ມີການຊ່ວຍເຫຼືອເພື່ອບໍລິການທ່ານທີ່ສູນຟື້ນຟູໄພພິບັດ

Release Date:
April 27, 2023

ສູນຟື້ນຟູໄພພິບັດເປັນສູນບໍລິການຄົບວົງຈອນທີ່ຜູ້ລອດຊີວິດຈາກໄພພິບັດສາມາດຮັບເອົາຂໍ້ມູນແລະຄຳແນະນຳກ່ຽວກັບຊຸມຊົນ, ໜ່ວຍງານຕ່າງໆຂອງ ລັດ ແລະລັດຖະບານກາງ ແລະການຊ່ວຍເຫຼືອຕ່າງໆທີ່ມີຢູ່.  ເປັນສູນທີ່ທຸກຄົນສາມາດເຂົ້າເຖິງໄດ້, ລວມທັງຜູ້ພິການ ແລະ ຜູ້ທີ່ມີຄວາມຕ້ອງການເລື່ອງການເຂົ້າເຖິງສະຖານທີ່ແລະຜູ້ມີບັນຫາດ້ານການເຄື່ອນໄຫວອື່ນໆ.  

ສູນຟື້ນຟູໄພພິບັດ, ທີ່ເລີ່ມເປີດວັນທີ 16 ເມສາ, ມີຜູ້ຊ່ຽວຊານຂອງ FEMA ທີ່ໄດ້ຮັບການຝຶກແອບ ພ້ອມກັບຜູ້ຕ່າງໜ້າຈາກໜ່ວຍງານຕ່າງໆຈາກລັດເທນເນສຊີ ແລະ ຫ້ອງການບໍລິຫານຈັດການທຸລະກິດຂະໜາດນ້ອຍ.      

ຜູ້ຊ່ວຍຊານເຫຼົ່ານີ້ຈະສາມາດອະທິບາຍຂໍ້ມູນຂອງ FEMA ຫຼື ໜ່ວຍງານອື່ນໆໄດ້ຢ່າງກະຈ່າງແຈ້ງ; ເຂົາເຈົ້າສາມາດອະທິບາຍຄວາມຊ່ວຍເຫຼືອດ້ານການເຊົ່າທີ່ມີຢູ່ສຳລັບຜູ້ເປັນເຈົ້າຂອງເຮືອນແລະຜູ້ເຊົ່າເຮືອນ; ເຂົາເຈົ້າສາມາດສົ່ງເອກະສານຂອງທ່ານໄປຍັງສູນດຳເນີນການຂອງ FEMA; ແລະເຂົາເຈົ້າສາມາດສະແກນແລະກ້ອບປີ້ຂໍ້ມູນໃໝ່ ຫຼື ເອກະສານຕ່າງໆທີ່ຈຳເປັນສຳລັບການດຳເນີນເລື່ອງ. ທ່ານສາມາດໄປຢາມສູນຟື້ນຟູໄພພິບັດໃດກໍໄດ້ໂດຍບໍ່ຈຳເປັນຕ້ອງນັດໝາຍກ່ອນ.

ຜູ້ທີ່ມາຢາມສູນຟື້ນຟູໄພພິບັດສາມາດຕິດຕໍ່ກັບໜ່ວຍງານອື່ນໆເພື່ອຂໍຊ່ວຍເລື່ອງຄວາມຕ້ອງການແບບເລັ່ງດ່ວນ (ເຊັ່ນ ການເອົາເສດຂີ້ເຫຍື່ອທີ່ມາຈາກພາຍຸ, ຊັບສິນທີ່ເສຍຫາຍ, ແລະວັດສະດຸການກໍ່ສ້າງ ແລະ ອື່ນໆໄປຖິ້ມ). ຜູ້ຊ່ຽວຊານທີ່ສູນຟື້ນຟູນີ້ຍັງສາມາດຊ່ວຍຜູ້ລອດຊີວິດເລືອກເບິ່ງໂຄງການຟື້ນຟູຕ່າງໆ ແລະ ເລື່ອງກ່ຽວກັບການປະກັນໄພ.   

ຜູ້ຕາງໜ້າຂອງ SBA ສາມາດໃຫ້ຂໍ້ມູນກ່ຽວກັບໂຄງການ ແລະ ອະທິບາຍວິທີການສະໝັກຂໍກູ້ຢືມເງິນດອກເບ້ຍຕ່ຳຂອງ SBA ສຳລັບເຈົ້າຂອງເຮືອນ, ຜູ້ເຊົ່າເຮືອນ, ທຸລະກິດ ແລະ ອົງການທີ່ບໍ່ຫວັງຜົນກຳໄລຕ່າງໆ.     

ສຸນຟື້ນຟູໄພພິບັດທັງໝົດໃຫ້ຄົນພິການນັ່ງລົດລໍ້ເຂົ້າເຖິງໄດ້. ອຸປະກອນເຕັກໂນໂລຊີທີ່ໃຫ້ຄວາມຊ່ວຍເຫຼືອຊ່ວຍໃຫ້ຜູ້ທີລອດຊີວິດສາມາດຕິດຕໍ່ກັບເຈົ້າໜ້າທີ່ໄດ້. ມີການແປພາສາທາງວີດີໂອທາງໄກ ແລະ ແປພາສາມືພ້ອມ ຖ້າທ່ານຂໍນາຍແປພາສາ. ສູນຕ່າງໆນີ້ຍັງມີບ່ອນຈອດລົດ, ທາງລາດ ແລະຫ້ອງນ້ຳສຳລັບຜູ້ພິການ.

ຂ້າງລຸ່ມນີ້ແມ່ນເວລາແລະສະຖານທີ່ຕັ້ງຂອງສຸນຟື້ນຟູໄພພິບັດທັງໝົດທີ່ເປີດໃຫ້ບໍລິການ:

ສູນໄພພິບັດໃນແຕ່ລະເຄົາຕີ້

ທີ່ຢູ່

ເວລາປະຕິບັດການ/ວັນທຳການ (ຕາມເວລາຂອງ Central Daylight)

Cannon

East Side Elementary School

5658 McMinnville Highway

Woodbury, TN 37190

ເປີດແລ້ວ ວັນສຸກ, ເມສາທີ 21

ເວລາ: 7 a.m. ຫາ 7 p.m. ວັນຈັນ ຫາ ວັນເສົາ

 

McNairy

The Latta Theater

205 W. Court Avenue

Selmer, TN 38375

ເປີດແລ້ວ ວັນອັງຄານ, ເມສາທີ 18

ເວລາ: 7 a.m. ຫາ 7 p.m. ວັນຈັນ ຫາ ວັນເສົາ

 

Tipton

Dyersburg State Community College

Public Library

3149 Highway 51 South

Covington, TN 38019

ເປີດແລ້ວ ວັນອາທິດ, ເມສາທີ 16

ເວລາ: 7 a.m. ຫາ 7 p.m. ວັນຈັນ ຫາ ວັນເສົາ

 

Wayne

Lincoln Brass Works

309 Hurricane Meadows Drive

Waynesboro, TN 38485

ເປີດແລ້ວ ວັນເສົາ, ເມສາທີ 22

ເວລາ: 7 a.m. ຫາ 7 p.m. ວັນຈັນ ຫາ ວັນເສົາ

 

 

ສູນໄພພິບັດເຄື່ອນທີໃນແຕ່ລະເຄົາຕີ້

ທີ່ຢູ່

ເວລາປະຕິບັດການ/ວັນທຳການ (ຕາມເວລາຂອງ Central Daylight)

Hardeman

Pleasant Grove Baptist Church

4050 Lake Hardeman Road

Saulsbury, TN 38067

ເປີດ: ວັນພະຫັດ, ເມສາທີ 27 – ວັນອາທິດ, ເມສາທີ 30

ເວລາ: 8 a.m. ຫາ 7 p.m. ສຳລັບວັນສຸກ ແລະ ວັນເສົາ

1 p.m. ຫາ 7 p.m. ສຳລັບວັນອາທິດ

Hardin

Crump Fire Hall

3020 Highway 64

Crump, TN 38327

ເປີດ: ວັນພະຫັດ, ເມສາທີ 27 – ວັນອາທິດ, ເມສາທີ 30

ເວລາ: 8 a.m. ຫາ 7 p.m. ສຳລັບວັນສຸກ ແລະ ວັນເສົາ

1 p.m. ຫາ 7 p.m. ສຳລັບວັນອາທິດ

Macon

Macon County Emergency Communications District

898 Highway 52 By Pass East

Lafayette, TN 37083

ເປີດ: ວັນພະຫັດ, ເມສາທີ 27 – ວັນອາທິດ, ເມສາທີ 30

ເວລາ: 8 a.m. ຫາ 7 p.m. ສຳລັບວັນສຸກ ແລະ ວັນເສົາ

1 p.m. ຫາ 7 p.m. ສຳລັບວັນອາທິດ

 

ຫຼັງຈາກທີ່ສູນຟື້ນຟູໄພພິບັດປິດໄປແລ້ວ, ຜູ້ທີ່ຍັງຕ້ອງການໄດ້ຮັບຄວາມຊ່ວຍເຫຼືອຈາກ FEMA ຢູ່ສາມາດຮັບເອົາຂໍ້ມູນການຟື້ນຟູທີ່ມີຢູ່ໄດ້. ໂທຫາສາຍໃຫ້ຄວາມຊ່ວຍເຫຼືອ (Helpline) ຂອງ FEMA ທີ່ເບີ 800-621-3362.

ທ່ານຍັງສາມາດສະໝັກຂໍການຊ່ວຍເຫຼືອຈາກ FEMA ໄດ້ທີ່ DisasterAssistance.gov, ໃຫ້ໃຊ້ FEMA mobile app ຫຼືໂທຫາສາຍໃຫ້ຄວາມຊ່ວຍເຫຼືອ (Helpline) ຊຶ່ງເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ Central Daylight ທຸກວັນ.

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະ Facebook.com/FEMA.

Tags:
Last updated