ເຫຼືອພຽງໜື່ງອາທິດ

Release Date Release Number
DR-4558-CA NR 041
Release Date:
ເດືອນທັນວາ 3, 2020

ຜູ້ລອດຊີວິດຈາກໄຟປ່າຄວນໂທຫາສາຍຊ່ວຍເຫຼືອຂອງ FEMA ຫຼືເຂົ້າເບິ່ງ DisasterAssistance.gov ພາຍໃນວັນທີ 11 ທັນວາ

SACRAMENTO, Calif. – ບຸກຄົນແລະຄົວເຮືອນທີ່ສູນເສຍຍ້ອນໄຟໄໝ້ປ່າໃນເດືອນສິງຫາ / ກັນຍາທີ່ເມືອງ Butte, Lake, Lassen, Mendocino, Monterey, Napa, San Mateo, Santa Clara, Santa Cruz, Solano, Sonoma, Stanislaus, Trinity, Tulare ແລະ Yolo ມີເວລາເຫຼືອພຽງ 1 ອາທິດ ທີ່ຊິສະໝັກຂໍທຶນຊ່ວຍເຫຼືອຈາກ FEMA ຫຼືເງິນກູ້ຢືມໄພພິບັດທີ່ມີດອກເບ້ຍຕ່ຳຈາກອົງການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດ ວັນຫມົດກໍານົດແມ່ນວັນທີ 11 ທັນວາ

ເຂດປົກຄອງເຫຼົ່ານີ້ແມ່ນລວມຢູ່ໃນໄພພິບັດຂອງລັດຖະບານກາງ 4558, ໄດ້ປະກາດໃນເບື້ອງຕົ້ນວັນທີ 22 ເດືອນສິງຫາ ສຳລັບ 7 ເຂດປົກຄອງແລະຂະຫຍາຍຕໍ່ໄປ

ລາງວັນຂອງ FEMA ຊ່ວຍໃຫ້ຜູ້ລອດຊີວິດທີ່ມີສິດໄດ້ຮັບເງິນຊ່ວຍເຫຼືອສາມາດຈ່າຍຄ່າເຊົ່າ, ສ້ອມແປງເຮືອນ / ທົດແທນເຮືອນແລະຄວາມຕ້ອງການອື່ນໆທີ່ພັວພັນກັບໄພພິບັດທີ່ຮ້າຍແຮງ, ລວມທັງການທົດແທນຫຼືສ້ອມແປງພາຫະນະ, ຄ່າໃຊ້ຈ່າຍໃນງານສົບ, ຄ່າໃຊ້ຈ່າຍໃນການປິ່ນປົວຫຼືຄ່າໃຊ້ຈ່າຍແຂ້ວແລະຄ່າໃຊ້ຈ່າຍອື່ນໆ ເພື່ອໃຫ້ໄດ້ຮັບການຊົດເຊີຍຈາກ FEMA, ຜູ້ລອດຊີວິດຄວນຖ່າຍຮູບຄວາມເສຍຫາຍແລະເກັບໃບເອກະສານຕ່າງໆຂອງວຽກງານສ້ອມແປງ

ຜູ້ລອດຊີວິດຄວນຕິດຕໍ່ຜູ້ປະກັນຕົນຂອງພວກເຂົາແລະຍື່ນຂໍ້ຮຽກຮ້ອງກ່ຽວກັບຄວາມເສຍຫາຍທີ່ເກີດຈາກໄພພິບັດກ່ອນທີ່ພວກເຂົາຊິລົງທະບຽນກັບ FEMA ທຸກໆຄົນທີ່ມີປະກັນໄພຄວນລົງທະບຽນກັບ FEMA ເຖິງແມ່ນວ່າພວກເຂົາຍັງບໍ່ແນ່ໃຈວ່າພວກເຂົາຊິມີສິດໄດ້ຮັບເງິນຊ່ວຍເຫຼືອຫຼືບໍ່ FEMA ອາດຊິຊ່ວຍທ່ານຈ່າຍຄ່າໃຊ້ຈ່າຍທີ່ການປະກັນໄພບໍ່ໄດ້ຄອບຄຸມ

ອົງການດັ່ງກ່າວສາມາດກຳນົດການມີສິດໄດ້ຮັບເງິນຊ່ວຍເຫຼືອຍາມເມື່ອການຮຽກຮ້ອງປະກັນໄພຂອງຜູ້ສະໝັກຖືກຕັດສິນແລ້ວ - ແຕ່ຊິບໍ່ມີການຈ່າຍເງິນຊົດເຊີຍຄືນສຳລັບຜູ້ທີ່ບໍ່ໄດ້ລົງທະບຽນກ່ອນກຳນົດວັນທີ 11 ທັນວາ ເງິນຊ່ວຍເຫຼືອມີໄວ້ສຳລັບຜູ້ທີ່ປະສົບຄວາມສູນເສຍຈາກໄຟໄໝ້ ລວມທັງ CZU Lightning Complex, SCU Lighting Complex. , August Complex Fire, LNU Lightning Complex, North Complex, Sheep, Dolan ແລະ SQF Complex

ຜູ້ລອດຊີວິດມີສາມວິທີທີ່ຊິລົງທະບຽນ: ໂດຍທາງ online ໃນ DisasterAssistance.gov, ໂດຍ FEMA Mobile App ທີ່ຢູ່ໃນໂທລະສັບສະມາດໂຟນຫລືແທັບເລັດ, ຫຼືໂດຍໂທຫາສາຍດ່ວນຊ່ວຍເຫຼືອຂອງ FEMA ທີ່ 800-621-3362 (TTY 800-462-7585) ລະຫວ່າງເວລາ 7 ແລະ 8 ໂມງແລງ PST. ຜູ້ທີ່ໃຊ້ບໍລິການຕອບຮັບ ແບບ videophone, Innocaption ຫຼື CapTel, ຄວນບອກເລກໂທທີ່ເປ້ນເລກສະເພາະໃຫ້ FEMA ທີ່ຖືກໂອນໃຫ້ໃນການບໍລິການນັ້ນເມື່ອພວກເຂົາລົງທະບຽນ ມີການບໍລິການຫລາຍພາສາຢູ່ໃນສາຍຊ່ວຍເຫລືອແລະຜູ້ຊ່ຽວຊານສາມາດຕອບຄຳຖາມສ່ວນໃຫຍ່ກ່ຽວກັບການຊ່ວຍເຫລືອແລະການລົງທະບຽນຂອງ FEMA

ເພື່ອລົງທະບຽນທ່ານຊິຕ້ອງມີຂໍ້ມູນຕໍ່ໄປນີ້:

  • ເລກປະກັນສັງຄົມ
  • ຂໍ້ມູນນະໂຍບາຍປະກັນໄພ
  • ທີ່ຢູ່ຂອງເຮືອນເດີມທີ່ເສຍຫາຍ
  • ລາຍລະອຽດຂອງຄວາມເສຍຫາຍແລະການສູນເສຍທີ່ເກີດຈາກໄພພິບັດ
  • ທີ່ຢູ່ປະຈຸບັນ
  • ເບີໂທລະສັບປັດຈຸບັນ
  • ລາຍໄດ້ປະຈຳປີຂອງຄົວເຮືອນທັງໝົດ
  • ເລກລະຫັດທະນາຄານແລະເລກບັນຊີຂອງບັນຊີເງິນຝາກຫລືບັນຊີອອມຊັບຂອງທ່ານ (ສຳລັບໂອນເງິນໂດຍກົງເຂົ້າບັນຊີທະນາຄານຂອງທ່ານ)

ຫຼັງຈາກທີ່ທ່ານລົງທະບຽນ online ຫລືກັບ FEMA app, ທ່ານສາມາດສ້າງບັນຊີຂອງທ່ານເອງ ນີ້ຊິຊ່ວຍໃຫ້ທ່ານສາມາດກວດສອບສະຖານະການສະໝັກຂອງທ່ານ, ເບິ່ງຂໍ້ຄວາມຈາກ FEMA, ປັບປຸງຂໍ້ມູນສ່ວນຕົວຂອງທ່ານແລະອັບໂຫລດເອກະສານຕ່າງໆທີ່ອາດຊິຈຳເປັນໃນການກຳນົດສິດຂອງທ່ານສຳລັບການຊ່ວຍເຫຼືອ

ຖ້າທ່ານບໍ່ສາມາດອັບໂຫລດເອກະສານຂອງທ່ານ, ໃຫ້ສົ່ງໄປທີ່ FEMA ທີ່ກ່ອງ P.O. 10055, Hyattsville MD 20782-8055 ຫຼືສົ່ງແຟັກໄປທີ່ 800-827-8112

ການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດອາເມລິກາ

ວັນທີ 11 ທັນວາແມ່ນວັນເສັ້ນຕາຍທີ່ຊິຍື່ນຄຳຮ້ອງຂໍກູ້ຢືມເງິນໄພພິບັດຈາກອົງການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດອາເມລິກາ ການຊ່ວຍເຫຼືອຈາກ FEMA ແມ່ນເພື່ອໃຫ້ຜູ້ລອດຊີວິດທີ່ມີສິດໄດ້ຮັບເງຶນຊ່ວຍເຫຼືອເລີ່ມຕົ້ນໃນເສັ້ນທາງຂອງພວກເຂົາເພື່ອການຟື້ນຟູ ແຫຼ່ງທຶນຕົ້ນຕໍຂອງການກູ້ເອົາເງິນຊົດເຊີຍ ສຳລັບຫຼາຍໆຄົນ, ແນວໃດກໍ່ຕາມ, ແມ່ນເງິນກູ້ຢືມຈາກບໍລິຫານທຸລະກິດຂະໜາດນ້ອຍ ຂອງສະຫະລັດ(SBA), ເຊິ່ງເຮັດໃຫ້ເງິນກູ້ຢືມໄພພິບັດເຂົ້າຮອດແກ່ບຸກຄົນແລະທຸລະກິດທຸກຂະໜາດ

ຜູ້ລອດຊີວິດສາມາດຊອກຮູ້ຕື່ມແລະສະໝັກຂໍເງິນກູ້ທີ່ DisasterLoanAssistance.sba.gov/  ສຳລັບການຊ່ວຍເຫຼືອເພີ້ມຕື່ມ, ຕິດຕໍ່ສູນຊ່ວຍເຫຼືອການກູ້ຢືມເງິນໄພພິບັດແບບເສມືນຂອງ SBA ຕົວແທນບໍລິການລູກຄ້າສາມາດຊ່ວຍເຫຼືອບຸກຄົນແລະເຈົ້າຂອງທຸລະກິດ ໂດຍຊ່ວຍຕອບຄຳຖາມກ່ຽວກັບໂຄງການໃຫ້ກູ້ຢືມໄພພິບັດຂອງ SBA, ອະທິບາຍຂັ້ນຕອນການສະໝັກແລະຊ່ວຍໃຫ້ແຕ່ລະຄົນປະກອບໃບສະໝັກເງິນກູ້ເອເລັກໂຕຣນິກ DLOC ແບບເສມືນ ເປີດທຸກມື້ ຕັ້ງແຕ່ເວລາ 5 a.m. ຈນຮອດ 5 p.m. PST ໂທ 800-659-2955 ຫຼືສົ່ງອີເມວ FOCWAssistance@sba.gov

ການບໍລິການເຫຼົ່ານີ້ແມ່ນມີໃຫ້ບໍລິການສຳລັບການປະກາດໄພພິບັດຂອງລັດຄາລີຟໍເນຍເທົ່ານັ້ນ ທີ່ເປັນຜົນມາຈາກການເກີດໄຟໄໝ້ປ່າແລະບໍ່ແມ່ນສຳລັບການຊ່ວຍເຫຼືອທີ່ພັວພັນກັບ COVID-19

ສຳລັບຂໍ້ມູນລ້າສຸດກ່ຽວກັບການກູ້ຄືນໄຟປ່າ, ເຂົ້າໄປທີ່ www.fema.gov/disaster/4558 ແລະຕິດຕາມບັນຊີ Twitter ຂອງ FEMA ເຂດ 9 ທີ່ twitter.com/femaregion9

###

Related Links:
Tags:
ອັບເດດຫຼ້າສຸດ