ທິມ FEMA ເຮັດວຽກໃນລັດເທນເນສຊີ

Release Date Release Number
NR-003
Release Date:
April 13, 2023

ເມືອງແນຊວິລ, ລັດເທນເນສຊີ (NASHVILLE, Tenn.) –  FEMA ກໍາລັງພົບກັບຜູ້ລອດຊີວິດ ທີ່ທິມຈະຊ່ວຍກັນເລີ່ມຕົ້ນການຟື້ນຟູທັນທີຕັ້ງແຕ່ວັນທີ 31 ເມນາ - 1, ເມສາ 2023, ຈາກພາຍຸມໍລະສຸມ ແລະ ພາຍຸທໍນາໂດ. ທິມຊ່ວຍເຫຼືອຜູ້ປະສົບໄພພິບັດ (DSA) ຂອງ  FEMA ກຳລັງໄປທີ່ເມືອງ (ເຄົາຕີ້), Hardeman, Hardin, Haywood, Lewis, Macon, McNairy, Rutherford, Tipton ແລະ Wayne County ເພື່ອຊ່ວຍໃຫ້ຜູ້ຄົນສະໝັກຂໍຮັບຄວາມຊ່ວຍເຫຼືອຈາກ FEMA

ໂດຍໃຊ້ເຕັນໂນໂລຊີມືຖື, ບຸກຄະລາກອນຂອງທິມຊ່ວຍເຫຼືອຜູ້ປະສົບໄພພິບັດ (DSA) ສາມາດທີ່ຈະຊ່ວຍຜູ້ລອດຊີວິດໃນການຂໍຄວາມຊ່ວຍເຫຼືອ, ອັບເດດແອັບພລີເຄຊັນ FEMA  ແລະ ຕອບຄຳຖາມກ່ຽວກັບຄວາມຊ່ວຍເຫຼືອຈາກລັດຖະບານກາງ.

ທິມ DSA ໃສ່ຊຸດຂອງ  FEMA ແລະ ມີປ້າຍປະຈຳຕົວທີ່ມີຮູບຖ່າຍຂອງລັດຖະບານກາງ. ບໍ່ມີຄ່າບໍລິການ. ຖ້າຫາກທ່ານສົງໄສວ່າມີການສໍ້ໂກງ ຫຼື ກິດຈະກຳສໍ້ໂກງໃຫ້ລາຍງານທັນທີ. ໂດຍການໂທແຈ້ງຕຳຫຼວດພາຍໃນທ້ອງຖິ່ນ ຫຼື ສຳນັກງານອຳເພີເມືອງ ຫຼື ໂທໄປທີ່ສາຍດ່ວນຂອງ FEMA ໄດ້ທີ່ເບີໂທ 800-621-3362

ບໍ່ຈຳເປັນຕ້ອງຖ້າການຕິດຕໍ່ທິມຊ່ວຍເຫຼືອຜູ້ປະສົບໄພພິບັດ (DSA) ເພື່ອຂໍຮັບຄວາມຊ່ວຍເຫຼືອ. ຜູ້ລອດຊີວິດສາມາດເຂົ້າເຖິງການຊ່ວຍເຫຼືອດ້ານໄພພິບັດໄດ້ທາງອອນໄລນ໌ ໂດຍເຂົ້າໄປທີ່ເວັບໄຊຕ໌  disasterassistance.gov, ຫຼື ເຂົ້າຜ່ານທາງແອັບໃນມືຖືໄດ້ທີ່ FEMA mobile app   ຫຼື ໂທ 800-621-3362 ທີ່ເປີດໃຫ້ບໍລິການຕັ້ງແຕ່ 6 ໂມງເຊົ້າ ໄປຫາ 12 ໂມງກາງຄືນ ຕາມເວລາຂອງ Central Daylight ທຸກວັນ. ຄວາມຊ່ວຍເຫຼືອມີໃຫ້ບໍລິການໃນຫຼາຍພາສາ. ຖ້າຫາກທ່ານໃຊ້ບໍລິການຣີເລ ເຊັ່ນ: Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  ທາງ FEMA ຕອນທີ່ທ່ານສະໝັກ.

ສຳລັບຂໍ້ມູນກ່ຽວກັບການຟື້ນຟູລັດເທນເນສຊີຈາກໄພພິບັດ, ທ່ານສາມາດເຂົ້າໄປເບິ່ງໄດ້ທີ່ fema.gov/disaster/4701. ທ່ານຍັງສາມາດຕິດຕາມ FEMA ທາງທະວິດເຕີ້ໄດ້ທີ່ FEMA Region 4 (@femaregion4) / Twitter ແລະ ທີ່ facebook.com/fema.

Tags:
Last updated