ການກໍາຈັດຂີ່ເຫຍື້ອທີ່ເປັນຊັບສິນສ່ວນຕົວພາຍຫຼັງຈາກພາຍຸທອນນາໂດ

Release Date:
April 28, 2023

ການກໍາຈັດຂີ່ເຫຍື້ອອອກຈາກສະຖານທີ່ທີ່ເປັນຊັບສິນສ່ວນຕົວ ແມ່ນເປັນຄວາມຮັບຜິດຊອບຂອງເຈົ້າຂອງຊັບສິນ ແລະ ໂດຍທົ່ວໄປແລ້ວ, ແມ່ນຈະບໍ່ມີສິດໄດ້ຮັບເງິນທົດແທນຄືນພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະຂອງ FEMA.  ບາງຄັ້ງ, FEMA ອາດຈະພິຈາລະນາວ່າ ການກໍາຈັດຂີ່ເຫຍື້ອອອກຈາກຊັບສິນສ່ວນຕົວ ມີສິດທີ່ຈະໄດ້ຮັບທຶນສະນັບສະໜູນໂຄງການ. ແຕ່ຕ້ອງມີປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈນັ້ນ. ປັດໄຈເຫຼົ່ານັ້ນແມ່ນອີງໃສ່ຄວາມຮຸນແຮງຂອງໄພພິບັດ ແລະ ເສດຂີ່ເຫຍື້ອໃນຊັບສິນສ່ວນຕົວກະຈ່າຍອອກໄປຈົນກາຍເປັນໄພທີ່ກະທົບຕໍ່ສຸຂະພາບ, ຄວາມປອດໄພຂອງປະຊາຊົນ ຫຼື ການຟື້ນຕົວທາງດ້ານເສດຖະກິດຂອງຊຸມຊົນ ຫຼື ບໍ່. ໃນກໍລະນີດັ່ງກ່າວ, FEMA ເຮັດວຽກຮ່ວມກັບລັດ ແລະ ທ້ອງຖິ່ນ ເພື່ອກໍານົດພື້ນທີ່ສະເພາະທີ່ກໍາຈັດຂີ່ເຫຍື້ອຈາກຊັບສິນສ່ວນຕົວມີສິດໄດ້ຮັບເງິນທຶນ. ໃນກໍລະນີດັ່ງກ່າວ, ການກໍາຈັດຂີ່ເຫຍື້ອຈະຕ້ອງເປັນປະໂຫຍດຕໍ່ສາທາລະນະ, ບໍ່ແມ່ນພຽງແຕ່ເປັນປະໂຫຍດສະເພາະຕົວບຸກຄົນ ຫຼື ກຸ່ມຄົນໃນຂອບເຂດທີ່ຈຳກັດ.

ການກໍາຈັດຂີ່ເຫຍື້ອອາດຈະເປັນວຽກທີ່ທ້າທາຍສໍາລັບຜູ້ທີ່ຢູ່ອາໄສ, ເຈົ້າຂອງທຸລະກິດ ແລະ ລັດຖະບານ. ທ່ານອາດ​ຈະ​ເອົາຂີ່ເຫຍື້ອ​ອອກ​ດ້ວຍ​ຕົນ​ເອງ ​ຫຼື​ຂໍຄວາມຊ່ວຍເຫຼືອຈາກການຈ່າຍປະກັນໄພ ແລະ/ຫຼື​ການ​ຊ່ວຍ​ເຫຼືອ​ຈາກ​ອາ​ສາ​ສະ​ໝັກພົນ​ລະ​ເມືອງ​, ພາກ​ສ່ວນ​ເອ​ກະ​ຊົນ ​ແລະ ​ອົງ​ການ​ຈັດ​ຕັ້ງ​ອາສາສະ​ໝັກ​. ປົກກະແລ້ວ, ລັດຖະບານທ້ອງຖິ່ນ ຫຼື ຕົວລັດ ເອງ ຈະເປັນຜູ້ກຳຈັດຂີ້ເຫຍື້ອທີ່ກ່ຽວຂ້ອງກັບໄພພິບັດ ທີ່ເຈົ້າຂອງຊັບສິນນຳມາປະໄວ້ຢູ່ຂ້າງຂອບທາງ ໃນມື້ທີ່ກຳນົດໄວ້.

ຄໍາແນະນໍາສໍາລັບການເຮັດຄວາມສະອາດຂີ້ເຫຍື້ອທີ່ຢູ່ໃນຊັບສິນສ່ວນຕົວ

  • ຈົ່ງໃຫ້ຄວາມສຳຄັນກັບປອດໄພ. ຂໍໃຫ້ທ່ານສ່ວມໃສ່ອຸປະກອນປ້ອງ​ກັນ ​ເຊັ່ນ​: ຖົງ​ມື ແລະ ​ໜ້າ​ກາກ​ ໃນ​ເວ​ລາ​ທີ່​ກຳ​ຈັດຂີ້ເຫຍື້ອ. ຕິດຕໍ່ຜູ້ຈັດການເຫດສຸກເສີນໃນທ້ອງຖິ່ນຂອງທ່ານ ຖ້າຊັບສິນຂອງທ່ານເປີເປື້ອນໄປດ້ວຍເສດຂີ້ເຫຍື້ອທີ່ກ່ຽວຂ້ອງກັບພາຍຸ ເຊິ່ງເປັນໄພຕໍ່ສຸຂະພາບ ຫຼື ຄວາມປອດໄພຂອງປະຊາຊົນ ແລະ ຕ້ອງຖືກໂຍກຍ້າຍອອກ. ຜູ້ຈັດການເຫດສຸກເສີນຈະຮູ້ວ່າຄວນຕິດຕໍ່ໜ່ວຍງານລັດຖະບານໃດກ່ຽວກັບການນຳເອົາຂີ່ເຫຍື້ອທີ່ເປັນວັດຖຸອັນ ຕະລາຍອອກ. ໃນຂະນະທີ່ທ່ານເກັບຂີ່ເຫຍື້ອ, ໃຫ້ຊອກເບິ່ງສາຍໄຟ ຫຼື ເຄເບີ້ນທີ່ເຫັນໄດ້ ຢ່າງລະມັດລະວັງ.           ຖ້າທ່ານເຫັນສາຍໄຟ ຫຼື ເຄເບີ້ນໃດໆ, ໃຫ້ລໍຖ້າຜູ້ຊ່ຽວຊານມາຊ່ວຍຈັດການ.
  • ສານທີ່ເປັນພິດ. ຖ້າທ່ານສົງໄສວ່າ ຂີ້ເຫຍື້ອມີສ່ວນປະກອບຂອງສານອັນຕະລາຍ, ໃຫ້ທ່ານນຳໄປໃສ່ໄວ້ໃນຖົງ ພລາສຕິກແລ້ວມັດປາກຖົງໃຫ້ແໜ້ນ ເພື່ອປ້ອງກັນບໍ່ໃຫ້ຂີ້ເຫຍື້ອທີ່ເປັນອັນຕະລາຍກະຈ່າຍໄປໃນອາກາດ.     ຫ້າມເຜົາຂີ້ເຫຍື້ອ; ເພາະຈະກໍໃຫ້ເກີດມົນລະພິດໄດ້.
  • ຕິດຕໍ່ບໍລິສັດປະກັນໄພຂອງທ່ານຕັ້ງແຕ່ຕົ້ນ ເພື່ອຍື່ນຄໍາຮ້ອງ. ຖ່າຍພາບ/ບັນທຶກວີດີໂອຄວາມເສຍຫາຍ ແລະ ເປ້ເພ/ຂີ້ເຫຍື້ອ ແລະ ເກັບໃບເສັດຄ່າໃຊ້ຈ່າຍທັງໝົດຂອງວຽກທີ່ໄດ້ເຮັດ.
  • ກວດເຊັກກັບເຈົ້າໜ້າທີ່ທ້ອງຖິ່ນກ່ອນທີ່ຈະເອົາຂີ່ເຫຍື້ອໄປປະໄວ້ ເພື່ອກໍານົດສະຖານທີ່ ແລະ ເວລາທີ່ຈະມາເກັບຂີ່ເຫຍື້ອ.
  • ແຍກຂີ່ເຫຍື້ອອອກເປັນ 6 ປະເພດ ເມື່ອນຳຂີ້ເຫຍື້ອໄປປະໄວ້ຕາມຈຸດແຄມຂອບທາງ:
    • ຂີ່ເຫຍື້ອທີ່ເປັນອຸປະກອນເອເລັກໂຕຣນິກ (ເຊັ່ນ: ໂທລະທັດ, ຄອມພິວເຕີ, ໂທລະສັບ)
    • ຂີ່ເຫຍື້ອທີ່ເປັນເຄື່ອງໃຊ້ໄຟຟ້າຂະໜາດໃຫຍ່ (ເຊັ່ນ: ຕູ້ເຢັນ, ເຄື່ອງຊັກຜ້າ, ເຄື່ອງອົບຜ້າ, ເຕົາ ຫຼືເຄື່ອງລ້າງຈານ. ໃຫ້ແນ່ໃຈວ່າໄດ້ປິດຝາ ຫຼື ປິດປະຕູແລ້ວ ເພື່ອບໍ່ໃຫ້ມີຫຍັງເຂົ້າໄປໄດ້)
    • ຂີ່ເຫຍື້ອທີ່ເປັນພືດ (ເຊັ່ນ: ງ່າໄມ້, ໃບ ຫຼື ພືດ)
    • ຂີ່ເຫຍື້ອຈາກການກໍ່ສ້າງ (ເຊັ່ນ: ຝາພະນັງໄມ້, ໄມ້, ຜ້າພົມ ຫຼື ເຟີນີເຈີ)
    • ຂີ້ເຫຍື້ອໃນຄົວເຮືອນ, ອາຫານທີ່ຖິ້ມ, ເຈ້ຍ ຫຼື ບັນດາກ່ອງ-ແກັດຕ່າງທີ່ຖິ້ມແລ້ວ
  • ວາງຂີ່ເຫຍື້ອໃຫ້ຢູ່ຫ່າງຈາກຕົ້ນໄມ້, ເສົາ ຫຼື ໂຄງສ້າງ ລວມທັງທໍ່ດັບເພີງ ແລະ ມິເຕີຣ໌.
  • ຫ້າມນຳຂີ່ເຫຍື້ອໄປວາງຕັນຖະໜົນຫົນທາງເດັດຂາດ.

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະFacebook.com/FEMA.

Tags:
Last updated