ການຊ່ວຍເຫຼືອຈາກ FEMA ສໍາລັບ ARKANSANS ແມ່ນມີມູນຄ່າສູງເຖິງ 5 ລ້ານໂດລາ. [https://www.fema.gov/lo/press-release/20240708/fema-assistance-arkansans-tops-5-million] Release Date: ເດືອນກໍລະກົດ 8, 2024 LITTLE ROCK, ARK. –ໃນ​ໄລ​ຍະ​​ຫຼາຍ​ກກວ່າ​ຫນຶ່ງ​ເດືອນພຽງ​ເລັກ​ນ້ອຍ​, ປະຊາຊົນ Arkansans ຫຼາຍກວ່າ 5,250 ຄົນໄດ້ຂໍຄວາມຊ່ວຍເຫຼືອຈາກ FEMA ຫຼັງຈາກເກີດພະຍຸຮ້າຍແຮງ, ລົມສາຍກົງ, ລົມພະຍຸທໍນາໂດ ແລະນໍ້າຖ້ວມໃນລະຫວ່າງວັນທີ 24-27 ພຶດສະພາ 2024, ແລະໄດ້ຮັບການອະນຸມັດຈໍາ​ນວນ​ເງິນ​ຫຼາຍກວ່າ 5 ລ້ານໂດລາເພື່ອຊ່ວຍເຫຼືອໃນການຟື້ນຟູຂອງພວກເຂົາ. ເພື່ອຮັບປະກັນວ່າຜູ້ລອດຊີວິດທັງຫມົດໃນເຂດ​​ເມືອງ Baxter, Benton, Boone, Fulton, Greene, Madison, Marion, ແລະ Randolph ມີເວລາພຽງພໍທີ່ຈະສະຫມັກຂໍການຊ່ວຍເຫຼືອຂອງລັດຖະບານກາງ, FEMA ໄດ້ຂະຫຍາຍເວລາການສະຫມັກຈົນກ່ວາວັນທີ 28 ສິງຫາ, ຕາມຄໍາຮ້ອງຂໍຂອງລັດ. ການຊ່ວຍເຫຼືອຈາກ FEMA ສໍາລັບບຸກຄົນທີ່ໄດ້ຮັບຜົນກະທົບຈາກພະຍຸຮ້າຍແຮງກວມເອົາການຊ່ວຍເຫຼືອໃນກໍລະນີຂອງການເຊົ່າ, ເຮືອນຊົ່ວຄາວ, ການສ້ອມແປງເຮືອນ, ແລະການສູນເສຍຊັບສິນສ່ວນບຸກຄົນ ແລະຄວາມຕ້ອງການອື່ນໆ ທີ່ກ່ຽວຂ້ອງກັບໄພພິບັດທີ່ບໍ່ມີປະກັນໄພ. ທຶນຊ່ວຍເຫຼືອຈາກ FEMA ນັ້ນບໍ່ຈໍາເປັນຕ້ອງຈ່າຍຄືນ. ການຊ່ວຍເຫຼືອຈາກ FEMA ແມ່ນບໍ່ຕ້ອງເສຍພາສີ ແລະຈະບໍ່ສົ່ງຜົນກະທົບຕໍ່ການມີສິດໄດ້ຮັບປະກັນສັງຄົມ, Medicaid ຫຼືຜົນປະໂຫຍດອື່ນໆ ຈາກລັດຖະບານກາງ. ເພື່ອສະຫມັກຂໍການຊ່ວຍເຫຼືອຈາກໄພພິບັດຂອງ FEMA, ທ່ານສາມາດ: ໄປຢ້ຽມຢາມສູນຟື້ນຟູໄພພິບັດ (ເພື່ອຊອກຫາສູນທີ່ເປີດໃຫ້ບໍລິການ ໃຫ້ໄປທີ່fema.gov/drc [https://www.fema.gov/drc]), ໂທຫາເບີໂທຟຣີ ທີ່ເບີ 800-621-3362, ໂດຍວິທີການອອນໄລນ໌ ທີ່ DisasterAssistance.gov [https://www.disasterassistance.gov/] ຫຼືດາວໂຫຼດ FEMA App [https://www.fema.gov/about/news-multimedia/mobile-products]. ສາຍໂທລະສັບແມ່ນເປີດທຸກໆມື້ຈາກ 6:00 ໂມງເຊົ້າຫາ 11:00 ໂມງແລງ CT, ການຊ່ວຍເຫຼືອແມ່ນມີຢູ່ໃນພາສາສ່ວນໃຫຍ່. ຖ້າ​ທ່ານ​ໃຊ້​ການ​ບໍ​ລິ​ການ​ສົ່ງ​ຕໍ່​ ເຊັ່ນ ​VRS, ໂທລະສັບທີ່ມີຄຳບັນຍາຍ ຫຼື​ການ​ບໍ​ລິ​ການ​ອື່ນໆ, ໃຫ້ເບີໂທລະສັບຂອງທ່ານກັບ FEMA ສໍາລັບການບໍລິການນັ້ນ. ຂໍແຈ້ງໃຫ້ທ່ານຊາບອີກເທື່ອຫນຶ່ງວ່າ ທ່ານສາມາດສະໝັກໄດ້ຈົນຮອດວັນທີ 28 ສິງຫາ. ຖ້າທ່ານຕ້ອງການສິ່ງອໍານວຍຄວາມສະດວກທີ່ເຫມາະສົມຫຼືນາຍພາສາມື, ກະລຸນາໂທຫາສາຍຊັບພະຍາກອນສິດທິພົນລະເຮືອນຂອງ FEMA: 833-285-7448 (ກົດ 2 ສໍາລັບພາສາສະເປນ.). ສາຍແມ່ນເປີດວັນຈັນ-ວັນສຸກ 6 ໂມງເຊົ້າຫາ 4:30 ໂມງແລງ CT. ສໍາລັບຂໍ້ມູນຫຼ້າສຸດ ກະລຸນາໄປທີ່ fema.gov/disaster/4788 [https://www.fema.gov/disaster/4788]. ຕິດຕາມບັນຊີ X ຂອງ  FEMA Region 6 ທີ່twitter.com/FEMARegion6 [https://twitter.com/FEMARegion6] ຫຼືທາງ Facebook ທີ່ facebook.com/FEMARegion6/ [https://www.facebook.com/FEMARegion6/].