ຫົກເຂດທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານກາງໃນການກຳຈັດສິ່ງເສດເຫຼືອຈາກໄຟປ່າ [https://www.fema.gov/lo/press-release/20201016/six-counties-receive-federal-help-wildfire-debris-removal] Release Date: September 5, 2020 Sacramento, Ca.-ໜ່ວຍງານການຈັດການພາວະສຸກເສີນຂອງລັດຖະບານກາງ (FEMA) ໄດ້ແບບປະກາດໃນມື້ນີ້ໃຫ້ເຂດ Lake, Monterey, Napa, Santa Cruz, Solano, ແລະ Sonoma ຖືກກຳນົດໃຫ້ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານກາງໃນການກຳຈັດສິ່ງເສດເຫຼືອພາຍໃຕ້ການຊ່ວຍເຫຼືອສາທາລະນະຂອງ FEMA. ໃນເດືອນສິງຫາ22, 2020,  ປະທະນາທິບໍດີ Donald J. Trump ໄດ້ອອກຖະແຫຼງໄພພິບັດໃຫຍ່ສຳຫຼັບຣັດ ເປັນການເລີ່ມປ່ອຍທືນຈາກລັດຖະບານກາງເພື່ອຊ່ວຍປະຊາຊົນ ແລະ ຊຸມຊົນໃນການຟື້ນຟູຈາກໄຟປ່າທີ່ເກິດຂື້ນໃນເດືອນສິງຫາ 14, 2020, ແລະ ຍັງຄົງສືບຕໍ່. ຖະແຫຼງການໄພພິບັດ ໄດ້ມີການດັດແປງມື້ນີ້ເພື່ອເພີ່ມຫົກເຂດ ທີ່ຈະໄດ້ຮັບການຊ່ວຍເຫຼືອໃນການກຳຈັດສິ່ງເສດເຫຼືອ. ສິກເຂດເຫຼົານັ້ນ ລວມກັບເຂດ San Mateo ແລະ Yolo ແມ່ນຖືກກຳນົດໃຫ້ຢູ່ໃນໃນແຜນງານການຊ່ວຍເຫຼືອບຸກຄົນ ແລະ ການຊ່ວຍເຫຼືອສາທາລະນະຕາມມາດຕະການປ້ອງກັນສຸກເສິນຈາກ FEMA ກ່ອນໜ້ານີ້ ຜູ້ສະໝັກທີ່ມີສິດໄດ້ຮັບທືຶນຊ່ວຍເຫຼືອສາທາລະນະ ລວມທັງຣັດ, ເຂດ, ແລະ ຣັດຖະບານທ້ອງຖິ່ນ, ຣັດຖະບານຊົນເຜົ່າທີ່ໄດ້ຮັບການຍອມຮັບຈາກຣັດຖະບານກາງ ແລະ ອົງການເອກະຊົນທີ່ບໍ່ຫວັງຜົນກຳໄລ ເຊັ່ນ ສະຖານທີ່ທາງການສຶກສາ ແລະ ທາງການແພດ. FEMA ໃຫ້   75 ເປີເຊັນຂອງມູນຄ່າສຳຫຼັບໂຄງການທີ່ມີສິດ. ###