ຜູ້ລອດຊີວິດຈາກໄຟໄໝ້ປ່າໃນລັດຄາລີຟໍເນຍເຫຼືອແຄ່ມື້ດຽວທີ່ຊິລົງທະບຽນຂໍທຶນຊ່ວຍເຫຼືອ

Release Date Release Number
DR-4569-CA NR 028
Release Date:
ເດືອນທັນວາ 15, 2020

ໂທຫາສາຍຊ່ວຍເຫຼືອຂອງ FEMA ຫຼືເຂົ້າເບິ່ງ DisasterAssistance.gov ພາຍໃນວັນທີ 16 ທັນວາ

 

SACRAMENTO, Calif. – ບຸກຄົນແລະຄົວເຮືອນທີ່ໄດ້ຮັບຄວມສູນເສຍຍ້ອນໄຟໄໝ້ປ່າໃນເມືອງ Fresno, Los Angeles, Madera, Mendocino, Napa, San Bernardino, San Diego, Shasta, Siskiyou ແລະເມືອງ Sonoma ມີເວລາເຫຼືອພຽງມື້ດຽວເທົ່ານັ້ນທີ່ຊິສະໝັກຂໍທຶນຊ່ວຍເຫຼືອຈາກ FEMA ຫຼືເງິນກູ້ໄພພິບັດທີ່ມີດອກເບ້ຍຕ່ຳຈາກການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດ

ເຂດປົກຄອງເຫຼົ່ານີ້ແມ່ນລວມຢູ່ໃນ ໄພພິບັດຂອງລັດຖະບານກາງ 4569, ໄດ້ປະກາດໃນເບື້ອງຕົ້ນເມື່ອວັນທີ 16 ຕຸລາສຳລັບ 7 ເຂດປົກຄອງແລະຕໍ່ມາໄດ້ມີການຂະຫຍາຍໄປອີກ ກຳນົດການລົງທະບຽນແມ່ນວັນທີ 16 ທັນວາ

ລາງວັນຂອງ FEMA ຊ່ວຍໃຫ້ຜູ້ລອດຊີວິດທີ່ມີສິດສາມາດຈ່າຍຄ່າເຊົ່າ, ສ້ອມແປງເຮືອນ / ທົດແທນເຮືອນແລະຄວາມຕ້ອງການອື່ນໆທີ່ພັວພັນກັບໄພພິບັດທີ່ຮ້າຍແຮງ, ລວມທັງການທົດແທນຫຼືສ້ອມແປງພາຫະນະ, ຄ່າໃຊ້ຈ່າຍໃນງານສົບ, ຄ່າໃຊ້ຈ່າຍໃນການປິ່ນປົວຫຼືຄ່າໃຊ້ຈ່າຍແຂ້ວແລະຄ່າໃຊ້ຈ່າຍອື່ນໆ ເພື່ອໄດ້ຮັບການຊົດເຊີຍຈາກ FEMA, ຜູ້ທີ່ລອດຊີວິດຄວນຖ່າຍຮູບຄວາມເສຍຫາຍແລະເກັບຮັກສາໃບເອກະສານຕ່າງໆຂອງວຽກງານສ້ອມແປງ

ຜູ້ລອດຊີວິດຄວນຕິດຕໍ່ຜູ້ປະກັນຕົນຂອງພວກເຂົາແລະຍື່ນຂໍ້ຮຽກຮ້ອງກ່ຽວກັບຄວາມເສຍຫາຍທີ່ເກີດຈາກໄພພິບັດກ່ອນທີ່ພວກເຂົາຊິລົງທະບຽນກັບ FEMA, ແຕ່ວ່າຜູ້ໃດກໍໄດ້ທີ່ມີປະກັນໄພຄວນລົງທະບຽນກັບ FEMA ເຖິງແມ່ນວ່າພວກເຂົາຍັງບໍ່ແນ່ໃຈວ່າພວກເຂົາຊິມີສິດໄດ້ຮັບເງິນຊ່ວຍເຫຼືອຫຼືບໍ່ FEMA ອາດຊິຊ່ວຍທ່ານໃນຄ່າໃຊ້ຈ່າຍທີ່ການປະກັນໄພບໍ່ໄດ້ກວມເອົາ

ອົງການດັ່ງກ່າວສາມາດກຳນົດການມີສິດໄດ້ຮັບທຶນຊ່ວຍເຫຼືອເມື່ອການຮຽກຮ້ອງປະກັນໄພຂອງຜູ້ສະໝັກຖືກຕັດສິນແລ້ວ - ແຕ່ຊິບໍ່ມີການຈ່າຍເງິນຄືນໃດໆກັບ FEMA ສຳລັບຜູ້ທີ່ບໍ່ລົງທະບຽນຈນຮອດວັນທີ 16 ທັນວາແຕ່ປະສົບກັບການສູນເສຍໃນໄຟໄຫມ້ Bobcat, Creek, El Dorado, Glass, Oak, Slater, Valley, ແລະ Zogg

ມີສາມວິທີສຳລັບຜູ້ລອດຊີວິດທີ່ຊິລົງທະບຽນ: ໂດຍທາງ online ໃນ DisasterAssistance.gov, ໂດຍ FEMA Mobile App ທີ່ຢູ່ໃນໂທລະສັບສະມາດໂຟນຫລືແທັບເລັດ, ຫຼືໂດຍໂທຫາສາຍດ່ວນຊ່ວຍເຫຼືອຂອງ FEMA ທີ່ 800-621-3362 (TTY 800-462-7585) ລະຫວ່າງເວລາ 7 ແລະ 8 ໂມງແລງ PST. ຜູ້ທີ່ໃຊ້ບໍລິການຕອບຮັບ ແບບ videophone, Innocaption ຫຼື CapTel, ຄວນບອກເລກໂທທີ່ເປ້ນເລກສະເພາະໃຫ້ FEMA ທີ່ຖືກໂອນໃຫ້ໃນການບໍລິການນັ້ນເມື່ອພວກເຂົາລົງທະບຽນ ມີການບໍລິການຫລາຍພາສາຢູ່ໃນສາຍຊ່ວຍເຫລືອແລະຜູ້ຊ່ຽວຊານສາມາດຕອບຄຳຖາມເລື່ອງການຊ່ວຍເຫຼືອທີ່ຖາມສ່ວນໃຫຍ່

ເພື່ອລົງທະບຽນທ່ານຊິຕ້ອງມີຂໍ້ມູນຕໍ່ໄປນີ້:

  • ເລກປະກັນສັງຄົມ
  • ຂໍ້ມູນນະໂຍບາຍປະກັນໄພ
  • ທີ່ຢູ່ຂອງເຮືອນເດີມທີ່ເສຍຫາຍ
  • ລາຍລະອຽດຂອງຄວາມເສຍຫາຍແລະການສູນເສຍທີ່ເກີດຈາກໄພພິບັດ
  • ທີ່ຢູ່ປະຈຸບັນ
  • ເບີໂທລະສັບປັດຈຸບັນ
  • ລາຍໄດ້ປະຈຳປີຂອງຄົວເຮືອນທັງໝົດ
  • ເລກລະຫັດທະນາຄານແລະເລກບັນຊີຂອງບັນຊີເງິນຝາກຫລືບັນຊີອອມຊັບຂອງທ່ານ (ສຳລັບໂອນເງິນໂດຍກົງເຂົ້າບັນຊີທະນາຄານຂອງທ່ານ)

ຫຼັງຈາກທີ່ທ່ານລົງທະບຽນ online ຫລືກັບ FEMA app, ທ່ານສາມາດສ້າງບັນຊີຂອງທ່ານເອງ ນີ້ຊິຊ່ວຍໃຫ້ທ່ານສາມາດກວດສອບສະຖານະການສະໝັກຂອງທ່ານ, ເບິ່ງຂໍ້ຄວາມຈາກ FEMA, ປັບປຸງຂໍ້ມູນສ່ວນຕົວຂອງທ່ານແລະອັບໂຫລດເອກະສານຕ່າງໆທີ່ອາດຊິຈຳເປັນໃນການກຳນົດສິດຂອງທ່ານສຳລັບການຊ່ວຍເຫຼືອ

ຖ້າທ່ານບໍ່ສາມາດອັບໂຫລດເອກະສານຂອງທ່ານ, ໃຫ້ສົ່ງໄປທີ່ FEMA ທີ່ກ່ອງ P.O. 10055, Hyattsville MD 20782-8055 ຫຼືສົ່ງແຟັກໄປທີ່ 800-827-8112

ການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດອາເມລິກາ

ວັນທີ 16 ທັນວາແມ່ນວັນເສັ້ນຕາຍທີ່ຊິຍື່ນຄຳຮ້ອງຂໍກູ້ຢືມເງິນໄພພິບັດຈາກອົງການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດອາເມລິກາ ການຊ່ວຍເຫຼືອຈາກ FEMA ແມ່ນເພື່ອໃຫ້ຜູ້ລອດຊີວິດທີ່ມີສິດໄດ້ຮັບເງຶນຊ່ວຍເຫຼືອເລີ່ມຕົ້ນໃນເສັ້ນທາງຂອງພວກເຂົາເພື່ອການຟື້ນຟູ ແຫຼ່ງທຶນຕົ້ນຕໍຂອງການກູ້ເອົາເງິນຊົດເຊີຍສຳລັບຫຼາຍໆຄົນ, ແນວໃດກໍ່ຕາມ, ແມ່ນເງິນກູ້ຢືມຈາກບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດ(SBA), ເຊິ່ງເຮັດໃຫ້ເງິນກູ້ຢືມໄພພິບັດເຂົ້າຮອດແກ່ບຸກຄົນແລະທຸລະກິດທຸກຂະໜາດ

ຜູ້ລອດຊີວິດສາມາດຊອກຮູ້ຕື່ມແລະສະໝັກຂໍເງິນກູ້ທີ່ DisasterLoanAssistance.sba.gov/  ສຳລັບການຊ່ວຍເຫຼືອເພີ້ມຕື່ມ, ຕິດຕໍ່ສູນຊ່ວຍເຫຼືອການກູ້ຢືມເງິນໄພພິບັດແບບເສມືນຂອງ SBA ຕົວແທນບໍລິການລູກຄ້າສາມາດຊ່ວຍເຫຼືອບຸກຄົນແລະເຈົ້າຂອງທຸລະກິດ ໂດຍຊ່ວຍຕອບຄຳຖາມກ່ຽວກັບໂຄງການໃຫ້ກູ້ຢືມໄພພິບັດຂອງ SBA, ອະທິບາຍຂັ້ນຕອນການສະໝັກແລະຊ່ວຍໃຫ້ແຕ່ລະຄົນເຮັດໃບສະໝັກເງິນກູ້ເອເລັກໂຕຣນິກ DLOC ແບບເສມືນ ເປີດທຸກມື້ ຕັ້ງແຕ່ເວລາ 5 a.m. ຈນຮອດ 5 p.m. PST ໂທ 800-659-2955 ຫຼືສົ່ງອີເມວ FOCWAssistance@sba.gov

ມີການບໍລິການເຫຼົ່ານີ້ສຳລັບການປະກາດໄພພິບັດໃນລັດ California ເທົ່ານັ້ນທີ່ເປັນຜົນມາຈາກການເກີດອັກຄີໄພ

ສຳລັບຂໍ້ມູນລ້າສຸດກ່ຽວກັບການກູ້ຄືນໄຟປ່າ, ເຂົ້າໄປທີ່ https://www.fema.gov/disaster/4558 ແລະຕິດຕາມບັນຊີ Twitter ຂອງ FEMA ເຂດ 9 ທີ່ https://twitter.com/femaregion9

###

Tags:
ອັບເດດຫຼ້າສຸດ