ການຊ່ວຍເຫຼືອ FEMA ຈະບໍ່ມີຜົນກະທົບຕໍ່ເງິນຊ່ວຍເຫຼືອອື່ນໆທີ່ທ່ານໄດ້ຮັບຈາກລັດຖະບານ [https://www.fema.gov/lo/press-release/20230427/fema-assistance-wont-affect-other-benefits] Release Date: ເດືອນເມສາ 27, 2023 ເມືອງແນຊວິລ, ລັດເທນເນສຊີ (NASHVILLE, TENN.) – ຜູ້ອາໄສໃນລັດ Tennessee ທີ່ໄດ້ຮັບເງິນໂຊໂຊ່ ຫຼື ເງິນຊ່ວຍເຫຼືອອື່ນໆຈາກລັດຖະບານບໍ່ຕ້ອງເປັນຫ່ວງວ່າການຊ່ວຍເຫຼືອສຳລັບການສູນຟື້ນຟູໄພພິບັດທີ່ເກີດຈາກພາຍຸມໍລະສຸມແລະພາຍຸທໍນາໂດ້ທີ່ເກີດຂຶ້ນໃນຊ່ວງວັນທີ 31 ມີນາ ຫາ 1 ເມສາ 2023 ທີ່ໄດ້ຮັບຈາກ FEMA ນັ້ນຈະມີຜົນກະທົບຕໍ່ເງິນຊ່ວຍເຫຼືອອື່ນໆທີ່ທ່ານໄດ້ຮັບຈາກລັດຖະບານ.   ເງິນຊ່ວຍເຫຼືອຈາກ FEMA ແມ່ນເງິນທີ່ບໍ່ຕ້ອງເສຍພາສີ ແລະ ຈະບໍ່ມີຜົນກະທົບຕໍ່ເງິນຊ່ວຍເຫຼືອອື່ນໆ. ເງິນທີ່ໃຫ້ລ້າຈາກ  FEMA ຈະບໍ່ມີຜົນກະທົບຕໍ່ເງິນໂຊໂຊ່, ເມດິແຄ (Medicare) ຫຼື ເມດິເຄດ (Medicaid). ແລະຈະບໍ່ມີຜົນກະທົບຕໍ່ເງິນຊ່ວຍເຫຼືອພາຍໃຕ້ໂຄງການອາຫານເສີມຂອງລັດເທນເນສຊີ (Supplemental Nutrition Assistance Program ຫຼື SNAP) ຫຼື ໂຄງການອື່ນໆທີ່ເປັນສະຫວັດດິການສັງຄົມແລະທີ່ຜູ້ມີສິດສົມຄວນໄດ້ຮັບຕາມທີ່ກົດໝາຍກຳນົດໄວ້. ເງິນສຳລັບການຟື້ນຟູໄພພິບັດຊ່ວຍໃຫ້ຜູ້ລອດຊີວິດນຳໄປຈ່າຍຄ່າເຊົ່າເຮືອນຊົ່ວຄາວ, ຄ່າຊ່ອມແປງເຮືອນທີ່ຈຳເປັນ, ຄ່າຊ່ອມແປງແລະທົດແທນຊັບສິນສ່ວນຕົວທີ່ຈຳເປັນ, ແລະຄວາມຕ້ອງການອື່ນໆທີ່ຮ້າຍແຮງທີ່ກ່ຽວຂ້ອງກັບໄພພິບັດທີ່ບໍ່ໄດ້ຮັບການຄຸ້ມຄອງໂດຍການປະກັນໄພ ຫຼື ໂດຍວິທິອື່ນໆ.    ພາຍໃຕ້ການຖະແຫຼງການເລື່ອງໄພພິບັດຄັ້ງໃຫຍ່ຂອງທ່ານປະທານາທິບໍດີ, ບຸກຄົນແລະຄົວເຮືອນໃນ 10 ເຄາຕີ້ຕໍ່ໄປນີ້ມີສິດສະໝັກຂໍຮັບເງິນຊ່ວຍເຫຼືອຈາກ FEMA ໄດ້: ໄດ້ແກ່ ເຄົາຕີ້ CANNON, HARDEMAN, HARDIN, HAYWOOD, LEWIS, MACON, MCNAIRY, RUTHERFORD, TIPTON ແລະ WAYNE. ຖ້າເຮືອນທີ່ທ່ານອາໄສຢູ່ເປັນປະຈຳໄດ້ຮັບຄວາມເສຍຫາຍ ຫຼື ທ່ານສູນເສຍເຮືອນຂອງທ່ານຍ້ອນພາຍຸດັ່ງກ່າວ, ທ່ານສາມາດສະໝັກຂໍເງິນຊ່ວຍເຫຼືອຈາກ FEMA ໄດ້. ການສະໝັກຂໍຄວາມຊ່ວຍເຫຼືອຈາກໜ່ວຍງານອື່ນໆ ເຊັ່ນ ສະພາກາແດງຂອງອາເມຣິກາ ຫຼື ຂອງລັດຈະບໍ່ເຮັດໃຫ້ທ່ານມີສິດທີ່ຈະໄດ້ຮັບເງິນຊ່ວຍເຫຼືອຈາກ FEMA; ທ່ານຕ້ອງສະໝັກກັບ FEMA ໂດຍກົງເພື່ອທີ່ຈະໄດ້ຮັບການພິຈາລະນາທີ່ຈະໄດ້ຮັບເງິນຊ່ວຍເຫຼືອຈາກລັດຖະບານກາງ. ວັນສຸດທ້າຍໃນການສະໝັກຂໍເງິນຊ່ວຍເຫຼືອຈາກ FEMA ແມ່ນວັນອັງຄານທີ 6 ເດືອນມິຖຸນາ 2023. * ການສະໝັກຂໍການຊ່ວຍເຫຼືອດ້ານໄພພິບັດຈາກ FEMA, ໄປທີ່ DisasterAssistance.gov [http://www.DisasterAssistance.gov], ໃຊ້ FEMA mobile app [https://www.fema.gov/about/news-multimedia/mobile-app-text-messages] ຫຼື ໂທຫາສາຍດ່ວນທີ່ຊ່ວຍເຫຼືອດ້ານໄພພິບັດ (DISASTER ASSISTANCE HELPLINE) ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິການຣີເລ ເຊັ່ນ Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ CENTRAL DAYLIGHT ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ. ສຳລັບວິດີໂອກ່ຽວກັບວິທີການສະໝັກສຳລັບຜູ້ໃຊ້ພາສາມື, ໄປທີ່ https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6 ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701 [https://www.fema.gov/disaster/4701]. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA [https://www.tn.gov/tema.html]; Twitter.com/TEMA [https://twitter.com/t_e_m_a], Facebook.com/TNDisasterInfo [https://www.facebook.com/TNDisasterInfo/posts/pfbid02zyvrrWRmZNYKiURMVgcYpynEgCEWq81oyPd8FfkBwNDd8JenqGiuCjyDfMW2d3mBl], @FEMARegion4/Twitter [https://twitter.com/femaregion4] ແລະ Facebook.com/FEMA [https://www.facebook.com/FEMA/].