ຈົ່ງລະວັງການສໍ້ໂກງພາຍຫຼັງໄພພິບັດ

Release Date Release Number
NR - 002
Release Date:
April 12, 2023

ເມືອງແນຊວິລ, ລັດເທນເນສຊີ (NASHVILLE, Tenn.) – ຜູ້ລອດຊີວິດຈາກໄພພິບັດຄວນຮູ້ວ່ານັກຕົວະຕົ້ມ ແລະ ອາດຊະຍາກອນອາດພະຍາຍາມເອົາເງິນ ຫຼື ລັກຂໍ້ມູນສ່ວນຕົວຜ່ານການສໍ້ໂກງ ຫຼື ລັກຂໍ້ມູນປະຈຳຕົວຫຼັງຈາກເກີດໄພພິບັດ. ໃນບາງກໍລະນີ, ຜູ້ບໍ່ຫວັງດີພະຍາ ຍາມຍື່ນຂໍການຊ່ວຍເຫຼືອຈາກ FEMA ໂດຍໃຊ້ຊື່, ທີ່ຢູ່ ແລະ ໝາຍເລກປະກັນສັງຄົມ ທີ່ພວກເຂົາໄດ້ລັກເອົາຈາກຜູ້ລອດຊີວິດ.

ຖ້າຜູ້ກວດກາ FEMA ມາທີ່ເຮືອນຂອງທ່ານ ແລະ ທ່ານບໍ່ໄດ້ສົ່ງໃບສະໝັກ FEMA, ຂໍ້ມູນຂອງທ່ານອາດຖືກໃຊ້ໂດຍບໍ່ຮູ້ຕົວ ເພື່ອເຮັດໃບສະໝັກ FEMA. ຖ້າເປັນດັ່ງນັ້ນ, ກະລຸນາແຈ້ງໃຫ້ຜູ້ກວດກາຮັບຊາບ ວ່າທ່ານບໍ່ໄດ້ສະໝັກຂໍຮັບການຊ່ວຍເຫຼືອຈາກ FEMA ເພື່ອໃຫ້ພວກເຂົາເຈົ້າສົ່ງຄໍາຮ້ອງຂໍ ເພື່ອຢຸດການດໍາເນີນການເພີ່ມເຕີມຂອງໃບສະໝັກໄດ້.

ຖ້າ​ຫາກ​ວ່າ​ ທ່ານ​ບໍ່​ໄດ້​ສະ​ໝັກ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ແຕ່​ໄດ້​ຮັບ​ຈົດ​ໝາຍ​ຈາກ FEMA​, ກະ​ລຸ​ນາ​ໂທ​ຫາ​ສາຍ​ດ່ວນ FEMA ທີ່ສາຍດ່ວນ 800-621-3362​. ສາຍດ່ວນຈະສົ່ງຄໍາຂໍເພື່ອໃຫ້ຢຸດການດໍາເນີນການເພີ່ມເຕີມຂອງໃບສະໝັກນັ້ນ.

ຖ້າທ່ານຕ້ອງການຢາກຈະສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA ຫຼັງຈາກຢຸດການສະໝັກ ທີ່ສະໝັກໃນນາມຂອງທ່ານໂດຍທີ່ທ່ານບໍ່ໄດ້ຮັບຊາ, ສາຍດ່ວນຊ່ວຍເຫຼືອຈະຊ່ວຍທ່ານໃນການສ້າງໃບສະໝັກໃໝ່.

ການສໍ້ໂກງທາງອິນເຕີເນັດ (Scams)

ທີມງານຊ່ວຍເຫຼືອຜູ້ລອດຊີວິດຈາກໄພພິບັດຂອງ FEMA, ຜູ້ກວດກາທີ່ຢູ່ອາໄສ ແລະ ເຈົ້າໜ້າທີ່ອື່ນໆ ຈະເຮັດວຽກຢູ່ໃນພື້ນທີ່ທີ່ຖືກຜົນກະທົບຈາກພາຍຸມໍລະສຸມ ແລະ ພາຍຸທໍນາໂດໃນວັນທີ 31 ມີນາ - 1 ເມສາ 2023, ພວກເຂົາເຈົ້າຈະມີປ້າຍປະຈໍາຕົວແບບເປັນທາງການ ພ້ອມກັບມີບັດປະຈໍາຕົວທີ່ມີຮູບຖ່າຍ IDs. FEMA ແລະ ຜູ້ຕາງໜ້າຜູ້ບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດ ບໍ່ເຄີຍເອີ້ນເກັບເງິນຈາກຜູ້ສະໝັກສຳລັບຄວາມຊ່ວຍເຫຼືອໄພພິບັດ, ການກວດສອບ ຫຼື ການຊ່ວຍເຫຼືອໃນການຂຽນໃບສະໝັກ.

ຢ່າເຊື່ອ ຫຼື ໄວ້ໃຈຜູ້ໃດກໍຕາມ ທີ່ສັນຍາວ່າຈະໃຫ້ເງິນຊ່ວຍເຫຼືອຈາກໄພພິບັດເປັນການຕອບແທນ.

ຈົ່ງລະມັດລະວັງສາຍໂທລະສັບທີ່ເຂົ້າໂດຍບໍ່ຄາດຄິດ ຫຼື ມາຢ້ຽມຢາມເຮືອນຂອງທ່ານ ຈາກຄົນທີ່ອ້າງວ່າເປັນເຈົ້າໜ້າທີ່ກວດກາທີ່ຢູ່ຂອງ FEMA ຫຼື ຄົນທີ່ອ້າງວ່າເຂົາເຈົ້າເຮັດວຽກໃຫ້ກັບ FEMA. ຜູ້ກວດກາຂອງ FEMA ຈະມີໝາຍເລກໃບສະໝັກ FEMA ຂອງທ່ານ.

ຢ່າໃຫ້ຂໍ້ມູນທະນາຄານຂອງທ່ານ ກັບບຸກຄົນທີ່ອ້າງວ່າເປັນຜູ້ກວດກາທີ່ຢູ່ອາໄສຂອງ FEMA. ຜູ້ກວດກາຂອງ FEMA ຈະບໍ່ໄດ້ຮັບອະນຸຍາດໃຫ້ເກັບກໍາຂໍ້ມູນທາງດ້ານການເງິນສ່ວນບຸກຄົນຂອງທ່ານ.

ຖ້າທ່ານເຊື່ອວ່າ ຕົວທ່ານເອງຕົກເປັນເຫຍື່ອຂອງການຫຼອກລວງ, ໃຫ້ລາຍງານທັນທີຕໍ່ຕຳຫຼວດທ້ອງຖິ່ນ ຫຼື ພະແນກນາຍອຳເພີທັນທີ. ຜູ້ເສຍຫາຍອາດຈະຍື່ນຄໍາຮ້ອງຮຽນການສໍ້ໂກງກັບຫ້ອງການໄອຍະການທົ່ວໄປຂອງລັດເທນເນສຊີ ໄດ້ທີ່ນີ້: File a Complaint (tn.gov).

ຖ້າຫາກທ່ານມີຄວາມຮູ້ກ່ຽວກັບການສໍ້ໂກງ, ສິ່ງບໍ່ຖືກຕ້ອງ, ການລ່ວງລະເມີດ ຫຼື ຂໍ້ກ່າວຫາກ່ຽວກັບການຈັດການທີ່ຜິດພາດທີ່ກ່ຽວຂ້ອງກັບການດໍາເນີນງານການບັນເທົາທຸກໄພພິບັດຂອງ FEMA, ທ່ານສາມາດລາຍງານເລື່ອງນີ້ກັບ FEMA ຫຼື DHS. ທ່ານສາມາດຮ້ອງຂໍການຮັກສາຄວາມລັບ ຫຼື ລົງທະບຽນການຮ້ອງຮຽນຂອງທ່ານໂດຍບໍ່ເປີດເຜີຍຕົວຕົນໄດ້ທີ່:

  • ສາຂາການສໍ້ໂກງຂອງ FEMA, ອີເມວ: StopFEMAFraud@fema.dhs.gov, ແຟັກ: (202) 212-4926 ຫຼື ຂຽນໄປທີ່: FEMA Fraud and Investigation Division, 400 C Street SW Mail Stop 3005, Washington, DC 20472-3005.
  • ຫ້ອງການກວດກາທົ່ວໄປຂອງ DHS (DHS Office of Inspector General), ອອນໄລນ໌ຜ່ານແບບຟອມ allegation form (ແນະນໍາ), ໂທ: (866) 720-5721, fax: (202) 254-4297, ຫຼືຂຽນໄປທີ່: DHS Office of Inspector General / MAIL STOP 0305, Attn: ຫ້ອງການສືບສວນ – ສາຍດ່ວນ, 245 Murray Lane SW, Washington, DC 20528-0305.

ຖ້າທ່ານສົງໄສວ່າຖືກລັກຂໍ້ມູນປະຈຳຕົວ, ກະລຸນາເຂົ້າໄປທີ່ Identity Theft | FTC Consumer Information ຫຼື IdentityTheft.gov.

Tags:
Last updated