ສູນຟື້ນຟູໄພພິບັດຂອງເຄົາຕີ້ເວນເປີດແລ້ວໃນວັນທີ 22 ເມສາ

Release Date Release Number
NR-011
Release Date:
ເດືອນເມສາ 22, 2023

ເມືອງແນຊວິລ, ລັດເທນເນສຊີ (NASHVILLE, Tenn.) – ສູນຟື້ນຟູໄພພິບັດເປີດເວລາ 7 ໂມງເຊົ້າ ວັນເສົາທີ 22 ເດືອນເມສາ ໃນເມືອງເວນສໂບໂຣ(Waynesboro) ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸມໍລະສຸມແລະພາຍຸທໍນາໂດ້ແລະຕ້ອງການອັບເດດການສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA ຫຼື ເພື່ອຮຽນຮູ້ກ່ຽວກັບໂຄງການຕ່າງໆຂອງລັດແລະຂອງຊຸມຊົນ ແລະ ຄວາມຊ່ວຍເຫຼືອອື່ນໆທີ່ມີຢູ່.   

ພາຍໃຕ້ການປະກາດວ່າດ້ວຍໄພພິບັດຄັ້ງໃຫຍ່, 10 ເຄົາຕີ້ໃນລັດເທນເນສຊີໄດ້ຖືກກຳນົດໃຫ້ໄດ້ຮັບການຊ່ວຍເຫຼືອສ່ວນບຸກຄົນຈາກ FEMA, ຊຶ່ງໝາຍຄວາມວ່າປະຊາຊົນທີ່ອາໄສໃນເຄົາຕີ້ເຫຼົ່ານີ້ທີ່ໄດ້ຮັບຄວາມເສຍຫາຍຫຼືໄດ້ຮັບການສູນເສຍທີ່ບໍ່ມີປະກັນຫຼືທີ່ປະກັນບໍ່ຄຸ້ມຄອງທັງໝົດຈາກພາຍຸມໍລະສຸມແລະພາຍຸທໍນາໂດ້ທີ່ເກີດຂຶ້ນໃນຊ່ວງວັນທີ 31 ມີນາ ຫາ 1 ເມສາ 2023 ສາມາດຂໍສະໝັກຮັບຄວາມຊ່ວຍເຫຼືອຈາກ FEMA ໄດ້. ເຄົາຕີ້ດັ່ງກ່າວໄດ້ແກ່ Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ແລະ Wayne.

ທ່ານບໍ່ຈຳເປັນທີ່ຈະໄປທີ່ສູນຟື້ນຟູໄພພິບັດເພື່ອສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA. ແຕ່ທ່ານຕ້ອງສົ່ງເລື່ອງໄປຍັງບໍລິສັດປະກັນໄພຫຼືຜູ້ຕາງໜ້າຂອງບໍລິສັດປະກັນໄພຂອງທ່ານກ່ອນສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA.

ສູນຟື້ນຟູໄພພິບັດຂອງເຄົາຕີ້ເວນ (Wayne County) ຕັ້ງຢູ່ທີ່:

Lincoln Brass Works

309 Hurricane Meadows Dr.

Waynesboro, TN 38485

ວັນເວລາທີ່ເປີດ: 7 ໂມງເຊົ້າ ວັນເສົາທີ 22 ເມສາ

ເວລາເປີດທຳການ: 1 ໂມງແລງ ຫາ to 7 ໂມງແລງ CDT ສຳລັບວັນອາທິດ, 7 ໂມງເຊົ້າ ຫາ 7 ໂມງແລງ CDT ສຳລັບວັນຈັນ ຫາ ວັນເສົາ

ຄະນະຜູ້ຊ່ຽວຊານທີ່ສູນຟື້ນຟູໄພພິບັດສາມາດຊີ້ແຈງຂໍ້ມູນທີ່ທ່ານໄດ້ຮັບຈາກ FEMA ຫຼື ຈາກໜ່ວຍງານອື່ນໆ. ຄະນະຜູ້ຊ່ຽວຊານຍັງຈະສາມາດເວົ້າເຖິງເງິນແບບໃຫ້ລ້າອື່ນໆຈາກ FEMA ໄດ້ຊຶ່ງເປັນເງິນທີ່ທ່ານບໍ່ຕ້ອງຈ່າຍຄືນ, ຮວມເຖິງເງິນທີ່ທ່ານໄດ້ຈ່າຍໃຫ້ກັບໂຮງແຮມເປັນຄ່າທີ່ພັກຊົ່ວຄາວ ຫຼື ເງິນຄ່າສ້ອມແປງເຮືອນແບບງ່າຍໆ ຖ້າເປັນເຈົ້າຂອງເຮືອນທີ່ເຮືອນທີ່ເປັນທີ່ອາໄສຫຼັກຂອງທ່ານຖືກທຳລາຍໂດຍພາຍຸດັ່ງກ່າວ. ຄະນະຜູ້ຊ່ຽວຊານຍັງສາມາດສົ່ງເອກະສານທີ່ທ່ານສະໝັກຂໍຄວາມຊ່ວຍເຫຼືອໄປຍັງສູນດຳເນີນການຂອງ FEMA ໄດ້ອີກດ້ວຍ.

ເນື່ອງຈາກສູນຟື້ນຟູໄພພິບັດນີ້ເປີດບໍລິການຢູ່ທົ່ວເຂດຕະເວັນຕົກຂອງລັດເທນເນສຊີ, ທ່ານສາມາດຕັດສິນໃຈເລືອກສູນຟື້ນຟູໄພພິບັດສູນໃດກໍໄດ້. ທ່ານສາມາດຫາສູນທີ່ຢູ່ໃກ້ເຮືອນຂອງທ່ານໄດ້ທີ່:  https://egateway.fema.gov/ESF6/DRCLocator.

ນີ້ແມ່ນວິທິສະໝັກຂໍການຊ່ວຍເຫຼືອດ້ານໄພພິບັດຈາກ FEMA:

  • ໄປທີ່ DisasterAssistance.gov
  • ໃຊ້ FEMA mobile app
  • ໂທຫາສາຍດ່ວນທີ່ຊ່ວຍເຫຼືອດ້ານໄພພິບັດ (Disaster Assistance Helpline) ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິການຣີເລ ເຊັ່ນ Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ Central Daylight ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ.
  • ສຳລັບວິດີໂອກ່ຽວກັບວິທີການສະໝັກສຳລັບຜູ້ໃຊ້ພາສາມື, ໄປທີ່ https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະ Facebook.com/FEMA.

Tags:
ອັບເດດຫຼ້າສຸດ