ໃຫ້ໃຊ້ເງິນທີ່ໄດ້ຮັບຈາກ FEMA ເປັນຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບໄພພິບັດທີ່ກຳນົດໄວ້

Release Date Release Number
FS-009
Release Date:
ເດືອນພຶດສະພາ 3, 2023

ຂະນະທີ່ເຈົ້າຂອງເຮືອນແລະຜູ້ເຊົ່າເຮືອນເລີ່ມໄດ້ຮັບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຈາກ FEMA ສຳລັບການຈ່າຍຄ່າເຊົ່າ, ຄ່າສ້ອມແປງເຮືອນ ຫຼື ເງິນຊ່ວຍເຫຼືອສຳລັບຄ່າອື່ນໆ, ທ່ານຈຳເປັນທີ່ຕ້ອງເກັບບັນທຶກການຈ່າຍເງິນຂອງທ່ານ. ໃຫ້ໃຊ້ເງິນຕາມເຫດຜົນທີ່ລະບຸໄວ້ໃນໜັງສືທີ່ FEMA ສົ່ງໄປຫາທ່ານ.  

ຂໍ້ແນະນຳທີ່ເປັນປະໂຫຍດ

  • ຜູ້ສະໝັກທີ່ໄດ້ຮັບອະນຸມັດໃນເຄົາຕີ້ Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ແລະ Wayne ຈະໄດ້ຮັບໜັງສືຈາກ FEMA ເຊຶ່ງຈະໃຫ້ຂໍ້ມູນກ່ຽວກັບການຊ່ວຍເຫຼືອປະເພດຕ່າງໆທີ່ທ່ານມີສິດໄດ້ຮັບແລະຈຳນວນເງິນທີ່ FEMA ຈະສະໜອງໃຫ້ກັບຄວາມຕ້ອງການຂອງຜູ້ທີ່ມີສິດໄດ້ຮັບຄວາມຊ່ວຍເຫຼືອ.   
  • ການຊ່ວຍເຫຼືອປະເພດຕ່າງໆອາດລວມເຖິງ ການສ້ອມແປງເຮືອນ (ເຊັ່ນ ໂຄງສ້າງ, ບໍ່ນ້ຳ, ບໍ່ຊຶມ (septic), ລະບົບນ້ຳເສຍ). ເຈົ້າຂອງເຮືອນທີ່ໄດ້ຮັບອະນຸມັດສຳລັບການຊ່ວຍເຫຼືອເລື່ອງການສ້ອມແປງເຮືອນອາດໄດ້ຮັບເງິນບັນເທົາທຸກຕື່ມອີກສຳລັບຜູ້ເປັນເຈົ້າຂອງເຮືອນທີ່ອາໄສຢູ່ເຮືອນຕົນເອງເປັນຫຼັກເພື່ອເຮັດໃຫ້ເຮືອນແຂງແຮງຂຶ້ນ. ເງິນບັນເທົາທຸກນີ້ຈະໃຫ້ນຳໄປໃຊ້ໃນການສ້ອມແປງຫຼັງຄາເພື່ອໃຫ້ຕ້ານທານລົມໄດ້ດີຂຶ້ນ ແລະ ຊ່ວຍປ້ອງກັນບໍ່ໃຫ້ນ້ຳຊຶມເຂົ້າມາ. ສ່ວນການຊ່ວຍເຫຼືອປະເພດອື່ນໆກໍມີ:
    • ການຊ່ວຍຈ່າຍຄ່າເຊົ່າສຳລັບທີ່ຢູ່ບ່ອນໃໝ່ທີ່ອາໄສຊົ່ວຄາວ
    • ການສ້ອມແປງ ຫຼື ທົດແທນລົດທີ່ທ່ານໃຊ້ປະຈຳທີ່ເສຍຫາຍ
    • ຄ່າໃຊ້ຈ່າຍດ້ານການແພດທີ່ບໍ່ມີປະກັນທີ່ທ່ານໄດ້ຈ່າຍເອງສຳລັບການບາດເຈັບທີ່ໄດ້ຮັບຈາກໄພພິບັດ
    • ການຈ່າຍເງິນຄືນໃຫ້ສຳລັບຄ່າເບິ່ງແຍງເດັກນ້ອຍທີ່ເພີ່ມຂຶ້ນ
    • ການສ້ອມແປງ ຫຼື ທົດແທນເຄື່ອງມືສຳລັບການປະກອບອາຊີບທີ່ຈຳເປັນ ແລະ ອຸປະກອນໃນການສຶກສາ (ເຊັ່ນ, ຄອມພີວເຕີ, ປຶ້ມຮຽນ, ອຸປະກອນເສີມໃນການຮຽນ)
    • ຄ່າໃຊ້ຈ່າຍໃນການຍ້າຍບ່ອນຢູ່ ຫຼື ການເຊົ່າບ່ອນເກັບເຄື່ອງທີ່ກ່ຽວຂ້ອງກັບໄພພິບັດ
  • ທ່ານສາມາດໃຊ້ເງິນຈາກ FEMA ສຳລັບສ້ອມແປງເຮືອນຂອງທ່ານເພື່ອໃຫ້ເຮືອນປອດໄພ, ເຂົ້າຢູ່ໄດ້ ແລະ ໃຊ້ການໄດ້. ຈື່ໄວ້ວ່າທ່ານຈະຕ້ອງເກັບຫຼັກຖານວ່າທ່ານໄດ້ນຳເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນີ້ໄປໃຊ້ແນວໃດ ແລະໃຫ້ເກັບມ້ຽນໃບເສັດຮັບເງິນທັງໝົດຢ່າງນ້ອຍເປັນເວລາສາມປີເພື່ອຢັ້ງຢືນວ່າທ່ານນຳເງິນນີ້ໄປໃຊ້ຫຍັງແດ່.
  • ເງິນທີ່ຊ່ວຍເຫຼືອຜູ້ປະສົບໄພພິບັດແບບໃຫ້ລ້ານີ້ບໍ່ແມ່ນເງິນທີ່ໃຫ້ເອົາໄປໃຊ້ເປັນຄ່າໃຊ້ຈ່າຍປະຈຳວັນ ເຊັ່ນ ຄ່ານ້ຳຄ່າໄຟ. ອາຫານ. ຢາ ຫຼື ຄ່າໃຊ້ຈ່າຍທີ່ບໍ່ກ່ຽວຂ້ອງກັບໄພພິບັດໂດຍກົງ.
  • ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຂອງລັດຖະບານເປັນເງິນທີ່ບໍ່ຕ້ອງເສຍພາສີ.

ວິທີສະໝັກຂໍການຊ່ວຍເຫຼືອດ້ານໄພພິບັດຈາກ FEMA

  • ໄປທີ່ DisasterAssistance.gov
  • ໃຊ້ FEMA mobile app
  • ໂທຫາສາຍບໍລິການຊ່ວຍເຫຼືອດ້ານໄພພິບັດ (Disaster Assistance Helpline) ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິການຣີເລ ເຊັ່ນ Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ Central Daylight ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ.
  • ສຳລັບວິດີໂອກ່ຽວກັບວິທີການສະໝັກສຳລັບຜູ້ໃຊ້ພາສາມື, ໄປທີ່ https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6
  • ທ່ານສາມາດໄປທີ່ສູນຟື້ນຟູໄພພິບັດເພື່ອຂໍຄວາມຊ່ວຍເຫຼືອໃນການສະໝັກ. ທ່ານສາມາດຊອກຫາສູນຕ່າງໆໄດ້ບ່ອນນີ້: https://egateway.fema.gov/ESF6/DRCLocator

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະ Facebook.com/FEMA.

Tags:
ອັບເດດຫຼ້າສຸດ