ມີການຊ່ວຍເຫຼືອສະອາດ ແລະ ອະນາໄມຂອງ FEMA ໃຫ້ [https://www.fema.gov/lo/press-release/20240610/fema-clean-and-sanitize-assistance-available] Release Date: June 10, 2024 LITTLE ROCK, ARK. – ຖ້າບ້ານຂອງທ່ານໄດ້ຮັບຄວາມເສຍຫາຍໃນລະຫວ່າງການເກີດພະຍຸ ແລະ ທໍນາໂດຮຸນແຮງເມື່ອບໍ່ດົນມານີ້, ແຕ່ທ່ານຍັງສາມາດອາໄສຢູ່ໃນນັ້ນໄດ້ຢ່າງປອດໄພ, ທ່ານອາດຈະ ມີເງື່ອນໄຂໄດ້ຮັບເງິນເຖິງ $300 ຈາກ FEMA ແລະ ລັດເພື່ອຊ່ວຍໃນການທຳຄວາມສະອາດ. ການຊ່ວຍເຫຼືອນີ້ແມ່ນສຳລັບເຈົ້າຂອງບ້ານ ແລະ ຜູ້ເຊົ່າທີ່ມີສິດໄດ້ຮັບ, ເຊິ່ງແມ່ນຜູ້ທີ່ມີບ້ານໄດ້ຮັບຄວາມເສຍຫາຍລະຫວ່າງວັນທີ 24-27 ພຶດສະພາ. ທ່ານອາດຈະມີເງື່ອນໄຂໄດ້ຮັບ, ຖ້າ: * ທ່ານອາໄສຢູ່ໃນຄາວຕີ້ທີ່ກຳນົດໃຫ້ສຳລັບການຊ່ວຍເຫຼືອບຸກຄົນ: ປັດຈຸບັນແມ່ນຄາວຕີ້ Baxter, Benton, Boone ແລະ Marion. * ຖ້າທ່ານເປັນເຈົ້າຂອງບ້ານເອງ ແລະ ການກວດກາຂອງ FEMA ກຳນົດວ່າມັນຖືກທຳລາຍໂດຍໄພພິບັດ, ແຕ່ຍັງສາມາດອາໄສຢູ່ໄດ້;  * ຖ້າທ່ານເປັນຜູ້ເຊົ່າ ແລະ ຜູ້ກວດກາບັນທຶກວ່າທ່ານສາມາດອາໄສຢູ່ໃນບ້ານ, ແຕ່ຈຳເປັນຕ້ອງມີການທຳຄວາມສະອາດ ຫຼື ໄດ້ທຳຄວາມສະອາດແລ້ວ. * ຄວາມເສຍຫາຍແມ່ນບໍ່ໄດ້ຮັບການຄຸ້ມຄອງໂດຍປະກັນໄພ. * FEMA ກຳນົດບ້ານທີ່ເສຍຫາຍຈາກໄພພິບັດຂອງທ່ານມີຄວາມປອດໄພທີ່ຈະເຂົ້າຢູ່ໄດ້. * ທ່ານເກັບຮັກສາໃບຮັບເງິນຈາກການສະໜອງໃຫ້ໃດໜຶ່ງ, ວັດສະດຸ ຫຼື ການຊ່ວຍເຫຼືອທີ່ໄດ້ຈ່າຍເງິນ. ເພື່ອສະໝັກຂໍການຊ່ວຍເຫຼືອ FEMA, ເຂົ້າເບິ່ງທີ່ DisasterAssistance.gov [https://www.disasterassistance.gov/], ດາວໂຫຼດ ແອັບ FEMA [https://www.fema.gov/about/news-multimedia/mobile-products] ຫຼື ໂທຫາສາຍດ່ວນໃຫ້ການຊ່ວຍເຫຼືອ FEMA ທີ່ 800-621-3362. ຮັບສາຍໂທຕັ້ງແຕ່ເວລາ 6 ໂມງເຊົ້າ ຫາ 10 ໂມງແລງຕາມເວລາກາງ. ການຊ່ວຍເຫຼືອແມ່ນມີໃຫ້ເກືອບທຸກພາສາ; ຖ້າທ່ານໃຊ້ການບໍລິການສາຍສະຫຼັບເຊັ່ນ: ການບໍລິການສາຍສະຫຼັບວິດີໂອ (VRS) ຫຼື ການບໍລິການໂທລະສັບຂຽນຫົວຂໍ້ໃຫ້, ຈົ່ງເອົາເບີຂອງທ່ານໃຫ້ FEMA ສຳລັບການບໍລິການນັ້ນທີ່ທ່ານໂທ. ສຳລັບການຊ່ວຍເຫຼືອເຊິ່ງໜ້າ, ເຂົ້າໄປສູນຟື້ນຟູໄພພິບັດ (Disaster Recovery Center), ເປີດ 7 ໂມງເຊົ້າ ຫາ 7 ໂມງແລງທຸກວັນທີ່: NORTHWEST ARKANSAS COMMUNITY COLLEGE Becky Paneitz “Student Center,” SC 108 1211 SE Eagle Way Bentonville, AR 72712 **ບ່ອນຈອດລົດແມ່ນມີໃຫ້ຢູ່ທີ່ 1202 ຖະໜົນ Water Tower ຢູ່ໃນກາລາຈອດລົດຫຼາຍຊັ້ນໃກ້ຄຽງ. ສຳລັບຂໍ້ມູນຫຼ້າສຸດ, ເຂົ້າເບິ່ງ fema.gov/disaster/4788 [https://www.fema.gov/disaster/4788]. ຕິດຕາມບັນຊີ FEMA Region 6 X ຢູ່ທີ່ X.com/FEMARegion6 [https://x.com/FEMARegion6] ຫຼື ໃນ Facebook ທີ່ facebook.com/FEMARegion6/ [https://www.facebook.com/FEMARegion6/].