ທ່ານຕ້ອງສົ່ງໃບສະໝັກຂໍກູ້ຢືມເງິນຈາກທາງ SBA ຂອງທ່ານຄືນ [https://www.fema.gov/lo/press-release/20230421/its-important-return-your-sba-loan-application] Release Date: ເດືອນເມສາ 21, 2023 ເມືອງແນຊວິລ, ລັດເທນເນສຊິ (NASHVILLE, Tenn.)– ຫຼັງຈາກທີ່ທ່ານສະໝັກຂໍຮັບຄວາມຊ່ວຍເຫຼືອໄພພິບັດຈາກ FEMA, ທ່ານອາດຈະໄດ້ຮັບການສົ່ງຕໍ່ໄປໃຫ້ ກອງອຳນວຍການທຸລະກິດຂະໜາດນ້ອຍຂອງສະຫະລັດ (U.S. Small Business Administration), ເຊິ່ງເປັນແຫຼ່ງເງິນທຶນທີ່ໃຫຍ່ທີ່ສຸດຂອງລັດຖະບານກາງສໍາລັບຜູ້ລອດຊີວິດ. ຖ້າຫາກວ່າທ່ານໄດ້ຮັບໃບສະໝັກຂໍສິນກູ້ຢືມເງິນເພື່ອໄພພິບັດ, ທ່ານຄວນສົ່ງໃບສະໝັກ ເຖິງແມ່ນວ່າທ່ານຈະບໍ່ແນ່ໃຈວ່າທ່ານຕ້ອງການ ຫຼື ບໍ່ຕ້ອງ ເງິນກູ້ກໍ່ຕາມ. ນີ້ຄືເຫດຜົນ, ຖ້າຫາກວ່າ SBA ບໍ່ສາມາດອະນຸມັດໃບສະໝັກຂໍກູ້ເງິນຂອງທ່ານໄດ້, SBA ຈະສົ່ງຕໍ່ໄປໃຫ້ທາງໂຄງການຊ່ວຍເຫຼືອດ້ານຄວາມຕ້ອງການອື່ນໆຂອງ FEMA ເພື່ອຂໍຮັບຄວາມຊ່ວຍເຫຼືອເພີ່ມເຕີມທີ່ເປັນໄປໄດ້. ການບໍ່ສົ່ງໃບສະໝັກກັບຄືນ ອາດຈະເຮັດໃຫ້ທ່ານຖືກຕັດສິດຈາກການຊ່ວຍເຫຼືອອື່ນໆ ທີ່ທາງ FEMA ສະເໜີໃຫ້ສໍາລັບການສ້ອມແປງລົດທີ່ກ່ຽວຂ້ອງກັບການຖືກໄພພິບັດ, ເຄື່ອງໃຊ້ໃນຄົວເຮືອນທີ່ຈໍາເປັນ ແລະ ຄ່າໃຊ້ຈ່າຍທີ່ຈຳເປັນກ່ຽວຂ້ອງກັບໄພພິບັດ. ໃນການວາງແຜນການຟື້ນຟູຕົວຂອງທ່ານເອງ, ໃຫ້ທ່ານກຳນົດຕົວເລືອກຫຼາກຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້. ການໃສ່ຂໍ້ມູນ ແລະ ການສົ່ງໃບສະໝັກ SBA ເຮັດໃຫ້ມີແຫຼ່ງຂໍ້ມູນອື່ນ ຖ້າຫາກວ່າທ່ານເລືອກທີ່ຈະນໍາໃຊ້. ຜູ້ເຮັດທຸລະກິດສາມາດກູ້ຢືມເງິນໄດ້ສູງເຖິງ $2 ລ້ານໂດລາຈາກທາງ SBA; ສ່ວນເຈົ້າຂອງເຮືອນສາມາດກູ້ຢືມເງິນໄດ້ສູງເຖິງ 200,000 ໂດລາ ເພື່ອສ້ອມແປງ ຫຼື ປ່ຽນທີ່ຢູ່ອາໄສຫຼັກຂອງພວກເຂົາ. ເຈົ້າ​ຂອງ​ເຮືອນ ​ແລະ ​ຜູ້​ເຊົ່າ​ສາມາດ​ກູ້​ຢືມ​ເງິນໄດ້ສູງ​ເຖິງ $40,000 ໂດລາ ເພື່ອ​ສ້ອມ​ແປງ ​ຫຼື ​ປ່ຽນ​ແທນ​ຊັບ​ສິນ​ສ່ວນ​ບຸກ​ຄົນ. ຖ້າຫາກວ່າ ທ່ານຕ້ອງການສະໝັກ SBA ທາງອອນໄລນ໌ ຫຼື ການດາວໂຫຼດໃບສະໝັກ, ໃຫ້ເຂົ້າໄປທີ່ເວັບໄຊຕ໌ https://DisasterLoanAssistance.sba.gov/. ທ່ານສາມາດໂທຫາສູນບໍລິການລູກຄ້າຂອງ SBA ໄດ້ທີ່ເບີ 800-659-2955 ຫຼື ສົ່ງອີເມວຫາທາງ DisasterCustomerService@sba.gov ເພື່ອຂໍຂໍ້ມູນເພີ່ມເຕີມ ຫຼື ສົ່ງໃບສະໝັກຂໍສິນເຊືອທາງໄປສະນີ. ສຳລັບຄົນຫູໜວກ, ຫູຕຶງ ຫຼື ມີຄວາມພິການທາງການເວົ້າ, ໃຫ້ກົດໝາຍເລກ 711 ເພື່ອເຂົ້າເຖິງການບໍລິຣິເລຜ່ານທາງໂທລະຄົມມະນາຄົມ.  (Telecommunications Relay Services) ໃບສະໝັກຂໍສິນເຊືອກູ້ຢືມທີ່ຂຽນຂໍ້ມູນສໍາເລັດແລ້ວ ຄວນສົ່ງໄປທາງໄປສະນີໄປທີ່ກອງອຳນວຍການທຸລະກິດຂະໜາດນ້ອຍຂອງສະຫະລັດ (U.S. Small Business Administration),  ສູນປະເມີນຜົນ ແລະ ການເບີກຈ່າຍ, (Processing and Disbursement Center) 14925 ທີ່ ຖະໜົນຄິງສະປອດ (Kingsport Road), Fort Worth, TX 76155. ທ່ານສາມາດຍື່ນໃບສະໝັກຂໍຄວາມຊວຍເຫຼືອຈາກຕົວແທນ SBA ຫຼື ສົ່ງໃບສະໝັກຂໍກູ້ຢືມເງິນຢູ່ທີ່ສູນຟື້ນຟູທຸລະກິດ (Business Recovery Center). ສູນຟື້ນຟູທຸລະກິດມີພະນັກງານຝ່າຍບໍລິການລູກຄ້າຂອງ SBA ທີ່ສາມາດໃຫ້ຄວາມຊ່ວຍເຫຼືອແກ່ເຈົ້າຂອງທຸລະກິດ ແລະ ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລໃນການຂໍກູ້ຢືມເງິນ, ຂໍຮັບເອກະສານສໍາລັບການສະໝັກທີ່ມີຢູ່ ແລະ ໃຫ້ການປັບປຸງສະຖານະພາບຂອງເງິນກູ້. ເຈົ້າ​ຂອງ​ເຮືອນ​ ແລະ ​ຜູ້​ເຊົ່າ​ອາດ​ຈະ​ໄປ​ທີ່​ສູນ​ ເພື່ອຂໍຄວາມ​ຊ່ວຍ​ເຫຼືອ. ສູນຟື້ນຟູທຸລະກິດເປີດໃຫ້ບໍລິການຕາມສະຖານທີ່ຕໍ່ໄປນີ້: ມາຄອນ ເຄົາຕີ້ (MACON COUNTY) Macon County Emergency Communications District 898 Highway 52 Bypass East Lafayette, TN 37083 ເວລາ: 8:00 ໂມງເຊົ້າ ຫາ 6:00 ໂມງແລງ. ວັນຈັນ ເຖິງ ວັນສຸກ; ເວລາ 09:00 ໂມງເຊົ້າ ຫາ 1:00 ໂມງແລງ. ວັນເສົາ   ແມກແນຣີ ເຄົາຕີ້ (MCNAIRY COUNTY) The Latta Theater Visitor Center 205 W. Court Avenue Selmer, TN 38375 ເລີ່ມເປີດ: 1:00 ໂມງແລງ ເຖິງ 6:00 ໂມງແລງ. ວັນພະຫັດ, ທີ 20 ເມສາ. ເວລາ: 8:00 ໂມງເຊົ້າ ຫາ 6:00  ໂມງແລງ. ວັນຈັນເຖິງວັນສຸກ; 9:00 ໂມງເຊົ້າ. ຫາ 3:00 ໂມງແລງ, ວັນເສົາ.   ຣັດເທີເຟີດ ເຄົາຕີ້ (RUTHERFORD COUNTY) Rutherford County Historic Courthouse One Public Square, Suite 303 Murfreesboro, TN  37130 ເວລາ: 8:00 ໂມງເຊົ້າ ຫາ 4:30 ຕອນແລງ. ວັນຈັນ ເຖິງ ວັນສຸກ; 9:00 ໂມງເຊົ້າ ຫາ 3:00 ໂມງແລງ, ວັນເສົາ.   ທິບເທີນ ເຄົາຕີ້ (TIPTON COUNTY) Dyersburg State Community College Jimmy Naifeh Center Learning Resource and Student Center, Room 183 3149 Highway 51 South Covington, TN 38019 ເວລາ: 08:00 ໂມງເຊົ້າ. ຫາ 6:00 ໂມງແລງ. ວັນຈັນ ເຖິງ ວັນພະຫັດ; 8:00 ໂມງເຊົ້າ ຫາ 5 ໂມງແລງ. ວັນ​ສຸກ; 9:00  ໂມງເຊົ້າ ຫາ 3:00 ໂມງແລງ, ວັນເສົາ.   ທຸລະກິດຂະໜາດນ້ອຍ ແລະ ອົງການຈັດຕັ້ງເອກະຊົນທີ່ບໍ່ຫວັງຜົນກໍາໄລສ່ວນໃຫຍ່ໃນ 25 ເຄົາຕີ້ຂອງລັດເທນເນສຊິຕໍ່ໄປນີ້ ແມ່ນມີສິດສະເພາະສະໝັກຂໍເງິນກູ້ຢືມ ສຳລັບຄວາມເສຍຫາຍທາງເສດຖະກິດຈາກໄພພິບັດຈາກທາງ SBA.  25 ເຄົາຕີ້ທີ່ດັ່ງກ່າວໄດ້ແກ່: BEDFORD, CHESTER, CLAY, COFFEE, CROCKETT, DAVIDSON, DECATUR, DEKALB, FAYETTE, HENDERSON, HICKMAN, JACKSON, LAUDERDALE , LAWRENCE, MADISON, MARSHALL, MAURY, PERRY, SHELBY, SMITH, SUMNER, TROUSDALE, WARREN, WILLIAMSON ແລະ WILSON. ຖ້າຫາກທ່ານຕ້ອງການສະໝັກ ເພື່ອຂໍຮັບຄວາມຊ່ວຍເຫຼືອໄພພິບັດຈາກທາງ FEMA, ກະລຸນາເຂົ້າໄປທີ່ DisasterAssistance.gov [https://urldefense.us/v3/__http:/www.DisasterAssistance.gov__;!!BClRuOV5cvtbuNI!V9qeEBYrSNZdnN1w1BSQaAnDtEznFBy6nbCyjLlwEVgoobGfHobimOjzCseDAmd-rAAVxALAdw$], ໃຊ້ແອັບໃນມືຖື FEMA ຫຼື ໂທໄປທີ່ຫາສາຍດ່ວນຂອງທາງ FEMA ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິການຣີເລ ເຊັ່ນ: Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ 12 ໂມງກາງຄືນ ຕາມເວລາຂອງ Central Daylight ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ. ວິທີສະໝັກສໍາລັບວິດີໂອພາສາມືຂອງອາເມຣິກາ, ເຂົ້າໄປທີ່ https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6.  ມື້ສຸດທ້າຍຂອງກຳນົດການສະໝັກຂໍຮັບຄວາມຊ່ວຍເຫຼືອຈາກທາງ FEMA ແລະ ການກູ້ຢືມເງິນສຳລັບໄພພິບັດທີ່ມີດອກເບ້ຍຕໍ່າຈາກ SBA ແມ່ນ  ວັນຄານ, ທີ 6 ມິຖຸນາ 2023. ສ່ວນມື້ສຸດທ້າຍສຳລັບທຸລະກິດຂະໜາດນ້ອຍ, ສະຫະກອນການກະເສດຂະໜາດນ້ອຍ ແລະ ອົງການເອກະຊົນທີ່ບໍ່ຫວັງຜົນກຳໄລສ່ວນໃຫຍ່ໃນການຍື່ນຂໍສິນເຊືອ ສຳລັບຄວາມເສຍຫາຍທາງເສດຖະກິດ SBA ແມ່ນ ວັນຈັນ, ທີ 8 ມັງກອນ 2024. ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະ ພາຍຸທໍນາໂດ, ເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701 [https://www.fema.gov/disaster/4701].      ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA [https://www.tn.gov/tema.html]; Twitter.com/TEMA [https://twitter.com/t_e_m_a], Facebook.com/TNDisasterInfo [https://www.facebook.com/TNDisasterInfo/posts/pfbid02zyvrrWRmZNYKiURMVgcYpynEgCEWq81oyPd8FfkBwNDd8JenqGiuCjyDfMW2d3mBl], @FEMARegion4/Twitter [https://twitter.com/femaregion4] ແລະ Facebook.com/FEMA [https://www.facebook.com/FEMA/].