ການເປັນພົນລະເມືອງແລະການມີສິດໄດ້ຮັບບໍລິການຂອງ FEMA

Release Date:
June 26, 2024

FEMA ມຸ່ງໝັ້ນທີ່ຈະຊ່ວຍເຫຼືອຜູ້ລອດຊີວິດຈາກໄພພິບັດທີ່ມີສິດທັງໝົດໃນ 8 ພື້ນທີ່ຂອງລັດ Arkansas ເພື່ອໃຫ້ຟື້ນຕົວຈາກພະຍຸຮ້າຍແຮງໃນວັນທີ 24-27 ພຶດສະພາ ລວມທັງພົນລະເມືອງສະຫະລັດ, ຄົນຊາດຜູ້ທີ່ບໍ່ແມ່ນພົນລະເມືອງ, ແລະຜູ້ທີ່ບໍ່ແມ່ນພົນລະເມືອງທີ່ມີສິດໄດ້ຮັບບໍລິການ. 

ຜູ້ລອດຊີວິດຈາກໄພພິບັດໃນເມືອງ Baxter, Benton, Boone, Fulton, Greene, Madison, Marion ແລະ Randolph. ສາມາດສະຫມັກຂໍຄວາມຊ່ວຍເຫຼືອຈາກໂຄງການສ່ວນບຸກຄົນແລະຄົວເຮືອນ (IHP) ຂອງ FEMA ໄດ້.

ທ່ານຫຼືສະມາຊິກຄອບຄົວຂອງທ່ານຕ້ອງເປັນພົນລະເມືອງສະຫະລັດ, ຄົນຊາດຜູ້ທີ່ບໍ່ແມ່ນພົນລະເມືອງ, ຫຼືຜູ້ບໍ່ແມ່ນພົນລະເມືອງທີ່ມີສິດໄດ້ຮັບບໍລິການສາມາດສະຫມັກໄດ້. 

ຄອບຄົວທີ່ມີສະຖານະພາບການເຂົ້າເມືອງທີ່ຫຼາກຫຼາຍ, ລວມທັງຜູ້ໃຫຍ່ທີ່ບໍ່ມີເອກະສານເອກະສານໃນການຢືນຢັນ. ທ່ານຍັງອາດຈະສະໝັກຂໍຄວາມຊ່ວຍເຫຼືອໄດ້ ຖ້າ: 

  • ສະມາຊິກຜູ້ໃຫຍ່ຄົນອື່ນໃນຄົວເຮືອນຂອງທ່ານກົງກັບເງື່ອນໄຂ ແລະໄດ້ຮັບການຢັ້ງຢືນສະຖານະພົນລະເມືອງ ໃນລະຫວ່າງຂັ້ນຕອນການສະໝັກ ຫຼືລົງນາມໃນແບບຟອມການສະແດງຕົວແລະການປ່ອຍຄວາມຮັບຜິດຊອບ, ຫຼື
  • ພໍ່ແມ່ຫຼືຜູ້ປົກຄອງຂອງຜູ້ເຍົາທີ່ເປັນພົນລະເມືອງສະຫະລັດ, ຄົນຊາດຜູ້ທີ່ບໍ່ແມ່ນພົນລະເມືອງ, ຫຼືຜູ້ບໍ່ແມ່ນພົນລະເມືອງທີ່ມີສິດໄດ້ຮັບບໍລິການສະໝັກຂໍຄວາມຊ່ວຍເຫຼືອໃນນາມຂອງເດັກນ້ອຍທີ່ອາໄສຢູ່ໃນຄອບຄົວດຽວກັນ. ພໍ່ແມ່ຫຼືຜູ້ປົກຄອງຕາມກົດໝາຍຕ້ອງລົງທະບຽນເປັນຜູ້ສະໝັກຮ່ວມ. ແລະເດັກນ້ອຍຕ້ອງມີອາຍຸຕ່ຳກວ່າ 18 ປີ ມາຮອດວັນທີ 24 ພຶດສະພາ 2024 ເຊິ່ງເປັນມື້ທຳອິດຂອງເຫດການໄພພິບັດ.

ພົນລະເມືອງສະຫະລັດ

ໃຜກໍຕາມທີ່ເກີດຢູ່ໃນສະຫະລັດ; ບຸກຄົນທີ່ເກີດຢູ່ນອກສະຫະລັດ ແລະມີພໍ່ແມເປັນພົນລະເມືອງສະຫະລັດຢ່າງຫນ້ອຍຫນຶ່ງຄົນ; ຫຼືຜູ້ທີ່ໄດ້ປ່ຽນສັນຊາດ

ຄົນຊາດຜູ້ທີ່ບໍ່ແມ່ນພົນລະເມືອງ

ຄົນຊາດຜູ້ທີ່ບໍ່ແມ່ນພົນລະເມືອງແມ່ນບຸກຄົນທີ່ເກີດຢູ່ໃນອານາເຂດທີ່ຖືກຍຶດຄອງຢູ່ນອກສະຫະລັດ - ເຊັ່ນ: ສາທາລະນະລັດຂອງຫມູ່ເກາະ Marshall. - ຫຼືຢູ່ໃນຫຼັງຈາກສະຫະລັດໄດ້​ຮັບ​ການ​ຄອບ​ຄອງ,​ ຫຼືບຸກຄົນທີ່ພໍ່ແມ່ແມ່ນຄົນຊາດຜູ້ທີ່ບໍ່ແມ່ນພົນລະເມືອງ. ພົນລະເມືອງສະຫະລັດທຸກຄົນເປັນຄົນຊາດສະຫະລັດ ແຕ່ຄົນຊາດສະຫະລັດທຸກຄົນບໍ່ແມ່ນພົນລະເມືອງສະຫະລັດ. 

ຜູ້ບໍ່ແມ່ນພົນລະເມືອງທີ່ມີສິດໄດ້ຮັບບໍລິການ

  • ຜູ້ທີ່ຢູ່ອາໄສຖາວອນຕາມກົດໝາຍ (“ຜູ້ຖືບັດສີຂຽວ”);
  • ຜູ້ລີ້ໄພ, ຫຼືຜູ້ທີ່ບໍ່ແມ່ນພົນລະເມືອງທີ່ຖືກລະງັບການເນລະເທດ; 
  • ຜູ້ທີ່ບໍ່ແມ່ນພົນລະເມືອງທີ່ໄດ້ຮັບການລົງໂທດໃນສະຫະລັດຢ່າງໜ້ອຍໜຶ່ງປີ;
  • ຜູ້ທີ່ບໍ່ແມ່ນພົນລະເມືອງທີ່ໄດ້ຮັບການອະນຸຍາດໃຫ້ເຂົ້າເມືອງແບບນີ້ເງື່ອນໄຂ. (ຕາມ​ກົດໝາຍ​ທີ່​ມີ​ຜົນ​ບັງຄັບ​ໃຊ້​ກ່ອນ​ວັນ​ທີ 1 ​ເມສາ 1980);
  • ຜູ້ເຂົ້າເມືອງຈາກຄິວບາຫຼືເຮຕີ;
  • ຜູ້ທີ່ບໍ່ແມ່ນພົນລະເມືອງສະຫະລັດບາງຄົນທີ່ຖືກຄູ່ສົມລົດຫຼືສະມາຊິກໃນຄອບຄົວ/ສະມາຊິກໃນເຮືອນຄົນ​ອື່ນໆທຳຮ້າຍ ຫຼືຖືກທາລຸນຢ່າງໂຫດຮ້າຍ ຫຼື​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ໃນຮູບ​ແບບ​ຮ້າຍ​ແຮງ, ລວມ​ທັງ​ຜູ້​ທີ່​ມີ​ຕົວ​ອັກ​ສອນ "T" ຫຼື "U"​ ໃນ Visa.

ແຫຼ່ງຂໍ້ມູນອ້າງອີງ

ເບິ່ງຂໍ້ກໍານົດສະຖານະພາບພົນລະເມືອງແລະການເຂົ້າເມືອງເພື່ອຜົນ​ປະ​ໂຫຍດ​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ກາງ​ ສໍາລັບຂໍ້ມູນເພີ່ມເຕີມໃນຫຼາຍພາສາໄດ້ທີ່ fema.gov/assistance/individual/program/citizenship-immigration-status.

ຖ້າທ່ານບໍ່ແນ່ໃຈກ່ຽວກັບສະຖານະຄົນເຂົ້າເມືອງຂອງທ່ານ ໂອ້ລົມກັບຜູ້ຊ່ຽວຊານດ້ານຄົນເຂົ້າເມືອງເພື່ອຮຽນຮູ້ວ່າສະຖານະຂອງທ່ານກົງກັບເງື່ອນໄຂການເຂົ້າເມືອງສໍາລັບການຊ່ວຍເຫຼືອໄພພິບັດ FEMA ຫຼືບໍ່. ໄປ​ທີ່ nvoad.org/ ເພື່ອຮຽນຮູ້ກ່ຽວກັບອົງການຈັດຕັ້ງອາສາສະຫມັກອື່ນໆ. 

ວິທີການສະຫມັກຂໍຄວາມຊ່ວຍເຫຼືອຂອງ FEMA

ໂດຍວິທີການອອນໄລນ໌ ທີ່ DisasterAssistance.gov, ດາວໂຫຼດ FEMA App ສໍາລັບອຸປະກອນມືຖື, ຫຼືໂທຫາເບີໂທຟຣີ ທີ່ເບີ 800-621-3362. ສາຍແມ່ນເປີດທຸກໆມື້ຈາກ 6:00 ໂມງເຊົ້າຫາ 10:00 ໂມງແລງ CT. ການຊ່ວຍເຫຼືອແມ່ນມີຢູ່ໃນພາສາສ່ວນໃຫຍ່. ຖ້າ​ທ່ານ​ໃຊ້​ການ​ບໍ​ລິ​ການ​ສົ່ງ​ຕໍ່​ ເຊັ່ນ ​ວິ​ດີ​ໂອສົ່ງ​ຕໍ່ (VRS), ໂທລະສັບທີ່ມີຄຳບັນຍາຍ ຫຼື​ການ​ບໍ​ລິ​ການ​ອື່ນໆ, ໃຫ້ເບີໂທລະສັບຂອງທ່ານກັບ FEMA ສໍາລັບການບໍລິການນັ້ນ. ທ່ານສາມາດສະໝັກໄດ້ຈົນຮອດວັນທີ 29 ກໍລະກົດ. ເພື່ອເບິ່ງວິດີໂອທີ່ສາມາດເຂົ້າເຖິງໄດ້ກ່ຽວກັບວິທີການສະຫມັກ ກະລຸນາໄປທີ່: ສາມວິທີລົງທະບຽນເພື່ອຮັບການຊ່ວຍເຫຼືອຈາກໄພພິບັດຂອງ FEMA - YouTube 

ຖ້າທ່ານຕ້ອງການສິ່ງອໍານວຍຄວາມສະດວກທີ່ເຫມາະສົມຫຼືນາຍພາສາມື, ກະລຸນາໂທຫາສາຍຊັບພະຍາກອນສິດທິພົນລະເຮືອນຂອງ FEMA: 833-285-7448 (ກົດ 2 ສໍາລັບພາສາສະເປນ.). ສາຍແມ່ນເປີດວັນຈັນ-ວັນສຸກ 6 ໂມງເຊົ້າຫາ 4:30 ໂມງແລງ. CT.

ສໍາລັບຂໍ້ມູນຫຼ້າສຸດ ກະລຸນາໄປທີ່fema.gov/lo/disaster/4788. ຕິດຕາມບັນຊີ X ຂອງ  FEMA Region 6 ທີ່X.com/FEMARegion6 ຫຼືທາງ Facebook ທີ່ facebook.com/FEMARegion6/

Tags:
Last updated