນອື່ນໃນຄອບຄົວຂອງຂ້າພະເຈົ້າສາມາດຂໍຄວາມຊ່ວຍເຫຼືອຈາກທາງ FEMA ໄດ້ບໍ?

ຕອບ:  ໄດ້. ເພື່ອໃຫ້ມີສິດໄດ້ຮັບການຊ່ວຍເຫຼືອຈາກໂຄງການສ່ວນບຸກຄົນ ແລະ ຄົວເຮືອນຂອງທາງ FEMA,  ທ່ານ ຫຼື ສະມາຊິກໃນຄົວເຮືອນຂອງທ່ານຕ້ອງເປັນພົນລະເມືອງສະຫະລັດ, ຄົນທີ່ບໍ່ມີສັນຊາດສະຫະລັດ ຫຼື ຄົນຕ່າງດ້າວທີ່ມີຄຸນສົມບັດເໝາະສົມຕາມກົດໝາຍທໍ່ນັ້ນ. ແນວໃດກໍ່ຕາມ, ຄອບຄົວທີ່ບໍ່ມີເອກະສານການເຂົ້າເມືອງທີ່ຖືກຕ້ອງ ສາມາດໃຫ້ສະມາຊິກໃນຄອບຄົວທີ່ມີເລກປະກັນສັງຄົມພຽງແຕ່ຄົນດຽວໃນການສະໝັກໄດ້. ສະມາຊິກໃນຄອບຄົວຄົນນັ້ນອາດຈະເປັນລູກທີ່ຍັງບໍ່ທັນບັນລຸນິຕິພາວະ ທີ່ເປັນພົນລະເມືອງສະຫະລັດ, ບໍ່ແມ່ນຄົນທີ່ມີສັນຊາດອາເມຣິກັນ ຫຼື ຄົນຕ່າງດ້າວທີ່ມີຄຸນສົມບັດເໝາະສົມຕາມກົດໝາຍ.

  • ລູກທີ່ຍັງເປັນເດັກນ້ອຍຕ້ອງຢູ່ກັບພໍ່ແມ່ ຫຼື ຜູ້ປົກຄອງທີ່ຍື່ນຄຳຮ້ອງສະໝັກແທນເຂົາເຈົ້າ. ພໍ່ແມ່ ຫຼື ຜູ້ປົກຄອງບໍ່ຈໍາເປັນຕ້ອງໃຫ້ຂໍ້ມູນໃດໆກ່ຽວກັບສະຖານະການເຂົ້າເມືອງຂອງຕົນ ຫຼື ລົງນາມເອກະສານໃດໆກ່ຽວກັບສະຖານະຂອງຕົນເອງ.
  • ຄົນຕ່າງດ້າວທີ່ມີຄຸນສົມບັດ ແມ່ນຄຳສັບທາງກົດໝາຍທີ່ໃຫ້ຄຳນິຍາມລວມເຖິງຜູ້ທີ່ມີຖິ່ນຢູ່ອາໄສຖາວອນຕາມກົດໝາຍ ຫຼື ຜູ້ຖື “ບັດຂຽວ”; ບຸກຄົນທີ່ຈັດເປັນຊາວອົບພະຍົບຜູ້ລີ້ໄພ; ບຸກຄົນທີ່ອະນຸຍາດໃຫ້ລີໄພ; ບຸກຄົນທີ່ຖືກລະງັບການເນລະເທດ; ບຸກຄົນທີ່ຖືວີຊາ “T” ຫຼື “U”; ຫຼື ບຸກຄົນທີ່ໄດ້ຮັບສະຖານະພາບໃຫ້ເຂົ້າເມືອງຈາກປະເທດຄິວບາ ແລະ ເຮຕິ.

ຖາມ: ເປັນຫຍັງ FEMA ຈຶ່ງສົ່ງຂ້າພະເຈົ້າໃຫ້ໄປຫາ ກອງອຳນວຍການທຸລະກິດຂະໜາດນ້ອຍຂອງສະຫະລັດ (U.S. Small Business Administration) ເພື່ອຂໍເງິນກູ້ຢືມ?

ຕອບ: FEMA ຈະແນະ​ນໍາ​ໃຫ້ທ່ານ​ໄດ້ຮູ້ຈັກກັບ SBA ເຖິງ​ແມ່ນ​ວ່າ​ທ່ານຈະ​ບໍ່​ໄດ້​ເປັນ​ເຈົ້າ​ຂອງ​ທຸ​ລະ​ກິດ​ ຫຼື ເຈົ້າຂອງ​ເຮືອນກໍ່ຕາມ​. ເງິນກູ້ຢືມຈາກ SBA ແມ່ນແຫຼ່ງເງິນທຶນທີ່ໃຫຍ່ທີ່ສຸດຂອງລັດຖະບານກາງສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ເງິນກູ້ຢືມໄລຍະຍາວສຳລັບຜູ້ປະສົບໄພພິບັດ, ດອກເບ້ຍຕໍ່າສໍາລັບທຸລະກິດ, ເຈົ້າຂອງເຮືອນ, ຜູ້ເຊົ່າ ແລະ ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ ອາດມີໄວ້ເພື່ອຄຸ້ມຄອງການສູນເສຍທີ່ບໍ່ໄດ້ຮັບການຊົດເຊີຍຢ່າງເຕັມມິດເຕັມໜ່ວຍຈາກປະກັນໄພ ຫຼື ແຫຼ່ງອື່ນໆ.

ຖາມ: ເງິນຊ່ວຍເຫຼືອດ້ານໄພພິບັດຈາກ FEMA ຈະມີຜົນກະທົບຕໍ່ເງິນໂຊໂຊ່ (ເງິນປະກັນສັງຄົມ ຫຼື Social Security) ຫຼື ເງິນຊ່ວຍເຫຼືອອື່ນໆຈາກລັດຖະບານບໍ?

ຕອບ: ບໍ່. ເງິນຊ່ວຍເຫຼືອຈາກ FEMA ແມ່ນເງິນທີ່ບໍ່ຕ້ອງເສຍພາສີ ແລະ ບໍ່ກະທົບຕໍ່ເງິນໂຊໂຊ່, Medicare ຫຼື Medicaid. ເງິນທີ່ໃຫ້ລ້າຈາກ FEMA ບໍ່ມີຜົນຕໍ່ເງິນຊ່ວຍເຫຼືອຂອງລັດເທນເນສຊີພາຍໃຕ້ໂຄງການຊ່ວຍເຫຼືອດ້ານໂພຊະນາການອາຫານເສີມ(Supplemental Nutrition Assistance Program ຫຼື SNAP); ຫຼື ໂຄງການອື່ນໆຂອງລັດຖະບານກາງແລະໂຄງການທີ່ທ່ານມີສິດໄດ້ຮັບຕາມກົດໝາຍ.

ຖາມ: ເປັນຫຍັງເພື່ອນບ້ານຂອງຂ້າພະເຈົ້າຈຶ່ງໄດ້ເງິນຊ່ວຍເຫຼືອສຳລັບການສ້ອມແປງຫຼາຍກວ່າຂ້າພະເຈົ້າ

ຕອບ: FEMA ພິຈາລະນາໃຫ້ເງິນກັບຜູ້ສະໝັກເປັນແຕ່ລະກໍລະນີໄປ. ໜ່ວຍງານນີ້ຈະເບິ່ງສະຖານະການປະກັນໄພຂອງທ່ານແລະຂອບເຂດແລະປະເພດຂອງຄວາມເສຍຫາຍທີ່ເກີດຂຶ້ນທີ່ທ່ານໄດ້ຂຽນໄວ້ໃນໃບສະໝັກເພື່ອຂໍເງິນຊ່ວຍເຫຼືອ.   

ຖາມ: FEMA ໝາຍຄວາມວ່າຫຍັງຕອນທີ່ບອກວ່າ: “ເຮືອນປອດໄພທີ່ຈະເຂົ້າໄປຢູ່ໄດ້ແລ້ວ?” 

ຕອບ: ຄວາມເສຍຫາຍທີ່ເກີດຈາກໄພພິບັດອາດຈະຍັງມີຢູ່, ແຕ່ອາດຈະບໍ່ມີຜົນກະທົບຕໍ່ການອາໄສຢູ່ໃນເຮືອນຂອງທ່ານ. ເພື່ອທີ່ຈະຖືວ່າມັນປອດໄພ, ດ້ານນອກຂອງເຮືອນຈະຕ້ອງມີໂຄງສ້າງທີ່ແຂງແຮງ, ຮວມເຖິງ ປະຕູ, ຫຼັງຄາ ແລະ ປ່ອງຢ້ຽມ. ລະບົບໄຟຟ້າ, ແກຊ, ຮີດເຕີ, ທໍ່ປະປາ, ທໍ່ນ້ຳເສຍ ແລະ ບໍ່ຊຶມ (septic) ລະບົບຕ້ອງທຳງານໄດ້ດີ. ດ້ານໃນຂອງເຮືອນຈະຕ້ອງມີໂຄງສ້າງທີ່ແຂງແຮງ, ຮວມເຖິງເພດານແລະພື້ນ. ອາດຕ້ອງມີການກວດເບິ່ງເຮືອນເພື່ອຕັດສິນວ່າເຮືອນຂອງທ່ານປອດໄພ, ເຂົ້າຢູ່ໄດ້ ແລະ ໃຊ້ງານໄດ້ຢ່າງປອດໄພ ຫຼື ບໍ່.   

ຖາມ: ຂ້າພະເຈົ້າເປັນຜູ້ເຊົ່າເຮືອນ. ຂ້າພະເຈົ້າສາມາດຂໍຄວາມຊ່ວຍເຫຼືອຈາກ FEMA ໄດ້ບໍ?

ຕອບ: ໄດ້. ຜູ້ເຊົ່າທີ່ເຮືອນແລະຊັບສິນຖືກທຳລາຍໂດຍພາຍຸມໍລະສຸມແລະພາຍຸທໍນາໂດສາມາດສະໝັກຂໍຄວາມຊ່ວຍເຫຼືອຈາກລັດຖະບານກາງໄດ້. ເງິນແບບໃຫ້ລ້າຂອງ FEMA ສາມາດຊ່ວຍຈ່າຍຄ່າເຮືອນແບບຊົ່ວຄາວໄດ້. ຜູ້ເຊົ່າອາດມີສິດໄດ້ຮັບເງິນແບບໃຫ້ລ້າເພື່ອໃຊ້ໃນການທົດແທນ ຫຼື ສ້ອມແປງຊັບສິນສ່ວນຕົວທີ່ຈຳເປັນ ເຊັ່ນ ເຟີນິເຈີ, ເຄື່ອງໃຊ້ໃນເຮືອນ, ເສື້ອຜ້າ, ປຶ້ມແບບຮຽນ ຫຼື ເຄື່ອງໃຊ້ຕ່າງໆສຳລັບໂຮງຮຽນ.   

ຖາມ: ພາສາອັງກິດບໍ່ແມ່ນພາສາແມ່ຂອງຂ້າພະເຈົ້າ. ມີຄົນທີ່ FEMA ບໍທີ່ເວົ້າພາສາລາວໄດ້?

ຕອບ: ມີ. ສາຍບໍລິການຊ່ວຍເຫຼືອ (Helpline) ຂອງ FEMA ທີ່ເບີ 800-621-3362, ມີຜູ້ຊ່ວຍຊານທີ່ເວົ້າຫຼາຍພາສາ. ຖ້າທ່ານໃຊ້ບໍລິການວີດີໂອທາງໄກແບບຣີເລ (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ເບີໂທຂອງທ່ານກັບ FEMA ສຳລັບການບໍລິການທີ່ທ່ານສະໝັກ. FEMA ຍັງມີບໍລິການຟຣີຕ່າງໆເພື່ອຊ່ວຍຜູ້ລອດຊີວິດໃຫ້ຕິດຕໍ່ສື່ສານກັບເຈົ້າໜ້າທີ່ຂອງ FEMA ທາງໂທລະສັບ ຫຼື ສູນຟື້ນຟູໄພພິບັດ. ມີບໍລິການແປພາສາມືໃຫ້ກັບຜູ້ເຂົ້າມາໃຊ້ບໍລິການໂດຍຂໍກັບສູນຟື້ນຟູ. ເພື່ອເບິ່ງວ່າສູນຟື້ນຟູຕັ້ງຢູ່ບ່ອນໃດແດ່, ໃຫ້ໄປທີ່  https://egateway.fema.gov/ESF6/DRCLocator.

  • ສຳລັບຜູ້ຮັບສາຍພາສາສະເປນຜ່ານສາຍບໍລິການຊ່ວຍເຫຼືອ (Helpline) ຂອງ FEMA, ໃຫ້ກົດ 2. ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ, ໃຫ້ກົດ 3. ສາຍບໍລິການຊ່ວຍເຫຼືອ (Helpline) ເປີດຕັ້ງແຕ່ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ Central Daylight ທຸກວັນ.

ຖາມ: ຖ້າເຄົາຕີ້ທີ່ຂ້າພະເຈົ້າຢູ່ບໍ່ໄດ້ຖືກປະກາດວ່າຢູ່ໃນເຂດທີ່ປະສົບໄພພິບັດ ຕ້ອງເຮັດແນວໃດ?

ຕອບ: ຖ້າການປະກາດເລື່ອງໄພພິບັດບໍ່ໄດ້ລວມເອົາເຄົາຕີ້ຂອງທ່ານສຳລັບການຊ່ວຍເຫຼືອສ່ວນບຸກຄົນຂອງ  FEMA, ຜູ້ຈັດການດ້ານສຸກເສີນຂອງລັດອາດສະເໜີການຊ່ວຍເຫຼືອໃຫ້ທ່ານໄດ້. ເພື່ອທີ່ຈະຢັ້ງຢືນວ່າເຄົາຕີ້ຂອງທ່ານໄດ້ຖືກກຳນົດທີ່ຈະໄດ້ຮັບການຊ່ວຍເຫຼືອສ່ວນບຸກຄົນຂອງ  FEMA ຫຼື ບໍ່, ໃຫ້ໄປທີ່ https://www.disasterassistance.gov/get-assistance/address-lookup?isMap=false&address=Tennessee.

ຖາມ: ຂ້າພະເຈົ້າຈະກະກຽມແນວໃດແດ່ສຳລັບການມາກວດເບິ່ງສະພາບເຮືອນໂດຍ  FEMA?

ຕອບ: ຂັ້ນຕອນທຳອິດສຳລັບການກວດເບິ່ງສະພາບເຮືອນເລີ່ມຕົ້ນທີ່ທ່ານໄດ້ຮັບການໂທ, ສົ່ງຂໍ້ຄວາມ ຫຼື ອີເມວຈາກຜູ້ກວດເບິ່ງສະພາບເຮືອນ (inspector) ຂອງ   FEMA ເພື່ອນັດເວລາ.  ໃຫ້ທ່ານຮັບຊາບໄວ້ວ່າເລກໂທທີ່ຂຶ້ນໂຊເທິງຈໍໂທລະສັບຈາກ FEMA ອາດເປັນເບີທີ່ທ່ານບໍ່ຮູ້ຈັກ. ຜູ້ກວດເບິ່ງສະພາບຈະພະຍາຍາມຕິດຕໍ່ທ່ານສາມເທື່ອໃນຊ່ວງເວລາສາມມື້. ເຄສຂອງທ່ານຈະຖືກລ໋ອກໄວ້ ຖ້າຜູ້ກວດເບິ່ງສະພາບບໍ່ສາມາດຕິດຕໍ່ທ່ານໄດ້ຫຼັງຈາກພະຍາຍາມແລ້ວສາມເທື່ອ.  ຖ້າທ່ານຕ້ອງການນາຍພາສາ ຫຼື ບໍລິການສຳລັບຜູ້ພິການ, ໃຫ້ໂທຫາສາຍບໍລິການຊ່ວຍເຫຼືອ (Helpline) ຂອງ FEMA ທີ່ເບີ 800-621-3362 ກ່ອນທີ່ຈະມີການກວດເບິ່ງສະພາບເຮືອນ ແລະ ແຈ້ງໃຫ້ FEMA ຮູ້ວ່າທ່ານຕ້ອງການຄວາມຊ່ວຍເຫຼືອຫຍັງແດ່.  

ຖາມ: ລົດຂອງຂ້າພະເຈົ້າຖືກທຳລາຍໂດຍພາຍຸທໍນາໂດ. FEMA ສາມາດຈ່າຍເງິນເພື່ອທົດແທນລົດຂອງຂ້າພະເຈົ້າໄດ້ບໍ?

ຕອບ: ພາຍໃຕ້ໂຄງການໃຫ້ຄວາມຊ່ວຍເຫຼືອອື່ນໆຂອງ FEMA, ໜ່ວຍງານນີ້ອາດຊ່ວຍສ້ອມແປ ຫຼື ທົດແທນລົດທີ່ທ່ານໃຊ້ເປັນຫຼັກທີ່ສູນເສຍ ຫຼື ໄດ້ຮັບຄວາມເສຍຫາຍຈາກພາຍຸມໍລະສຸມແລະພາຍຸທໍນາໂດ.

ຖາມ: ອຸປະກອນທາງການແພດຂອງຂ້າພະເຈົ້າຖືກທຳລາຍໃນເວລາທີ່ເຮືອນຂອງຂ້າພະເຈົ້າໄດ້ຮັບຄວາມເສຍຫາຍຈາກພາຍຸ. FEMA ຈະຈ່າຍຄ່າທົດແທນໃຫ້ບໍ?

ຕອບ: ພາຍໃຕ້ໂຄງການໃຫ້ຄວາມຊ່ວຍເຫຼືອອື່ນໆ, FEMA ອາດຈະໃຫ້ເງິນສຳລັບຊັບສິນສ່ວນຕົວທີ່ຈຳເປັນທີ່ບໍ່ມີປະກັນໄພ ແລະ ຄ່າໃຊ້ຈ່າຍຢ່າງອື່ນທີ່ກ່ຽວຂ້ອງກັບພາຍຸ ເຊັ່ນ ອຸປະກອນທາງການແພດ. 

ຖາມ: ຫຼັງຈາກພາຍຸ, ຂ້າພະເຈົ້າໄດ້ເຊົ່າບ່ອນເກັບເຄື່ອງ (storage unit) ສຳລັບມ້ຽນຊັບສິນສ່ວນຕົວ. FEMA ຈະຈ່າຍຄ່າເຊົ່າໂຕນີ້ໃຫ້ບໍ?

ຕອບ: ມີເງິນຊ່ວຍເຫຼືອຈາກ FEMA ໄວ້ສຳລັບຄ່າໃຊ້ຈ່າຍໃນການຍ້າຍແລະເກັບມ້ຽນຊັບສິນ ຖ້າເຮືອນຂອງທ່ານບໍ່ປອດໄພທີ່ຈະອາໄສຢູ່ຍ້ອນພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນລະຫວ່າງວັນທີ 31 ມີນາ ຫາ ວັນທີ 1 ເມສາ 2023.

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະ Facebook.com/FEMA.

Tags:
Last updated