ຜູ້ເຊົ່າສາມາດສະໝັກຂໍເງິນຊ່ວຍເຫຼືອຈາກ FEMA ໄດ້ [https://www.fema.gov/lo/fact-sheet/renters-can-apply-fema-assistance-1] Release Date: Apr 18, 2023 ຜູ້ເຊົ່າໃນເຄົາຕີ້ CANNON, HARDEMAN, HARDIN, HAYWOOD, LEWIS, MACON, MCNAIRY, RUTHERFORD, TIPTON AND WAYNE ທີ່ເຮືອນຫຼືຊັບສິນຖືກທຳລາຍໂດຍພາຍຸມໍລະສຸມແລະພາຍຸທໍນາໂດທີ່ເກີດຂຶ້ນລະຫວ່າງວັນທີ 31 ມີນາ ຫາ ວັນທີ 1 ເມສາ 2023 ສາມາດສະໝັກຂໍເງິນຊ່ວຍເຫຼືອດ້ານໄພພິບັດຂອງ FEMA ໄດ້.   ໂຄງການຊ່ວຍເຫຼືອແຕ່ລະບຸກຄົນທີ່ປະສົບໄພຂອງ FEMA ມີບໍລິການໃຫ້ກັບຜູ້ເຊົ່າ, ຮວມເຖິງນັກຮຽນ ແລະ ເຈົ້າຂອງເຮືອນ. ເງິນແບບໃຫ້ລ້າຈາກລັດຖະບານກາງຈະສາມາດຊ່ວຍເຫຼືອເລື່ອງບ່ອນຢູ່ອາໄສໄດ້ຊົ່ວຄາວ. ເງິນແບບໃຫ້ລ້າໃນເບື້ອງຕົ້ນນີ້ຈະໃຫ້ໃນໄລຍະເວລາ ໜຶ່ງເດືອນ ຫຼື ສອງເດືອນແລະຈະມີການພິຈາລະນາຖ້າຕ້ອງການຄວາມຊ່ວຍເຫຼືອຕື່ມອີກ. ຜູ້ເຊົ່າອາດມີສິດໄດ້ຮັບເງິນຊ່ວຍເຫຼືອແບບໃຫ້ລ້າພາຍໃຕ້ໂຄງການຊ່ວຍເຫຼືອສຳລັບສິ່ງທີ່ຈຳເປັນອື່ນໆສຳລັບການສູນເສຍຊັບສິນສ່ວນຕົວທີ່ສຳຄັນທີ່ບໍ່ໄດ້ມີການປະກັນໄພໄວ້ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບໄພພິບັດ. ຄ່າໃຊ້ຈ່າຍດັ່ງກ່າວອາດຈະລວມເຖິງ:   * ການທົດແທນ ຫຼື ສ້ອມແປງຊັບສິນສ່ວນຕົວທີ່ຈຳເປັນ ເຊັ່ນ ເຟີນິເຈີ, ອຸປະກອນເຄື່ອງໃຊ້ໃນເຮືອນ, ເຄື່ອງນຸ່ງ, ປຶ້ມທີ່ໃຊ້ໃນການຮຽນ ຫຼື ອຸປະກອນຕ່າງໆທີ່ໃຊ້ໃນໂຮງຮຽນ.     * ການທົດແທນ ຫຼື ສ້ອມແປງເຄື່ອງມືແລະອຸປະກອນອື່ນໆທີ່ກ່ຽວຂ້ອງກັບວຽກງານທີ່ຈຳເປັນຕ້ອງໃຊ້ສຳລັບຜູ້ທີ່ເປັນນາຍຈ້າງຕົນເອງ (self-employed). * ຖ້າລົດຄັນທີ່ໃຊ້ເປັນປະຈຳໄດ້ຮັບຄວາມເສຍຫາຍຈາກພາຍຸແລະບໍ່ສາມາດຂັບໄດ້ (ແລະລົດຄັນນັ້ນໄດ້ຈົດທະບຽນແລະມີປະກັນຕາມທີ່ກົດໝາຍກຳນົດໄວ້) FEMA ອາດຈະຊ່ວຍທ່ານໄດ້. ບໍ່ແມ່ນວ່າຈະຊ່ວຍຈ່າຍຄ່າເສຍຫາຍໄດ້ທັງໝົດ. ທ່ານຈຶ່ງຄວນສອບຖາມ FEMA ເບິ່ງວ່າລົດຂອງທ່ານມີສິດທີ່ຈະໄດ້ຮັບເງິນຊ່ວຍເຫຼືອນີ້ຫຼືບໍ.   * ຄ່າໃຊ້ຈ່າຍດ້ານການແພດ, ການປົວແຂ້ວທີ່ທ່ານຕ້ອງຈ່າຍເອງຍ້ອນບໍ່ມີປະກັນສຸຂະພາບ, ຄ່າເບິ່ງແຍງເດັກນ້ອຍ, ຄ່າຍ້າຍເຮືອນ ແລະ ຄ່າເຊົ່າທີ່ມ້ຽນເຄື່ອງ. ຜູ້ເຊົ່າອາດຂໍຢືມເງິນຈາກຫ້ອງການບໍລິຫານທຸລະກິດຂະໜາດນ້ອຍຂອງສະຫະລັດ (U.S. Small Business Administration) ໄດ້ສູງສຸດເຖິງ _ _$40,000_ _ທີ່ມີໄວ້ໃຫ້ຜູ້ທີ່ປະສົບໄພພິບັດກູ້ຢືມ, ເພື່ອທີ່ຈະນຳໄປໃຊ້ທົດແທນຊັບສິນສ່ວນຕົວທີ່ເສຍຫາຍຫຼືຖືກທຳລາຍ ເຊັ່ນ ເຄື່ອງນຸ່ງ, ເຟີນິເຈີ, ອຸປະກອນເຄື່ອງໃຊ້ຕ່າງໆ ຫຼື ລົດຍົນ. ທ່ານຕ້ອງສະໝັກກັບ FEMA_ _ກ່ອນ ແລ້ວຈຶ່ງສະໝັກກັບ_ _SBA. ນີ້ແມ່ນວິທິສະໝັກຂໍການຊ່ວຍເຫຼືອດ້ານໄພພິບັດຈາກ: * ໄປທີ່ DisasterAssistance.gov [https://urldefense.us/v3/__http:/www.DisasterAssistance.gov__;!!BClRuOV5cvtbuNI!V9qeEBYrSNZdnN1w1BSQaAnDtEznFBy6nbCyjLlwEVgoobGfHobimOjzCseDAmd-rAAVxALAdw$] * ໃຊ້ FEMA mobile app [https://www.fema.gov/about/news-multimedia/mobile-app-text-messages] * ໂທຫາສາຍດ່ວນທີ່ຊ່ວຍເຫຼືອດ້ານໄພພິບັດ (DISASTER ASSISTANCE HELPLINE) ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິການຣີເລ ເຊັ່ນ Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ CENTRAL DAYLIGHT ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ. * ສຳລັບວິດີໂອກ່ຽວກັບວິທີການສະໝັກສຳລັບຜູ້ໃຊ້ພາສາມື, ໄປທີ່ https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6 ສຳລັບການສະໝັກກັບ SBA ທາງອອນໄລນ໌, ຫຼື ດາວໂຫຼດແອບ, ໄປທີ່ https://DisasterLoanAssistance.sba.gov/. ທ່ານສາມາດໂທຫາສູນບໍລິການລູກຄ້າຂອງ SBA ໄດ້ທີ່ເບີ 800-659-2955 ຫຼື ອີເມວໄປທີ່ DisasterCustomerService@sba.gov ສຳລັບຂໍ້ມູນເພີ່ມເຕີມ ຫຼື ຖ້າທ່ານຕ້ອງການຮັບໃບສະໝັກທາງໄປສະນີ. ສຳລັບຜູ້ທີ່ຫູໜວກ ຫຼື ມີບັນຫາດ້ານການໄດ້ຍິນ ຫຼື ມີບັນຫາດ້ານການປາກເວົ້າ, ໃຫ້ກົດ 711 ເພື່ອເຂົ້າສູ່ບໍລິການແບບຣີເລການສື່ສານທາງໄກ. ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701 [https://www.fema.gov/disaster/4701]. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA [https://www.tn.gov/tema.html]; Twitter.com/TEMA [https://twitter.com/t_e_m_a], Facebook.com/TNDisasterInfo [https://www.facebook.com/TNDisasterInfo/posts/pfbid02zyvrrWRmZNYKiURMVgcYpynEgCEWq81oyPd8FfkBwNDd8JenqGiuCjyDfMW2d3mBl], @FEMARegion4/Twitter [https://twitter.com/femaregion4] ແລະ Facebook.com/FEMA [https://www.facebook.com/FEMA/].