ຄວາມເຂົ້າໃຈໃນຈົດໝາຍ FEMA ຂອງທ່ານ

Release Date Release Number
NR-004
Release Date:
April 14, 2023

ເມືອງແນຊວິລ, ລັດເທນເນສຊີ (NASHVILLE, Tenn.) – ປະຊາຊົນທີ່ອາໄສຢູ່ໃນລັດເທນເນສຊີ  ທີ່ຍື່ນຂໍຄວາມຊ່ວຍເຫຼືອຈາກ FEMA ໃນວັນທີ 31 ມີນາ - 1 ເມສາ 2023, ຈາກພາຍຸມໍລະສຸມ ແລະ ພາຍຸທໍນາໂດ ຈະໄດ້ຮັບຈົດໝາຍຮັບຮອງຈາກ FEMA. ໃນຈົດໝາຍອາດຈະບອກໄດ້ວ່າທ່ານບໍ່ມີສິດໃນການໄດ້ຮັບການຊ່ວຍເຫຼືອ, ແຕ່ນັ້ນບໍ່ແມ່ນການປະຕິເສດ.

ສິ່ງສຳຄັນຄືທ່ານຕ້ອງອ່ານຈົດໝາຍໃຫ້ລະອຽດ ເພາະວ່າຈົດໝາຍຈະລະບຸຈຳນວນຄວາມຊ່ວຍເຫຼືອທີ່ FEMA ອາດຈະມອບໃຫ້ ແລະ ຂໍ້ມູນກ່ຽວກັບການໃຊ້ເງິນກອງທຶນຊ່ວຍເຫຼືອໄພພິບັດຢ່າງເໝາະສົມ. ຈົດໝາຍຈະອະທິບາຍສະຖານະການໃນໃບສະໝັກຂອງທ່ານ ແລະ ແນະນຳສິ່ງທີ່ທ່ານຕ້ອງປະຕິບັດ ເພື່ອອຸທອນຕໍ່ຄຳຕັດສິນທີ່ທ່ານເສຍປຽບ.

ທ່ານຕ້ອງສົ່ງຂໍ້ມູນເພີ່ມເຕີມ ຫຼື ເອກະສານປະກອບໃຫ້ກັບ FEMA ເລື້ອຍໆ ເພື່ອດຳເນີນການກວດສອບໃບສະໝັກຂອງທ່ານສຳລັບຄວາມຊ່ວຍເຫຼືອທາງດ້ານການເງິນຕໍ່ໄປ. ຕົວຢ່າງຂອງເອກະສານທີ່ຂາດຫາຍອາດຈະປະກອບມີ:

  • ຫຼັກຖານການຄຸ້ມຄອງປະກັນໄພ
  • ການຊຳລະການຮຽກຮ້ອງຄ່າສິນໄໜທົດແທນ ຫຼື ຈົດໝາຍປະຕິເສດຈາກຜູ້ໃຫ້ບໍລິການປະກັນໄພ
  • ຫຼັກຖານຢືນຢັນຕົວຕົນ
  • ຫຼັກຖານການຄອບຄອງ
  • ຫຼັກຖານສະແດງຄວາມເປັນເຈົ້າຂອງ
  • ຫຼັກຖານທີ່ສະແດງໃຫ້ເຫັນວ່າ ຊັບສິນທີ່ເສຍຫາຍເປັນທີ່ຢູ່ອາໄສຫຼັກຂອງຜູ້ສະມັກໃນຂະນະທີ່ເກີດໄພພິບັດ

ຖ້າທ່ານມີຄຳຖາມກ່ຽວກັບຈົດໝາຍຂອງທ່ານ, ກະລຸນາໂທໄປທີ່ສາຍດ່ວນຊ່ວຍເຫຼືອໄພພິບັດ ໝາຍເລກ 800-621-3362. ຜູ້ຊຽວຊານພິເສດພ້ອມໃຫ້ບໍລິການຕັ້ງແຕ່ເວລາ 6 ເຊົ້າ ຫາ 12 ກາງຄືນ ຕາມເວລາຂອງ Central Daylight ທຸກວັນ. ຄວາມຊ່ວຍເຫຼືອມີໃຫ້ບໍລິການໃນຫຼາຍພາສາ. ຖ້າຫາກທ່ານໃຊ້ບໍລິການຣີເລ ເຊັ່ນ: Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບທາງ FEMA ຕອນທີ່ທ່ານສະໝັກ.

ການອຸທອນຄຳຕັດສິນຂອງ FEMA ຖ້າທ່ານບໍ່ເຫັນດີກັບຄຳຕັດສິນຂອງ FEMA ຫຼື ຈຳນວນຄວາມຊ່ວຍເຫຼືອທີ່ມີໃຫ້, ທ່ານສາມາດສົ່ງຈົດໝາຍອຸທອນ ແລະ ເອກະສານຊ່ວຍປະກອບການຮຽກຮ້ອງຂອງທ່ານເຊັ່ນ: ຄ່າໃຊ້ຈ່າຍປະມານການຈາກຕີລາຄາຂອງຜູ້ຮັບເໝົາສໍາລັບການສ້ອມແປງເຮືອນ. ທ່ານມີເວລາ 60 ວັນ ນັບຈາກວັນທີທີ່ລະບຸໄວ້ໃນຈົດໝາຍຮັບຮອງ FEMA ຂອງທ່ານ ເພື່ອສົ່ງຄຳອຸທອນຂອງທ່ານ FEMA.

ອີງຕາມກົດໝາຍແລ້ວ, FEMA ບໍ່ສາມາດໃຫ້ເງິນຊ່ວຍເຫຼືອກັບທ່ານໄດ້ ເມື່ອມີແຫຼ່ງເງິນອື່ນ - ການປະກັນໄພ, ການລະດົມທຶນ ຫຼື ການຊ່ວຍເຫຼືອດ້ານການເງິນຈາກອົງການອາສາສະໝັກ - ໄດ້ກວມເອົາຄ່າໃຊ້ຈ່າຍສໍາລັບຄວາມຕ້ອງການທີ່ກ່ຽວຂ້ອງກັບໄພພິບັດດຽວກັນ. ກ່າວອີກຢ່າງໜຶ່ງ, FEMA ບໍ່ສາມາດຈ່າຍຄ່າສ້ອມແປງເຮືອນໄດ້ ຖ້າທ່ານໄດ້ຮັບເງິນຈາກບໍລິສັດປະກັນໄພຂອງທ່ານແລ້ວສໍາລັບຄ່າສ້ອມແປງເຮືອນກໍ່ເຊັ່ນດຽວກັນ.

ແນວໃດກໍ່ຕາມ, ຜູ້​ທີ່​​ມີ​​ປະກັນ​ໄພທີ່ບໍ່ຄວບຄຸມທັງໝົດ ​ອາດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອສໍາລັບຄວາມຕ້ອງການທີ່ບໍ່ທັນໄດ້ຮັບ ຫຼັງຈາກໄດ້ເຄລມປະກັນໄພຮຽບຮອຍແລ້ວ. ເຖິງແມ່ນວ່າ FEMA ອາດຈະສາມາດຊ່ວຍໃນເລື່ອງຄວາມຕ້ອງການພື້ນຖານໄດ້, ແຕ່ກໍ່ບໍ່ໄດ້ໃຫ້ການຊ່ວຍເຫຼືອທີ່ກວມເອົາການຫັກເງິນປະກັນໄພ.

ການອຸທອນຕ້ອງເປັນລາຍລັກອັກສອນ. ໃນຈົດໝາຍທີ່ລົງນາມລາຍເຊັນ ແລະ ລົງວັນທີ, ໃຫ້ອະທິບາຍເຫດຜົນໃນການອຸທອນ. ນອກຈາກນີ້ຍັງຕ້ອງປະກອບມີ:

  • ຊື່ເຕັມຂອງຜູ້ສະໝັກ
  • ໝາຍເລກໄພພິບັດ (DR-4701-TN)
  • ທີ່ຢູ່ອາໄສຫຼັກກ່ອນເກີດໄພພິບັດ
  • ເບີໂທລະສັບ ແລະ ທີ່ຢູ່ປະຈຸບັນຂອງຜູ້ສະໝັກ
  • ໝາຍເລກໃບສະໝັກ FEMA  ເກົ້າຕົວເລກຂອງທ່ານເທິງເອກະສານທັງໝົດ

ຖ້າບຸກຄົນອື່ນທີ່ບໍ່ແມ່ນຜູ້ສະໝັກ ຫຼື ຜູ້ສະໝັກຮ່ວມຂຽນຈົດໝາຍອຸທອນ, ບຸກຄົນນັ້ນຈະຕ້ອງລົງນາມໃນເອກະສານນັ້ນ ແລະ ຈັດກຽມເອກະສານທີ່ລົງລາຍເຊັນໃຫ້ FEMA ມອບສິດອຳນາດອະນຸຍາດໃຫ້ບຸກຄົນນັ້ນດຳເນີນການໃນນາມຂອງຜູ້ສະໝັກ.

ການອຸທອນຕ້ອງປະທັບຕາໄປສະນີພາຍໃນ 60 ວັນນັບຈາກວັນທີທີ່ລະບຸໄວ້ໃນຈົດໝາຍຮັບຮອງ FEMA ຂອງທ່ານ. ຈົດໝາຍອຸທອນ ແລະ ເອກະສານປະກອບສາມາດອັບໂຫຼດໄປທີ່ບັນຊີອອນໄລນ໌ FEMA ສ່ວນຕົວຂອງທ່ານໄດ້. ການຕັ້ງຄ່າບັນຊີ, ເຂົ້າໄປທີ່ DisasterAssistance.gov ແລະ ປະຕິບັດຕາມຄຳແນະນຳ.

ວິທີການອື່ນໃນການສົ່ງ ຫຼື ຍື່ນເອກະສານປະກອບມີ:

Mail: FEMA National Processing Service Center, P.O. Box 10055, Hyattsville MD 20782-7055

Fax: 800-827-8112 Attention: FEMA

ສໍາລັບວິດີໂອພາສາມືອາເມລິກາກ່ຽວກັບວິທີການສະໝັກ, ໃຫ້ເຂົ້າໄປທີ່ລິງຄ໌ລຸ່ມນີ້: https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6

ຖ້າ​ຫາກ​ວ່າ​ທ່ານ​ບໍ່​ໄດ້​ສະ​ໝັກ​ຂໍ​ຮັບການ​ຊ່ວຍ​ເຫຼືອ​ແຕ່​ວ່າ​ທ່ານ​ໄດ້​ຮັບ​ຈົດ​ໝາຍຈາກ FEMA​, ໃຫ້ໂທ​ຫາ​ສາຍ​ດ່ວນ​ຊ່ວຍ​ເຫຼືອ​ໄພ​ພິ​ບັດ​ ທີ່ເບີ 800-621-3362​. ແລະ ຖ້າທ່ານເຊື່ອວ່າທ່ານຕົກເປັນເຫຍື່ອຂອງການຫຼອກລວງ, ໃຫ້ລາຍງານທັນທີຕໍ່ກົມຕຳຫຼວດທ້ອງຖິ່ນຂອງທ່ານ. ຜູ້ເສຍຫາຍຍັງອາດຈະສາມາດຍື່ນເລື່ອງຮ້ອງຮຽນການສໍ້ໂກງກັບສຳນັກງານໄອຍະການສູງສຸດຂອງລັດເທັນເນສຊີ ໄດ້ທີ່:  https://www.tn.gov/content/tn/attorneygeneral/working-for-tennessee/consumer/file-a-complaint.html.

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະ ພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701.      ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະ Facebook.com/FEMA.

Tags:
Last updated