ເຂົ້າໃຈຄວາມຊ່ວຍເຫລືອຂອງ FEMA ສຳລັບບຸກຄົນ, ຄົວເຮືອນ [https://www.fema.gov/lo/fact-sheet/ekhoaaaychkhwaamswnyehlyykhng-fema-samlbbukkhon-khoweyyn] Release Date: Oct 16, 2020 SACRAMENTO, Calif.— ຜູ້ລອດຊີວິດທີ່ມີສິດຕາມກົດໝາຍຂອງໄຟໄໝ້ປ່າໃນລັດ California ຄອບຄຸມການປະກາດໄພພິບັດຂອງລັດຖະບານກາງໃນວັນທີ 22 ເດືອນສິງຫາ ອາດສິສະໝັກຂໍການຊ່ວຍເຫຼືອເຊິ່ງກວມເອົາຄ່າໃຊ້ຈ່າຍຕ່າງໆ ຂັ້ນຕອນທຳອິດແມ່ນຕ້ອງລົງທະບຽນກັບ FEMA online ໃນ disasterassistance.gov, ດ້ວຍແອັບ FEMA ທີ່ດາວໂຫລດເຂົ້າໃນໂທລະສັບສະຫຼາດຫລືແທັບເລັດຂອງທ່ານ, ຫຼືໂດຍການໂທຫາສາຍຊ່ວຍເຫຼືອຂອງ FEMA ທີ່ເບີ 800-621-3362 (TTY 800-462-7585) ກຳນົດເວລາທີ່ສິລົງທະບຽນແມ່ນວັນທີ 23 ພະຈິກ ຂອບເຂດຂອງລາງວັນເງິນ FEMA ແມ່ນຖືກກຳນົດໄວ້ໂດຍກົດໝາຍ ມັນບໍ່ແມ່ນການທົດແທນການປະກັນໄພແລະບໍ່ສາມາດຊົດເຊີຍການສູນເສຍທັງໝົດທີ່ເກີດຈາກໄພພິບັດ ມັນມີຈຸດປະສົງເພື່ອຊ່ວຍເຫຼືອຜູ້ລອດຊີວິດໃຫ້ເລີ່ມຕົ້ນໃນເສັ້ນທາງສູ່ການຟື້ນຟູ ລາງວັນເຫຼົ່ານີ້, ບໍ່ຄືກັບເງິນກູ້, ບໍ່ຈຳເປັນຕ້ອງຈ່າຍຄືນແລະມີຈຸດປະສົງເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດຜູ້ທີ່ບໍ່ມີປະກັນໄພ ຫຼືບໍ່ໄດ້ຮັບປະກັນໄພສຳລັບ ຄ່າໃຊ້ຈ່າຍທີ່ຈຳເປັນແລະຄວາມຕ້ອງການທີ່ສໍາຄັນ FEMA ປະເມີນແຕ່ລະໃບສະໝັກເພື່ອຂໍຄວາມຊ່ວຍເຫຼືອເປັນສ່ວນບຸກຄົນ ເນື່ອງຈາກວ່າສະພາບການຂອງຜູ້ລອດຊີວິດມີບໍ່ຄືກັນ ໂຄງການຊ່ວຍເຫຼືອສ່ວນບຸກຄົນຂອງ FEMA, ເຊິ່ງອອກລາງວັນ, ມີສອງພາກສ່ວນ: ການຊ່ວຍເຫລືອດ້ານທີ່ພັກອາໄສແລະຄວາມຕ້ອງການອື່ນໆ ການຊ່ວຍເຫຼືອດ້ານທີ່ພັກອາໄສ ບໍ່ວ່າທ່ານສິເປັນເຈົ້າຂອງເຮືອນຫລືຜູ້ເຊົ່າເຮືອນ, ຜູ້ລອດຊີວິດຈາກໄຟປ່າຄວນຮັກສາໃບເກັບເງິນສຳລັບຄ່າໃຊ້ຈ່າຍໃນການຟື້ນຟູເພື່ອການສົ່ງເງິນຄືນໂດຍ FEMA _ເຈົ້າຂອງເຮືອນ __ເພື່ອຮັບປະກັນວ່າເຮືອນຂອງຜູ້ລອດຊີວິດສິຖືກເຮັດກັບຄືນສູ່ສະພາບທີ່ປອດໄພ, __ມີສຸຂະອະນາໄມແລະເປັນປະໂຫຍດ, FEMA __ອາດສິໃຫ້ລາງວັນແກ່ເຈົ້າຂອງເຮືອນທີ່ມີເງື່ອນໄຂໃນການສ້ອມແປງຄວາມເສຍຫາຍທີ່ບໍ່ມີປະກັນໄພຕໍ່ເຮືອນຂອງເຂົາເຈົ້າ FEMA __ຍັງສາມາດສະໜອງທຶນເພື່ອຊ່ວຍຄ່າໃຊ້ຈ່າຍທີ່ບໍ່ມີປະກັນໄພເພື່ອທົດແທນເຮືອນທີ່ຖືກທຳລາຍ, __ພ້ອມທັງເຄື່ອງອຸປະໂພກຕ່າງໆ ມີແຕ່ເຈົ້າຂອງເຮືອນທີ່ອາໄສຢູ່ເຮືອນເປັນທີ່ຢູ່ອາໄສຕົ້ນຕໍໃນເວລາເກີດໄພພິບັດເທົ່ານັ້ນຈຶ່ງມີສິດໄດ້ຮັບລາງວັນເຫຼົ່ານີ້ FEMA __ບໍ່ສາມາດສະເໜີໃຫ້ເຂົາເຈົ້າສ້ອມແປງເຮືອນຫຼັງທີສອງ_ ໃນຍາມທີ່ຜູ້ລອດຊີວິດຈາກໄຟປ່າລົງທະບຽນກັບ FEMA, ຜູ້ລອດຊີວິດສາມາດລາຍງານຄວາມເສຍຫາຍທີ່ສໍາຄັນຂອງເຮືອນທີ່ເຮັດໃຫ້ເຮືອນຢູ່ບໍ່ສາມາດເປັນບ່ອນຢູ່ອາໄສໄດ້ ນີ້ອາດລວມມີເລື່ອງຄວັນທີ່ເຮັດໃຫ້ເຮືອນບໍ່ປອດໄພສຳລັບການຢູ່ອາໄສ ຮັບປະກັນຄວາມປອດໄພລະບົບທໍ່, ໄຟຟ້າ, ປ່ອງຢ້ຽມ, ຫລັງຄາ, ປະຕູແລະຝາໃນເຮືອນທີ່ອາໃສຢູ່ ແລະເຮັດໃຫ້ມັນປອດໄພຈາກສະພາບຂອງທໍາມະຊາດຕ່າງໆ FEMA ກວດກາຄຸນສົມບັດທັງໝົດທີ່ມີຄວາມເສຍຫາຍໃຫຍ່ກ່ອນການຕັດສິນ ຜູ້ສະໝັກທີ່ເຮືອນຂອງເຂົາເຈົ້າຍັງສາມາດໃຊ້ງານໄດ້ອາດສິຮ້ອງຂໍໃຫ້ມີການກວດກາໃນເວລາຕໍ່ມາ ຖ້າພວກເຂົາພົບຄວາມເສຍຫາຍຫຼາຍກ່ວາທີ່ໄດ້ລະບຸໄວ້ກ່ອນໜ້ານີ້ ເພື່ອຮັກສາຜູ້ລອດຊີວິດແລະພະນັກງານຂອງ FEMA ໃຫ້ມີຄວາມປອດໄພໃນສະພາບແວດລ້ອມຂອງ COVID-19, ການກວດກາຄວາມເສຍຫາຍໃນເບື້ອງຕົ້ນແມ່ນເຮັດຜ່ານໂທລະສັບ ໃນການສຳພາດ, ຜູ້ກວດກາຖາມຄຳຖາມຂອງຜູ້ສະໝັກ ເພື່ອບັນທຶກຂອບເຂດຄວາມເສຍຫາຍ; ພວກເຂົາບໍ່ມີບົດບາດໃນການກຳນົດການຊ່ວຍເຫຼືອຂອງ FEMA ຜູ້ກວດກາຂອງ FEMA ທີ່ໄດ້ຮັບການອະນຸມັດສິສະໜອງເລກທະບຽນໃຫ້ສ່ວນໜຶ່ງຂອງຜູ້ລອດຊີວິດໃນຕອນເລີ່ມຕົ້ນການໂທ ຜູ້ລອດຊີວິດທີ່ບໍ່ມີຕົວເລກຂອງພວກເຂົາອາດສິໂທຫາສາຍດ່ວນຊ່ວຍເຫຼືອຂອງ FEMA FEMA ອາດສິຕິດຕາມຫຼັງຈາກການສຳພາດຂອງຜູ້ກວດກາເບື້ອງຕົ້ນ ໂດຍການກວດສອບພາຍນອກເພື່ອຢືນຢັນລະດັບຄວາມເສຍຫາຍ _ຜູ້ເຊົ່າ __ຜູ້ເຊົ່າຍັງອາດຈະມີສິດໄດ້ຮັບການຊ່ວຍເຫຼືອຈາກ FEMA, __ເຊັ່ນວ່າ ມີການຈ່າຍຄ່າເຊົ່າຍາມພວກເຂົາຍ້າຍເຮືອນ ຍ້ອນເຮືອນເສຍຫາຍ ຫຼືມີການປ່ຽນແທນຊັບສິນສ່ວນບຸກຄົນທີ່ສຳຄັນທີ່ເສຍຫາຍຫຼືຖືກທຳລາຍ_ _ຜູ້ລອດຊີວິດທີ່ມີການປະກັນໄພ __FEMA __ອາດສິສາມາດຕື່ມຂໍ້ມູນໃສ່ຊ່ອງຫວ່າງທີ່ການປະກັນໄພຂອງຜູ້ລອດຊີວິດບໍ່ໄດ້ໃຫ້ການຄຸ້ມຄອງສຳລັບຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບໄພພິບັດ ເຊັ່ນຄ່າເຊົ່າບ່ອນອື່ນ ເພື່ອອາໄສຢູ່ໃນຂະນະທີ່ເຮືອນຖືກປຸກສ້າງໃໝ່ ຫລືສ້ອມແປງ ຫລືເມື່ອໃດທີ່ການຄຸ້ມຄອງໄດ້ໝົດ ແລະນັ້ນຍັງບໍ່ໄດ້ກງຕາມຄວາມຕ້ອງການພື້ນຖານ ມັນເປັນສິ່ງສຳຄັນທີ່ຕ້ອງສັງເກດວ່າ __FEMA __ບໍ່ສາມາດຈ່າຍຄ່າປະກັນໄພທີ່ຫັກອອກໄດ້ __FEMA __ຊຸກຍູ້ຜູ້ລອດຊີວິດທີ່ມີການປະກັນໄພໃຫ້ລົງທະບຽນຂໍຄວາມຊ່ວຍເຫຼືອຈນຮອດວັນທີ __23 __ເດືອນພະຈິກ ເຖິງແມ່ນວ່າພວກເຂົາບໍ່ຮູ້ວ່າພວກເຂົາສິມີສິດໄດ້ຮັບຫຼືບໍ່ __FEMA __ສາມາດກຳນົດການມີສິດໄດ້ຮັບການຊ່ວຍເຫຼືອເມື່ອການຮຽກຮ້ອງປະກັນໄພຂອງພວກເຂົາຖືກຕັດສິນແລ້ວ_ _ເງິນກູ້ຢືມໄພພິບັດ __SBA __ເງິນກູ້ຢືມສຳລັບການບໍລິຫານທຸລະກິດຂະໜາດນ້ອຍແມ່ນມີໃຫ້ເຈົ້າຂອງເຮືອນ__, __ຜູ້ເຊົ່າເຮືອນ__, __ທຸລະກິດທຸກຂະໜາດ__, __ແລະອົງການບໍ່ຫວັງຜົນກຳໄລເອກະຊົນ ເມື່ອຜູ້ລອດຊີວິດຈາກໄພພິບັດຈຳເປັນຕ້ອງໄດ້ກູ້ຢືມເພື່ອແກ້ໄຂຄວາມເສຍຫາຍ__, __ອັດຕາດອກເບ້ຍຕໍ່າແລະທີ່ມີໄລຍະຍາວ (ຮອດ __30 __ປີ) ຈາກ __SBA __ເຮັດໃຫ້ການກູ້ສາມາດຈ່າຍໄດ້ ໃນບາງກໍລະນີ__, __ການຂອເງິນຄືນຂອງຊັບສິນກ່ອນໜ້າ__ກໍ່ເຮັດໄດ້ ຍ້ອນວ່າການສູນເສຍທາງໄພພິບັດແມ່ນບໍ່ໄດ້ຄາດຫວັງ ສຳລັບຜູ້ລອດຊີວິດຈາກໄພພິບັດສ່ວນໃຫຍ່__, __ມັນເປັນສິ່ງທີ່ເກີນກວ່າຄວາມສາມາດທີ່ຈະຈ່າຍຄ່າເສຍຫາຍຈາກໄພພິບັດດ້ວຍຊັບພະຍາກອນຂອງຕົນເອງໂດຍບໍ່ມີຄວາມລຳບາກ_ ການຊ່ວຍເຫຼືອດ້ານຄວາມຕ້ອງການອື່ນໆ ໄພພິບັດສາມາດກໍ່ໃຫ້ເກີດພາລະດ້ານການເງິນທີ່ໜັກໜ່ວງ ນອກເໜືອຈາກຄວາມຕ້ອງການດ້ານທີ່ພັກອາໄສ ສຳລັບຜູ້ສະໝັກທີ່ມີສິດ, FEMA ແລະການຊ່ວຍເຫຼືອດ້ານເງິນຂອງລັດອາດຈະຊ່ວຍຈ່າຍຄ່າໃຊ້ຈ່າຍທີ່ບໍ່ແມ່ນຄ່າທີ່ພັກອາໄສ ເຊັ່ນດັ່ງຕໍ່ໄປນີ້: * ງານສົບທີພັວພັນກັບໄພພິບັດແລະຄ່າໃຊ້ຈ່າຍທາງການແພດຫຼືແຂ້ວ * ອຸປະກອນການສຶກສາທີ່ຈຳເປັນ (ຄອມພິວເຕີ, ປື້ມຮຽນ, ເຄື່ອງໃຊ້) * ເຄື່ອງມືທີ່ຖືກທຳລາຍໂດຍໄພພິບັດທີ່ຈຳເປັນສຳລັບຜູ້ລອດຊີວິດໃນການຫາລ້ຽງຊີບ * ການດູແລເດັກ * ຄ່າໃຊ້ຈ່າຍອື່ນໆທີ່ຈຳເປັນຫລືຄວາມຕ້ອງການທີ່ສໍາຄັນ * ສ້ອມແປງຫລືທົດແທນພາຫະນະທີ່ເສຍຫາຍຈາກໄພພິບັດ* * ຄ່າໃຊ້ຈ່າຍໃນການຍ້າຍແລະເກັບມ້ຽນທີ່ກ່ຽວຂ້ອງກັບໄພພິບັດ* * ຊັບສິນສ່ວນຕົວ: ການປ່ຽນແທນເຄື່ອງນຸ່ງ, ເຟີນີເຈີແລະເຄື່ອງໃຊ້ຕ່າງໆ* *ຜູ້ສະໝັກທີ່ບໍ່ໄດ້ຖືກສົ່ງໄປຫາ SBA - ຫຼືຖືກສົ່ງໄປແຕ່ບໍ່ໄດ້ຮັບການອະນຸມັດສຳລັບເງິນກູ້ SBA - ອາດຈະມີສິດໄດ້ຮັບການຊ່ວຍເຫຼືອປະເພດດັ່ງຕໍ່ໄປນີ້: ການຊ່ວຍເຫຼືອດ້ານຊັບສິນສ່ວນຕົວ; ການຊ່ວຍເຫຼືອດ້ານການຂົນສົ່ງໃນການສ້ອມແປງຫລືທົດແທນພາຫະນະທີ່ເໝາະສົມທີ່ເສຍຫາຍຈາກໄພພິບັດແລະຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງກັບການຂົນສົ່ງ; ຫຼືການຊ່ວຍເຫຼືອຄ່າໃຊ້ຈ່າຍໃນການຍ້າຍແລະເກັບມ້ຽນ ຜູ້ລອດຊີວິດທີ່ຕ້ອງການຄວາມຊ່ວຍເຫຼືອຈາກ FEMA ກ່ຽວກັບການສູນເສຍປະເພດເຫຼົ່ານີ້ ຕ້ອງປະກອບໃບສະໝັກຂໍເງິນກູ້ SBA ແລ້ວກ່ອນ ບໍ່ມີໃຜຈຳເປັນຕ້ອງໄດ້ຮັບເງິນກູ້ ຖ້າທ່ານລົງທະບຽນກັບ FEMA ແລະ SBA ກຳນົດວ່າທ່ານບໍ່ມີສິດໄດ້ຮັບເງິນກູ້, ມັນສິສົ່ງທ່ານໄປຫາໂຄງການຂອງບຸກຄົນແລະຄົວເຮືອນຂອງ FEMA ໂດຍອັດຕະໂນມັດແລະເອກະສານຂອງທ່ານສິຖືກທົບທວນເພື່ອກຳນົດວ່າທ່ານມີເງື່ອນໄຂໄດ້ຮັບການຊ່ວຍເຫຼືອເພີ່ມເຕີມຫຼືບໍ່ ###