ຄວາມຄາດຫວັງຫຼັງຈາກທີ່ທ່ານສະໜັກ FEMA Assistance ແມ່ນຫຍັງ?

Release Date:
ເດືອນເມສາ 10, 2023

ຖ້າທ່ານອາໄສຢູ່ໃນ Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ຫຼື Wayne County ແລະ ໄດ້ຮັບຜົນກະທົບຈາກພະຍຸຮ້າຍແຮງ, ລົມສາຍກົງ ແລະ ພະຍຸທໍນາໂດທີ່ເກີດຂຶ້ນໃນ ວັນທີ 31 ມີນາ - 1 ເມສາ 2023, FEMA ອາດຈະ ສາມາດຊ່ວຍຄ່າໃຊ້ຈ່າຍໃນການຢູ່ຊົ່ວຄາວ, ການສ້ອມແປງເຮືອນພື້ນຖານ ແລະ/ຫຼື ຄວາມຕ້ອງການດ້ານໄພພິບັດທີ່ຈຳເປັນອື່ນໆ ທີ່ບໍ່ໄດ້ຮັບການຄຸ້ມຄອງໂດຍປະກັນໄພ.

ມີຫຼາຍວິທີໃນການສະໝັກ: ເຂົ້າໄປອອນລາຍທີ່ DisasterAssistance.gov, ໃຊ້ ແອັບ FEMA ສຳລັບສະມາດໂຟນ ຫຼື ໂທຫາ 800-621-3362. ໂທລະສັບສາຍດ່ວນແມ່ນເປີດ, ແລະ ການຊ່ວຍເຫຼືອແມ່ນມີໃຫ້ຕັ້ງແຕ່ເວລາ 6 ໂມງເຊົ້າ ຫາ ເວລາທ່ຽງຄືນຕາມເວລາກາງ (Central Time) ໃນພາສາສ່ວນໃຫຍ່. ຖ້າທ່ານໃຊ້ບໍລິການຖ່າຍທອດເຊັ່ນ: ບໍລິການຖ່າຍທອດທາງວິດີໂອທີ່ເອີ້ນວ່າ Video Relay Service (VRS), ບໍລິການໂທລະສັບທີ່ແປໄວ້ທາງລຸ່ມ ຫຼື ອື່ນໆ, ຈົ່ງບອກເບີຂອງທ່ານແກ່ FEMA ສຳລັບການບໍລິການນັ້ນເມື່ອທ່ານສະໝັກຂໍ.

FEMA ຈະຮ້ອງຂໍໃຫ້ມີ:

  • ໝາຍເລກໂທລະສັບປະຈຸບັນຂອງທ່ານບ່ອນທີ່ທ່ານສາມາດຖືກຕິດຕໍ່ໄດ້.
  • ທີ່ຢູ່ຂອງທ່ານໃນເວລາທີ່ເກີດໄພພິບັດ ແລະ ທີ່ຢູ່ບ່ອນທີ່ທ່ານຢູ່ໃນປັດຈຸບັນ.
  • ໝາຍເລກປະກັນສັງຄົມຂອງທ່ານ.
  • ລາຍການທົ່ວໄປຂອງຄວາມເສຍຫາຍ ແລະ ສູນເສຍຕ່າງໆ.
  • ຂໍ້ມູນທາງທະນາຄານຖ້າຫາກທ່ານຕ້ອງການການຝາກເງິນໂດຍກົງ.
  • ຖ້າມີປະກັນໄພ, ໝາຍເລກນະໂຍບາຍ ຫຼື ຕົວແທນ ແລະ/ຫຼື ຊື່ບໍລິສັດ.

ຖ້າທ່ານມີເຈົ້າຂອງເຮືອນ, ຜູ້ເຊົ່າ ຫຼື ປະກັນໄພນ້ຳຖ້ວມ, ທ່ານຄວນຍື່ນຄໍາຮ້ອງຂໍທັນທີທີ່ເປັນໄປໄດ້. FEMA ບໍ່ສາມາດໃຫ້ຜົນປະໂຫຍດຊ້ຳຊ້ອນສຳລັບການສູນເສຍທີ່ໄດ້ຮັບການຄຸ້ມຄອງຈາກປະກັນໄພ. ຖ້ານະໂຍບາຍຂອງທ່ານບໍ່ກວມເອົາຄ່າໃຊ້ຈ່າຍຄວາມເສຍຫາຍທັງໝົດຂອງທ່ານ, ທ່ານອາດຈະມີສິດໄດ້ຮັບການຊ່ວຍເຫຼືອຈາກລັດຖະບານກາງ.

ການກວດກາເຮືອນ

ຖ້າທ່ານລາຍງານວ່າທ່ານບໍ່ສາມາດ, ຫຼື ອາດຈະບໍ່ສາມາດ, ອາໄສຢູ່ໃນເຮືອນຂອງທ່ານຢ່າງປອດໄພ, FEMA ອາດຈະຕ້ອງດໍາເນີນການກວດກາເບິ່ງເຮືອນທີ່ເສຍຫາຍ. ການກວດກາອາດຈະຖືກດໍາເນີນຢູ່ສະຖານທີ່ຂອງເຮືອນທີ່ເສຍຫາຍ ຫຼື ແບບທາງໄກ. FEMA ຈະຕິດຕໍ່ຫາທ່ານ ເພື່ອແຈ້ງໃຫ້ທ່ານຮູ້ວ່າ ການກວດກາຈະເກີດຂຶ້ນແນວໃດ.

ສໍາລັບການກວດກາແບບທາງໄກ, ຜູ້ກວດກາ FEMA ຈະຕິດຕໍ່ຜູ້ສະໝັກ ເພື່ອຕອບຄໍາຖາມກ່ຽວກັບປະເພດ ແລະ ຂອບເຂດຂອງຄວາມເສຍຫາຍທີ່ເກີດຂື້ນ. ຜູ້ລອດຊີວິດທີ່ມີຄວາມເສຍຫາຍໜ້ອຍທີ່ສຸດ ທີ່ສາມາດອາໄສຢູ່ໃນເຮືອນຂອງເຂົາເຈົ້າຈະບໍ່ຖືກກໍານົດເວລາອັດຕະໂນມັດສໍາລັບການກວດກາເຮືອນ. ຢ່າງໃດກໍຕາມ, ເຂົາເຈົ້າອາດຈະຮ້ອງຂໍໃຫ້ມີການກວດກາ ຖ້າຫາກວ່າເຂົາເຈົ້າ ຕໍ່ມາພົບເຫັນຄວາມເສຍຫາຍທີ່ສໍາຄັນຈາກໄພພິບັດ.

ການກວດກາແບບທາງໄກ ບໍ່ມີຜົນກະທົບກັບປະເພດຂອງການຊ່ວຍເຫຼືອທີ່ຈຳເປັນອື່ນໆທີ່ມີໃຫ້ ທີ່ບໍ່ຈໍາເປັນຕ້ອງມີການກວດກາ. ເຫຼົ່ານີ້ລວມມີການເບິ່ງແຍງເດັກ, ການຂົນສົ່ງ, ການແພດ ແລະ ທັນຕະກໍາ, ຄ່າໃຊ້ຈ່າຍໃນງານສົບ, ການເຄື່ອນຍ້າຍ ແລະ ການເກັບຮັກສາ, ແລະອື່ນໆ.

ສໍາລັບວິດີໂອທີ່ສາມາດເຂົ້າເຖິງໄດ້ກ່ຽວກັບການກວດກາເຮືອນຂອງ FEMA, ໄປທີ່ youtube.com/watch?v=kXMaDkY3Q2o.

ສໍາລັບຂໍ້ມູນກ່ຽວກັບການຟື້ນຟູໄພພິບັດຂອງ Tennessee, ໄປທີ່ fema.gov/disaster/4701 . ຕິດຕາມ FEMA ໃນ Twitter ທີ່ FEMA Region 4 (@femaregion4) / Twitter ແລະ ທີ່ facebook.com/fema.

Tags:
ອັບເດດຫຼ້າສຸດ