FEMA ອອກຂ່າວແຈ້ງຕໍ່ສາທາລະນະສຳລັບແຂວງ (ເຄົາຕີ້) ທີ່ໄດ້ຮັບຜົນກະທົບຈາກພາຍຸທໍນາໂດໃນເດືອນມີນາ-ເມສາ

Release Date Release Number
NR-007
Release Date:
ເດືອນເມສາ 18, 2023

ເມືອງແນຊວິລ, ລັດເທນເນສຊີ (NASHVILLE, Tenn.)  ໄດ້ມີການອອກຂ່າວແຈ້ງຕໍ່ສາທາລະນະທີ່ໄດ້ກ່າວເຖິງເຈດຕະນາຂອງ FEMA ທີ່ຈະຊົດໃຊ້ເງິນຄືນໃຫ້ໜ່ວຍງານລັດຖະບານແລະອົງກອນທີ່ບໍ່ຫວັງຜົນກຳໄລໃນ 10 ເຄົາຕີ້ໃນລັດເທນເນສຊີທີ່ມີສິດໄດ້ຮັບເງິນນີ້ໃນແບບແບ່ງປັນຄ່າໃຊ້ຈ່າຍສຳລັບງານສຸກເສີນເລື່ອງພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນລະຫວ່າງວັນທີ 31 ມີນາ ຫາ ວັນທີ 1 ເມສາ 2023.

ການອອກຂ່າວແຈ້ງຕໍ່ສາທາລະນະນີ້ໄດ້ໂພສໄວ້ເທິງເວັບໄຊຕ໌ຢູ່ໜ້າໄພພິບັດຂອງລັດເທນເນສຊີທີ່ FEMA Public Notice ແລະເວັບໄຊຕ໌ຂອງລັດທີ່ TN Public Notice. ການອອກຂ່າວແຈ້ງນີ້ໄດ້ເວົ້າເຖິງກິດຈະກຳຕ່າງໆທີ່ນຳສະເໜີທີ່ອາດຈະມີຜົນຕໍ່ຊັບສິນທາງປະຫວັດສາດແລະກິດຈະກຳແລະວິກິດຕະການຕ່າງໆທີ່ອາດມີຜົນກະທົບຕໍ່ບໍລິເວນໜອງນ້ຳແລະພື້ນທີ່ລຸ່ມທີ່ນ້ຳຖ້ວມເຖິງ.

ທ່ານປະທານາທິບໍດີໄດ້ອະນຸມັດຖະແຫຼງການເລື່ອງໄພພິບັດຄັ້ງໃຫຍ່ໃນວັນທີ 7 ເມສາສຳລັບພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງແລະພາຍຸທໍນາໂດທີ່ໄດ້ພັດຖະຫຼົ່ມລັດເທນເນສຊີ.    

ສິບເຄາຕີ້ທີ່ຖືກລະບຸວ່າຈະໄດ້ຮັບການຊ່ວຍເຫຼືອພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະຂອງ FEMA ໄດ້ແກ່: Cannon, Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ແລະ Wayne. ຖະແຫຼງການເລື່ອງໄພພິບັດຄັ້ງໃຫຍ່ໄດ້ອະນຸມັດໃຫ້ FEMA ໃຫ້ເງິນຊ່ວຍເຫຼືອແຕ່ລະເຄົາຕີ້ແລະເງິນສຳລັບບໍລິການຕ່າງໆໂດຍກົງໃຫ້ກັບບຸກຄົນຫຼືຄົວເຮືອນທີ່ໄດ້ຮັບຜົນກະທົບທີ່ຢູ່ໃນ 10 ເຄົາຕີ້ນີ້.  

ກົດໝາຍໄດ້ກຳນົດໃຫ້ FEMA ແຈ້ງໃຫ້ປະຊາຊົນຊາບກ່ຽວກັບການອອກຂ່າວແຈ້ງຕໍ່ສາທາລະນະນີ້ເພື່ອໃຫ້ປະຊາຊົນຮູ້ເຖິງເຈດຕະນາຂອງອົງກອນນີ້ທີ່ເປັນອົງກອນທີ່ຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານກາງແລະໃຫ້ຊາບເຖິງໂອກາດທີ່ຈະໄດ້ຮັບເງິນແບບໃຫ້ລ້າຜ່ານໂຄງການຊ່ວຍເຫຼືອສາທາລະນະແລະໂຄງການໃຫ້ເງິນກັບປະຊາຊົນເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດ.   

ພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະ ຊຶ່ງເປັນໂຄງການເງິນແບບໃຫ້ລ້າຂອງ FEMA ນີ້, FEMA ໄດ້ຈັດໃຫ້ມີກອງທຶນເພື່ອຊ່ວຍເຫຼືອຊຸມຊົນທີ່ຕອບຮັບຖະແຫຼງການຂອງປະທານາທິບໍດີເລື່ອງໄພພິບັດຫຼືເຫດການສຸກເສີນຄັ້ງໃຫຍ່. ໂຄງການນີ້ຈັດໃຫ້ມີກອງທຶນສຳລັບການຊ່ວຍເຫຼືອສຸກເສີນເພື່ອຊ່ວຍຊີວິດແລະປົກປ້ອງຊັບສິນ, ແລະຖ້າມີການອະນຸມັດວຽກງານແບບຖາວອນກໍຈະມີເງິນທຶນທີ່ຈະຊ່ວຍປະຊາຊົນຟື້ນຟູໂຄງລ່າງພື້ນຖານທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເຂົ້າຂ່າຍຕາມທີ່ທາງລັດຖະບານໄດ້ຖະແຫຼງໄວ້. ໂຄງການນີ້ຍັງຈະຊ່ວຍສະໜັບສະໜູນການປ້ອງກັນອາຄານສະຖານທີ່ຕ່າງໆທີ່ຖືກທຳລາຍບໍ່ໃຫ້ຖືກທຳລາຍຕື່ມຫາກມີເຫດການແບບນີ້ເກີດຂຶ້ນອີກໃນອະນາຄົດໂດຍການໃຫ້ຄວາມຊ່ວຍເຫຼືອເລື່ອງມາດຕະການຫຼຸດຜ່ອນຜົນກະທົບຈາກໄພພິບັດ.    

ພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະປະເພດ A ແລະ B, ທີ່ໄດ້ຮັບອະນຸມັດສຳລັບໄພພິບັດຄັ້ງນີ້, ຜູ້ສະໝັກທີ່ມີຄຸນນະສົມບັດຕາມທີກຳນົດໄວ້ໃນ 10 ເຄົາຕີ້ໃນລັດເທນເນສຊີທີ່ໄດ້ລະບຸໄວ້ຂ້າງເທິງສາມາດສະໝັກຂໍເງິນຊົດເຊີຍເພື່ອການນຳເອົາເສດຂີ້ເຫຍື່ອໄປຖິ້ມຢ່າງເລັ່ງດ່ວນແລະງານທີ່ຕ້ອງເຮັດແບບສຸກເສີນເພື່ອທີ່ຈະປົກປ້ອງຊີວິດແລະຊັບສິນ. ຜູ້ທີ່ມີສິດສະໝັກໄດ້ແກ່ລັດຕ່າງໆ, ລັດຖະບານຂອງຊົນເຜົ່າທີ່ທາງລັດຖະບານກາງຍອມຮັບ, ດິນແດນທີ່ຂຶ້ນກັບສະຫະລັດ, ລັດຖະບານທ້ອງຖິ່ນ, ແລະອົງກອນທີ່ບໍ່ຫວັງຜົນກຳໄລທີ່ເປັນພາກເອກະຊົນ, ຮວມທັງວັດຫຼືໂບດຕ່າງໆ.  

ໂຄງການໃຫ້ເງິນກັບປະຊາຊົນເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດຂອງ, ຫຼື ເງິນທຶນເພື່ອນຳໃຊ້ໃນການຫຼຸດຜ່ອນຜົນກະທົບຈາກໄພພິບັດ, ມີຢູ່ທົ່ວລັດເທນເນສຊີ.  

ຖ້າທ່ານຕ້ອງການຂໍ້ມູນກ່ຽວກັບວຽກງານຂອງ FEMA ຫຼື ກ່ຽວກັບໂຄງການໃດໜຶ່ງ, ທ່ານສາມາດຂຽນເຖິງ U.S. Department of Homeland Security (ກະຊວງຄວາມໝັ້ນຄົງແຫ່ງຊາດ), Federal Emergency Management Agency (ໜ່ວຍງານຈັດການເຫດການສຸກເສີນຂອງລັດຖະບານກາງ) – Region IV - EHP, 3005 Chamblee Tucker Road, Atlanta, GA 30341-4112 ຫຼື ສົ່ງອີເມວໄປທີ່ FEMA-R4EHP@fema.dhs.gov. ໃຫ້ໃສ່ຊື່ຫົວຂໍ້ໃນອີເມວວ່າ “DR 4701-TN.”

ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA; Twitter.com/TEMA, Facebook.com/TNDisasterInfo, @FEMARegion4/Twitter ແລະ Facebook.com/FEMA.

Tags:
ອັບເດດຫຼ້າສຸດ