ຂະນະທີ່ເຈົ້າຂອງເຮືອນແລະຜູ້ເຊົ່າເຮືອນເລີ່ມໄດ້ຮັບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຈາກ FEMA ສຳລັບການຈ່າຍຄ່າເຊົ່າ, ຄ່າສ້ອມແປງເຮືອນ ຫຼື ເງິນຊ່ວຍເຫຼືອສຳລັບຄ່າອື່ນໆ, ທ່ານຈຳເປັນທີ່ຕ້ອງເກັບບັນທຶກການຈ່າຍເງິນຂອງທ່ານ. ໃຫ້ໃຊ້ເງິນຕາມເຫດຜົນທີ່ລະບຸໄວ້ໃນໜັງສືທີ່ FEMA ສົ່ງໄປຫາທ່ານ.
News, Media & Events: Tennessee
Preparedness Tips
Press Releases and Fact Sheets
ການກໍາຈັດຂີ່ເຫຍື້ອອອກຈາກສະຖານທີ່ທີ່ເປັນຊັບສິນສ່ວນຕົວ ແມ່ນເປັນຄວາມຮັບຜິດຊອບຂອງເຈົ້າຂອງຊັບສິນ ແລະ ໂດຍທົ່ວໄປແລ້ວ, ແມ່ນຈະບໍ່ມີສິດໄດ້ຮັບເງິນທົດແທນຄືນພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະຂອງ FEMA. ບາງຄັ້ງ, FEMA ອາດຈະພິຈາລະນາວ່າ ການກໍາຈັດຂີ່ເຫຍື້ອອອກຈາກຊັບສິນສ່ວນຕົວ ມີສິດທີ່ຈະໄດ້ຮັບທຶນສະນັບສະໜູນໂຄງການ. ແຕ່ຕ້ອງມີປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈນັ້ນ. ປັດໄຈເຫຼົ່ານັ້ນແມ່ນອີງໃສ່ຄວາມຮຸນແຮງຂອງໄພພິບັດ ແລະ ເສດຂີ່ເຫຍື້ອໃນຊັບສິນສ່ວນຕົວກະຈ່າຍອອກໄປຈົນກາຍເປັນໄພທີ່ກະທົບຕໍ່ສຸຂະພາບ, ຄວາມປອດໄພຂອງປະຊາຊົນ ຫຼື ການຟື້ນຕົວທາງດ້ານເສດຖະກິດຂອງຊຸມຊົນ ຫຼື ບໍ່. ໃນກໍລະນີດັ່ງກ່າວ, FEMA ເຮັດວຽກຮ່ວມກັບລັດ ແລະ ທ້ອງຖິ່ນ ເພື່ອກໍານົດພື້ນທີ່ສະເພາະທີ່ກໍາຈັດຂີ່ເຫຍື້ອຈາກຊັບສິນສ່ວນຕົວມີສິດໄດ້ຮັບເງິນທຶນ. ໃນກໍລະນີດັ່ງກ່າວ, ການກໍາຈັດຂີ່ເຫຍື້ອຈະຕ້ອງເປັນປະໂຫຍດຕໍ່ສາທາລະນະ, ບໍ່ແມ່ນພຽງແຕ່ເປັນປະໂຫຍດສະເພາະຕົວບຸກຄົນ ຫຼື ກຸ່ມຄົນໃນຂອບເຂດທີ່ຈຳກັດ.
ຜູ້ອາໄສຢູ່ໃນລັດເທນເນສຊີທີ່ໄດ້ຮັບຜົນກະທົບຈາກພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນບໍ່ດົນມານີ້ມີເວລາຮອດວັນອັງຄານທີ 6 ມິຖຸນາ 2023 ທີ່ຈະສະໝັກຂໍເງິນຊ່ວຍເຫຼືອດ້ານໄພພິບັດຈາກ FEMA. ນີ້ແມ່ນຄຳຕອບສຳລັບຄຳຖາມທີ່ຖາມກັນເປັນປະຈຳ: