ມີການຊ່ວຍເຫຼືອເພື່ອບໍລິການທ່ານທີ່ສູນຟື້ນຟູໄພພິບັດ [https://www.fema.gov/lo/fact-sheet/help-available-disaster-recovery-centers] Release Date: Apr 27, 2023 ສູນຟື້ນຟູໄພພິບັດເປັນສູນບໍລິການຄົບວົງຈອນທີ່ຜູ້ລອດຊີວິດຈາກໄພພິບັດສາມາດຮັບເອົາຂໍ້ມູນແລະຄຳແນະນຳກ່ຽວກັບຊຸມຊົນ, ໜ່ວຍງານຕ່າງໆຂອງ ລັດ ແລະລັດຖະບານກາງ ແລະການຊ່ວຍເຫຼືອຕ່າງໆທີ່ມີຢູ່.  ເປັນສູນທີ່ທຸກຄົນສາມາດເຂົ້າເຖິງໄດ້, ລວມທັງຜູ້ພິການ ແລະ ຜູ້ທີ່ມີຄວາມຕ້ອງການເລື່ອງການເຂົ້າເຖິງສະຖານທີ່ແລະຜູ້ມີບັນຫາດ້ານການເຄື່ອນໄຫວອື່ນໆ.   ສູນຟື້ນຟູໄພພິບັດ, ທີ່ເລີ່ມເປີດວັນທີ 16 ເມສາ, ມີຜູ້ຊ່ຽວຊານຂອງ FEMA ທີ່ໄດ້ຮັບການຝຶກແອບ ພ້ອມກັບຜູ້ຕ່າງໜ້າຈາກໜ່ວຍງານຕ່າງໆຈາກລັດເທນເນສຊີ ແລະ ຫ້ອງການບໍລິຫານຈັດການທຸລະກິດຂະໜາດນ້ອຍ.       ຜູ້ຊ່ວຍຊານເຫຼົ່ານີ້ຈະສາມາດອະທິບາຍຂໍ້ມູນຂອງ FEMA ຫຼື ໜ່ວຍງານອື່ນໆໄດ້ຢ່າງກະຈ່າງແຈ້ງ; ເຂົາເຈົ້າສາມາດອະທິບາຍຄວາມຊ່ວຍເຫຼືອດ້ານການເຊົ່າທີ່ມີຢູ່ສຳລັບຜູ້ເປັນເຈົ້າຂອງເຮືອນແລະຜູ້ເຊົ່າເຮືອນ; ເຂົາເຈົ້າສາມາດສົ່ງເອກະສານຂອງທ່ານໄປຍັງສູນດຳເນີນການຂອງ FEMA; ແລະເຂົາເຈົ້າສາມາດສະແກນແລະກ້ອບປີ້ຂໍ້ມູນໃໝ່ ຫຼື ເອກະສານຕ່າງໆທີ່ຈຳເປັນສຳລັບການດຳເນີນເລື່ອງ. ທ່ານສາມາດໄປຢາມສູນຟື້ນຟູໄພພິບັດໃດກໍໄດ້ໂດຍບໍ່ຈຳເປັນຕ້ອງນັດໝາຍກ່ອນ. ຜູ້ທີ່ມາຢາມສູນຟື້ນຟູໄພພິບັດສາມາດຕິດຕໍ່ກັບໜ່ວຍງານອື່ນໆເພື່ອຂໍຊ່ວຍເລື່ອງຄວາມຕ້ອງການແບບເລັ່ງດ່ວນ (ເຊັ່ນ ການເອົາເສດຂີ້ເຫຍື່ອທີ່ມາຈາກພາຍຸ, ຊັບສິນທີ່ເສຍຫາຍ, ແລະວັດສະດຸການກໍ່ສ້າງ ແລະ ອື່ນໆໄປຖິ້ມ). ຜູ້ຊ່ຽວຊານທີ່ສູນຟື້ນຟູນີ້ຍັງສາມາດຊ່ວຍຜູ້ລອດຊີວິດເລືອກເບິ່ງໂຄງການຟື້ນຟູຕ່າງໆ ແລະ ເລື່ອງກ່ຽວກັບການປະກັນໄພ.    ຜູ້ຕາງໜ້າຂອງ SBA ສາມາດໃຫ້ຂໍ້ມູນກ່ຽວກັບໂຄງການ ແລະ ອະທິບາຍວິທີການສະໝັກຂໍກູ້ຢືມເງິນດອກເບ້ຍຕ່ຳຂອງ SBA ສຳລັບເຈົ້າຂອງເຮືອນ, ຜູ້ເຊົ່າເຮືອນ, ທຸລະກິດ ແລະ ອົງການທີ່ບໍ່ຫວັງຜົນກຳໄລຕ່າງໆ.      ສຸນຟື້ນຟູໄພພິບັດທັງໝົດໃຫ້ຄົນພິການນັ່ງລົດລໍ້ເຂົ້າເຖິງໄດ້. ອຸປະກອນເຕັກໂນໂລຊີທີ່ໃຫ້ຄວາມຊ່ວຍເຫຼືອຊ່ວຍໃຫ້ຜູ້ທີລອດຊີວິດສາມາດຕິດຕໍ່ກັບເຈົ້າໜ້າທີ່ໄດ້. ມີການແປພາສາທາງວີດີໂອທາງໄກ ແລະ ແປພາສາມືພ້ອມ ຖ້າທ່ານຂໍນາຍແປພາສາ. ສູນຕ່າງໆນີ້ຍັງມີບ່ອນຈອດລົດ, ທາງລາດ ແລະຫ້ອງນ້ຳສຳລັບຜູ້ພິການ. ຂ້າງລຸ່ມນີ້ແມ່ນເວລາແລະສະຖານທີ່ຕັ້ງຂອງສຸນຟື້ນຟູໄພພິບັດທັງໝົດທີ່ເປີດໃຫ້ບໍລິການ: ສູນໄພພິບັດໃນແຕ່ລະເຄົາຕີ້ ທີ່ຢູ່ ເວລາປະຕິບັດການ/ວັນທຳການ (ຕາມເວລາຂອງ CENTRAL DAYLIGHT) CANNON East Side Elementary School 5658 McMinnville Highway Woodbury, TN 37190 ເປີດແລ້ວ ວັນສຸກ, ເມສາທີ 21 ເວລາ: 7 A.M. ຫາ 7 P.M. ວັນຈັນ ຫາ ວັນເສົາ   MCNAIRY The Latta Theater 205 W. Court Avenue Selmer, TN 38375 ເປີດແລ້ວ ວັນອັງຄານ, ເມສາທີ 18 ເວລາ: 7 A.M. ຫາ 7 P.M. ວັນຈັນ ຫາ ວັນເສົາ   TIPTON Dyersburg State Community College Public Library 3149 Highway 51 South Covington, TN 38019 ເປີດແລ້ວ ວັນອາທິດ, ເມສາທີ 16 ເວລາ: 7 A.M. ຫາ 7 P.M. ວັນຈັນ ຫາ ວັນເສົາ   WAYNE Lincoln Brass Works 309 Hurricane Meadows Drive Waynesboro, TN 38485 ເປີດແລ້ວ ວັນເສົາ, ເມສາທີ 22 ເວລາ: 7 A.M. ຫາ 7 P.M. ວັນຈັນ ຫາ ວັນເສົາ     ສູນໄພພິບັດເຄື່ອນທີໃນແຕ່ລະເຄົາຕີ້ ທີ່ຢູ່ ເວລາປະຕິບັດການ/ວັນທຳການ (ຕາມເວລາຂອງ CENTRAL DAYLIGHT) HARDEMAN Pleasant Grove Baptist Church 4050 Lake Hardeman Road Saulsbury, TN 38067 ເປີດ: ວັນພະຫັດ, ເມສາທີ 27 – ວັນອາທິດ, ເມສາທີ 30 ເວລາ: 8 A.M. ຫາ 7 P.M. ສຳລັບວັນສຸກ ແລະ ວັນເສົາ 1 P.M. ຫາ 7 P.M. ສຳລັບວັນອາທິດ HARDIN Crump Fire Hall 3020 Highway 64 Crump, TN 38327 ເປີດ: ວັນພະຫັດ, ເມສາທີ 27 – ວັນອາທິດ, ເມສາທີ 30 ເວລາ: 8 A.M. ຫາ 7 P.M. ສຳລັບວັນສຸກ ແລະ ວັນເສົາ 1 P.M. ຫາ 7 P.M. ສຳລັບວັນອາທິດ MACON Macon County Emergency Communications District 898 Highway 52 By Pass East Lafayette, TN 37083 ເປີດ: ວັນພະຫັດ, ເມສາທີ 27 – ວັນອາທິດ, ເມສາທີ 30 ເວລາ: 8 A.M. ຫາ 7 P.M. ສຳລັບວັນສຸກ ແລະ ວັນເສົາ 1 P.M. ຫາ 7 P.M. ສຳລັບວັນອາທິດ   ຫຼັງຈາກທີ່ສູນຟື້ນຟູໄພພິບັດປິດໄປແລ້ວ, ຜູ້ທີ່ຍັງຕ້ອງການໄດ້ຮັບຄວາມຊ່ວຍເຫຼືອຈາກ FEMA ຢູ່ສາມາດຮັບເອົາຂໍ້ມູນການຟື້ນຟູທີ່ມີຢູ່ໄດ້. ໂທຫາສາຍໃຫ້ຄວາມຊ່ວຍເຫຼືອ (HELPLINE) ຂອງ FEMA ທີ່ເບີ 800-621-3362. ທ່ານຍັງສາມາດສະໝັກຂໍການຊ່ວຍເຫຼືອຈາກ FEMA ໄດ້ທີ່ DisasterAssistance.gov [https://urldefense.us/v3/__http:/www.DisasterAssistance.gov__;!!BClRuOV5cvtbuNI!V9qeEBYrSNZdnN1w1BSQaAnDtEznFBy6nbCyjLlwEVgoobGfHobimOjzCseDAmd-rAAVxALAdw$], ໃຫ້ໃຊ້ FEMA mobile app [https://www.fema.gov/about/news-multimedia/mobile-app-text-messages] ຫຼືໂທຫາສາຍໃຫ້ຄວາມຊ່ວຍເຫຼືອ (HELPLINE) ຊຶ່ງເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ CENTRAL DAYLIGHT ທຸກວັນ. ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701 [https://www.fema.gov/disaster/4701]. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA [https://www.tn.gov/tema.html]; Twitter.com/TEMA [https://twitter.com/t_e_m_a], Facebook.com/TNDisasterInfo [https://www.facebook.com/TNDisasterInfo/posts/pfbid02zyvrrWRmZNYKiURMVgcYpynEgCEWq81oyPd8FfkBwNDd8JenqGiuCjyDfMW2d3mBl], @FEMARegion4/Twitter [https://twitter.com/femaregion4] ແລະ Facebook.com/FEMA [https://www.facebook.com/FEMA/].