FEMA ອອກຂ່າວແຈ້ງຕໍ່ສາທາລະນະສຳລັບແຂວງ (ເຄົາຕີ້) ທີ່ໄດ້ຮັບຜົນກະທົບຈາກພາຍຸທໍນາໂດໃນເດືອນມີນາ-ເມສາ [https://www.fema.gov/lo/press-release/20230418/fema-issues-public-notice-counties-affected-march-april-tornadoes] Release Date: ເດືອນເມສາ 18, 2023 ເມືອງແນຊວິລ, ລັດເທນເນສຊີ (NASHVILLE, TENN.) –  ໄດ້ມີການອອກຂ່າວແຈ້ງຕໍ່ສາທາລະນະທີ່ໄດ້ກ່າວເຖິງເຈດຕະນາຂອງ FEMA ທີ່ຈະຊົດໃຊ້ເງິນຄືນໃຫ້ໜ່ວຍງານລັດຖະບານແລະອົງກອນທີ່ບໍ່ຫວັງຜົນກຳໄລໃນ 10 ເຄົາຕີ້ໃນລັດເທນເນສຊີທີ່ມີສິດໄດ້ຮັບເງິນນີ້ໃນແບບແບ່ງປັນຄ່າໃຊ້ຈ່າຍສຳລັບງານສຸກເສີນເລື່ອງພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນລະຫວ່າງວັນທີ 31 ມີນາ ຫາ ວັນທີ 1 ເມສາ 2023. ການອອກຂ່າວແຈ້ງຕໍ່ສາທາລະນະນີ້ໄດ້ໂພສໄວ້ເທິງເວັບໄຊຕ໌ຢູ່ໜ້າໄພພິບັດຂອງລັດເທນເນສຊີທີ່ FEMA Public Notice [https://www.fema.gov/disaster-federal-register-notice/dr-4701-tn-public-notice-001] ແລະເວັບໄຊຕ໌ຂອງລັດທີ່ TN Public Notice [https://www.tn.gov/tema/news/2023/4/4/public-notice-major-disaster-declaration-.html]. ການອອກຂ່າວແຈ້ງນີ້ໄດ້ເວົ້າເຖິງກິດຈະກຳຕ່າງໆທີ່ນຳສະເໜີທີ່ອາດຈະມີຜົນຕໍ່ຊັບສິນທາງປະຫວັດສາດແລະກິດຈະກຳແລະວິກິດຕະການຕ່າງໆທີ່ອາດມີຜົນກະທົບຕໍ່ບໍລິເວນໜອງນ້ຳແລະພື້ນທີ່ລຸ່ມທີ່ນ້ຳຖ້ວມເຖິງ. ທ່ານປະທານາທິບໍດີໄດ້ອະນຸມັດຖະແຫຼງການເລື່ອງໄພພິບັດຄັ້ງໃຫຍ່ໃນວັນທີ 7 ເມສາສຳລັບພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງແລະພາຍຸທໍນາໂດທີ່ໄດ້ພັດຖະຫຼົ່ມລັດເທນເນສຊີ.     ສິບເຄາຕີ້ທີ່ຖືກລະບຸວ່າຈະໄດ້ຮັບການຊ່ວຍເຫຼືອພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະຂອງ FEMA ໄດ້ແກ່: CANNON, HARDEMAN, HARDIN, HAYWOOD, LEWIS, MACON, MCNAIRY, RUTHERFORD, TIPTON ແລະ_ _WAYNE. ຖະແຫຼງການເລື່ອງໄພພິບັດຄັ້ງໃຫຍ່ໄດ້ອະນຸມັດໃຫ້ FEMA ໃຫ້ເງິນຊ່ວຍເຫຼືອແຕ່ລະເຄົາຕີ້ແລະເງິນສຳລັບບໍລິການຕ່າງໆໂດຍກົງໃຫ້ກັບບຸກຄົນຫຼືຄົວເຮືອນທີ່ໄດ້ຮັບຜົນກະທົບທີ່ຢູ່ໃນ 10 ເຄົາຕີ້ນີ້.   ກົດໝາຍໄດ້ກຳນົດໃຫ້ FEMA ແຈ້ງໃຫ້ປະຊາຊົນຊາບກ່ຽວກັບການອອກຂ່າວແຈ້ງຕໍ່ສາທາລະນະນີ້ເພື່ອໃຫ້ປະຊາຊົນຮູ້ເຖິງເຈດຕະນາຂອງອົງກອນນີ້ທີ່ເປັນອົງກອນທີ່ຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານກາງແລະໃຫ້ຊາບເຖິງໂອກາດທີ່ຈະໄດ້ຮັບເງິນແບບໃຫ້ລ້າຜ່ານໂຄງການຊ່ວຍເຫຼືອສາທາລະນະແລະໂຄງການໃຫ້ເງິນກັບປະຊາຊົນເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດ.    ພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະ ຊຶ່ງເປັນໂຄງການເງິນແບບໃຫ້ລ້າຂອງ FEMA ນີ້, FEMA ໄດ້ຈັດໃຫ້ມີກອງທຶນເພື່ອຊ່ວຍເຫຼືອຊຸມຊົນທີ່ຕອບຮັບຖະແຫຼງການຂອງປະທານາທິບໍດີເລື່ອງໄພພິບັດຫຼືເຫດການສຸກເສີນຄັ້ງໃຫຍ່. ໂຄງການນີ້ຈັດໃຫ້ມີກອງທຶນສຳລັບການຊ່ວຍເຫຼືອສຸກເສີນເພື່ອຊ່ວຍຊີວິດແລະປົກປ້ອງຊັບສິນ, ແລະຖ້າມີການອະນຸມັດວຽກງານແບບຖາວອນກໍຈະມີເງິນທຶນທີ່ຈະຊ່ວຍປະຊາຊົນຟື້ນຟູໂຄງລ່າງພື້ນຖານທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເຂົ້າຂ່າຍຕາມທີ່ທາງລັດຖະບານໄດ້ຖະແຫຼງໄວ້. ໂຄງການນີ້ຍັງຈະຊ່ວຍສະໜັບສະໜູນການປ້ອງກັນອາຄານສະຖານທີ່ຕ່າງໆທີ່ຖືກທຳລາຍບໍ່ໃຫ້ຖືກທຳລາຍຕື່ມຫາກມີເຫດການແບບນີ້ເກີດຂຶ້ນອີກໃນອະນາຄົດໂດຍການໃຫ້ຄວາມຊ່ວຍເຫຼືອເລື່ອງມາດຕະການຫຼຸດຜ່ອນຜົນກະທົບຈາກໄພພິບັດ.     ພາຍໃຕ້ໂຄງການຊ່ວຍເຫຼືອສາທາລະນະປະເພດ A ແລະ B, ທີ່ໄດ້ຮັບອະນຸມັດສຳລັບໄພພິບັດຄັ້ງນີ້, ຜູ້ສະໝັກທີ່ມີຄຸນນະສົມບັດຕາມທີກຳນົດໄວ້ໃນ 10 ເຄົາຕີ້ໃນລັດເທນເນສຊີທີ່ໄດ້ລະບຸໄວ້ຂ້າງເທິງສາມາດສະໝັກຂໍເງິນຊົດເຊີຍເພື່ອການນຳເອົາເສດຂີ້ເຫຍື່ອໄປຖິ້ມຢ່າງເລັ່ງດ່ວນແລະງານທີ່ຕ້ອງເຮັດແບບສຸກເສີນເພື່ອທີ່ຈະປົກປ້ອງຊີວິດແລະຊັບສິນ. ຜູ້ທີ່ມີສິດສະໝັກໄດ້ແກ່ລັດຕ່າງໆ, ລັດຖະບານຂອງຊົນເຜົ່າທີ່ທາງລັດຖະບານກາງຍອມຮັບ, ດິນແດນທີ່ຂຶ້ນກັບສະຫະລັດ, ລັດຖະບານທ້ອງຖິ່ນ, ແລະອົງກອນທີ່ບໍ່ຫວັງຜົນກຳໄລທີ່ເປັນພາກເອກະຊົນ, ຮວມທັງວັດຫຼືໂບດຕ່າງໆ. _ _ ໂຄງການໃຫ້ເງິນກັບປະຊາຊົນເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດຂອງ, ຫຼື ເງິນທຶນເພື່ອນຳໃຊ້ໃນການຫຼຸດຜ່ອນຜົນກະທົບຈາກໄພພິບັດ, ມີຢູ່ທົ່ວລັດເທນເນສຊີ.   ຖ້າທ່ານຕ້ອງການຂໍ້ມູນກ່ຽວກັບວຽກງານຂອງ FEMA ຫຼື ກ່ຽວກັບໂຄງການໃດໜຶ່ງ, ທ່ານສາມາດຂຽນເຖິງ U.S. DEPARTMENT OF HOMELAND SECURITY (ກະຊວງຄວາມໝັ້ນຄົງແຫ່ງຊາດ), FEDERAL EMERGENCY MANAGEMENT AGENCY (ໜ່ວຍງານຈັດການເຫດການສຸກເສີນຂອງລັດຖະບານກາງ) – REGION IV - EHP, 3005 CHAMBLEE TUCKER ROAD, ATLANTA, GA 30341-4112 ຫຼື ສົ່ງອີເມວໄປທີ່ FEMA-R4EHP@fema.dhs.gov. ໃຫ້ໃສ່ຊື່ຫົວຂໍ້ໃນອີເມວວ່າ “DR 4701-TN.” ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701 [https://www.fema.gov/disaster/4701]. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA [https://www.tn.gov/tema.html]; Twitter.com/TEMA [https://twitter.com/t_e_m_a], Facebook.com/TNDisasterInfo [https://www.facebook.com/TNDisasterInfo/posts/pfbid02zyvrrWRmZNYKiURMVgcYpynEgCEWq81oyPd8FfkBwNDd8JenqGiuCjyDfMW2d3mBl], @FEMARegion4/Twitter [https://twitter.com/femaregion4] ແລະ Facebook.com/FEMA [https://www.facebook.com/FEMA/].