ສູນຟື້ນຟູໄພພິບັດຂອງເຄົາຕີ້ເວນເປີດແລ້ວໃນວັນທີ 22 ເມສາ [https://www.fema.gov/lo/press-release/20230424/wayne-county-disaster-recovery-center-opened-april-22] Release Date: ເດືອນເມສາ 22, 2023 ເມືອງແນຊວິລ, ລັດເທນເນສຊີ (NASHVILLE, TENN.) – ສູນຟື້ນຟູໄພພິບັດເປີດເວລາ 7 ໂມງເຊົ້າ ວັນເສົາທີ 22 ເດືອນເມສາ ໃນເມືອງເວນສໂບໂຣ(Waynesboro) ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸມໍລະສຸມແລະພາຍຸທໍນາໂດ້ແລະຕ້ອງການອັບເດດການສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA ຫຼື ເພື່ອຮຽນຮູ້ກ່ຽວກັບໂຄງການຕ່າງໆຂອງລັດແລະຂອງຊຸມຊົນ ແລະ ຄວາມຊ່ວຍເຫຼືອອື່ນໆທີ່ມີຢູ່.    ພາຍໃຕ້ການປະກາດວ່າດ້ວຍໄພພິບັດຄັ້ງໃຫຍ່, 10 ເຄົາຕີ້ໃນລັດເທນເນສຊີໄດ້ຖືກກຳນົດໃຫ້ໄດ້ຮັບການຊ່ວຍເຫຼືອສ່ວນບຸກຄົນຈາກ FEMA, ຊຶ່ງໝາຍຄວາມວ່າປະຊາຊົນທີ່ອາໄສໃນເຄົາຕີ້ເຫຼົ່ານີ້ທີ່ໄດ້ຮັບຄວາມເສຍຫາຍຫຼືໄດ້ຮັບການສູນເສຍທີ່ບໍ່ມີປະກັນຫຼືທີ່ປະກັນບໍ່ຄຸ້ມຄອງທັງໝົດຈາກພາຍຸມໍລະສຸມແລະພາຍຸທໍນາໂດ້ທີ່ເກີດຂຶ້ນໃນຊ່ວງວັນທີ 31 ມີນາ ຫາ 1 ເມສາ 2023 ສາມາດຂໍສະໝັກຮັບຄວາມຊ່ວຍເຫຼືອຈາກ FEMA ໄດ້. ເຄົາຕີ້ດັ່ງກ່າວໄດ້ແກ່ CANNON, HARDEMAN, HARDIN, HAYWOOD, LEWIS, MACON, MCNAIRY, RUTHERFORD, TIPTON ແລະ WAYNE. ທ່ານບໍ່ຈຳເປັນທີ່ຈະໄປທີ່ສູນຟື້ນຟູໄພພິບັດເພື່ອສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA. ແຕ່ທ່ານຕ້ອງສົ່ງເລື່ອງໄປຍັງບໍລິສັດປະກັນໄພຫຼືຜູ້ຕາງໜ້າຂອງບໍລິສັດປະກັນໄພຂອງທ່ານກ່ອນສະໝັກຂໍຄວາມຊ່ວຍເຫຼືອຈາກ FEMA. ສູນຟື້ນຟູໄພພິບັດຂອງເຄົາຕີ້ເວນ (WAYNE COUNTY) ຕັ້ງຢູ່ທີ່: LINCOLN BRASS WORKS 309 HURRICANE MEADOWS DR. WAYNESBORO, TN 38485 ວັນເວລາທີ່ເປີດ: 7 ໂມງເຊົ້າ ວັນເສົາທີ 22 ເມສາ ເວລາເປີດທຳການ: 1 ໂມງແລງ ຫາ to 7 ໂມງແລງ CDT ສຳລັບວັນອາທິດ, 7 ໂມງເຊົ້າ ຫາ 7 ໂມງແລງ CDT ສຳລັບວັນຈັນ ຫາ ວັນເສົາ ຄະນະຜູ້ຊ່ຽວຊານທີ່ສູນຟື້ນຟູໄພພິບັດສາມາດຊີ້ແຈງຂໍ້ມູນທີ່ທ່ານໄດ້ຮັບຈາກ FEMA ຫຼື ຈາກໜ່ວຍງານອື່ນໆ. ຄະນະຜູ້ຊ່ຽວຊານຍັງຈະສາມາດເວົ້າເຖິງເງິນແບບໃຫ້ລ້າອື່ນໆຈາກ FEMA ໄດ້ຊຶ່ງເປັນເງິນທີ່ທ່ານບໍ່ຕ້ອງຈ່າຍຄືນ, ຮວມເຖິງເງິນທີ່ທ່ານໄດ້ຈ່າຍໃຫ້ກັບໂຮງແຮມເປັນຄ່າທີ່ພັກຊົ່ວຄາວ ຫຼື ເງິນຄ່າສ້ອມແປງເຮືອນແບບງ່າຍໆ ຖ້າເປັນເຈົ້າຂອງເຮືອນທີ່ເຮືອນທີ່ເປັນທີ່ອາໄສຫຼັກຂອງທ່ານຖືກທຳລາຍໂດຍພາຍຸດັ່ງກ່າວ. ຄະນະຜູ້ຊ່ຽວຊານຍັງສາມາດສົ່ງເອກະສານທີ່ທ່ານສະໝັກຂໍຄວາມຊ່ວຍເຫຼືອໄປຍັງສູນດຳເນີນການຂອງ FEMA ໄດ້ອີກດ້ວຍ. ເນື່ອງຈາກສູນຟື້ນຟູໄພພິບັດນີ້ເປີດບໍລິການຢູ່ທົ່ວເຂດຕະເວັນຕົກຂອງລັດເທນເນສຊີ, ທ່ານສາມາດຕັດສິນໃຈເລືອກສູນຟື້ນຟູໄພພິບັດສູນໃດກໍໄດ້. ທ່ານສາມາດຫາສູນທີ່ຢູ່ໃກ້ເຮືອນຂອງທ່ານໄດ້ທີ່:  https://egateway.fema.gov/ESF6/DRCLocator. ນີ້ແມ່ນວິທິສະໝັກຂໍການຊ່ວຍເຫຼືອດ້ານໄພພິບັດຈາກ FEMA: * ໄປທີ່ DisasterAssistance.gov [https://urldefense.us/v3/__http:/www.DisasterAssistance.gov__;!!BClRuOV5cvtbuNI!V9qeEBYrSNZdnN1w1BSQaAnDtEznFBy6nbCyjLlwEVgoobGfHobimOjzCseDAmd-rAAVxALAdw$] * ໃຊ້ FEMA mobile app [https://www.fema.gov/about/news-multimedia/mobile-app-text-messages] * ໂທຫາສາຍດ່ວນທີ່ຊ່ວຍເຫຼືອດ້ານໄພພິບັດ (DISASTER ASSISTANCE HELPLINE) ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິການຣີເລ ເຊັ່ນ Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ CENTRAL DAYLIGHT ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ. * ສຳລັບວິດີໂອກ່ຽວກັບວິທີການສະໝັກສຳລັບຜູ້ໃຊ້ພາສາມື, ໄປທີ່ https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6 ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701 [https://www.fema.gov/disaster/4701]. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA [https://www.tn.gov/tema.html]; Twitter.com/TEMA [https://twitter.com/t_e_m_a], Facebook.com/TNDisasterInfo [https://www.facebook.com/TNDisasterInfo/posts/pfbid02zyvrrWRmZNYKiURMVgcYpynEgCEWq81oyPd8FfkBwNDd8JenqGiuCjyDfMW2d3mBl], @FEMARegion4/Twitter [https://twitter.com/femaregion4] ແລະ Facebook.com/FEMA [https://www.facebook.com/FEMA/].